ວິທະຍາຄານຕຳຫຼວດປະຊາຊົນ (ວຕປ) ກະຊວງ ປກສ ຈະເປີດການຮຽນ-ການສອນ ໃນວັນທີ 18 ພຶດສະພາ 2020 ພ້ອມທັງຈະເຂັ້ມງວດປະຕິບັດຕາມມາດຕະການຕ່າງໆ ໃນການສະກັດກັ້ນ-ປ້ອງກັນການລະບາດຂອງ ພະຍາດໂຄວິດ-19 ພາຍຫຼັງທີ່ໄດ້ມີການໂຈະການຮຽນ-ການສອນ ຕາມແຈ້ງການທີ່ຂັ້ນເທິງວາງອອກ.

ພັອ ປອ ວົງເຊໂດນ ພັນທະແກ້ວ ຮັກສາການ ອຳນວຍການ ວິທະຍາຄານຕຳຫຼວດປະຊາຊົນ ໃຫ້ສຳພາດໃນວັນທີ 14 ພຶດສະພາ 2020 ວ່າ:

ວິທະຍາຄານຕຳຫຼວດປະຊາຊົນ ຈະເລີ່ມເປີດການຮຽນ-ການສອນ ໃນວັນທີ 18 ພຶດສະພາ 2020 ພ້ອມທັງໄດ້ມີການວາງແຜນປະຕິບັດມາດຕະການ ໃນການສະກັດກັ້ນ-ປ້ອງກັນການລະບາດຂອງ ພະຍາດໂຄວິດ-19, ໂດຍກ່ອນໜ້າຈະເປີດແມ່ນໄດ້ມີການອະນາໄມ, ສີດພົ່ນຢາຂ້າເຊື້ອຢູ່ຫໍພັກ, ສະໂມສອນ, ຫ້ອງຮຽນແລ້ວ 2 ຄັ້ງ ເພື່ອຮັບປະກັນຄວາມສະອາດ, ປອດໄພ ແລະ ປາສະຈາກເຊື້ອພະຍາດ.

ນອກນັ້ນ, ທາງວິທະຍາຄານ ຍັງຈະມີການຕັ້ງຈຸດກວດກາວັດແທກອຸນຫະພູມຮ່າງກາຍ ຢູ່ຕໍ່ໜ້າຫ້ອງຮຽນ ພ້ອມທັງປຸກລະດົມໃຫ້ຄູ-ອາຈານ ແລະ ນັກສຶກສາ ຮັກສາໄລຍະຫ່າງ, ໝັ່ນລ້າງມື, ໃຊ້ເຈວຂ້າເຊື້ອ ແລະ ໃຊ້ຜ້າອັດປາກ-ອັດດັງຢ່າງເຂັ້ມງວດ; ຄຽງຄູ່ກັນນີ້, ກໍຍັງຈະຄຸ້ມຄອງການເຂົ້າ-ອອກໂຮງຮຽນ ຢ່າງເຂັ້ມງວດ ບໍ່ໃຫ້ມີສະພາບເກີດຂຶ້ນ.

ຕະຫຼອດໄລຍະການປະຕິບັດມາດຕະການເຝົ້າລະວັງ, ທາງວິທະຍາຄານ ໄດ້ມີການແຕ່ງຕັ້ງທີມແພດກວດກາວັດແທກອຸນຫະພູມຮ່າງກາຍຂອງຄູ-ອາຈານ ແລະ ນັກຮຽນແຕ່ລະສະຫາຍ ຢ່າງເປັນປະຈຳປົກກະຕິ ໃນແຕ່ລະວັນ ເນື່ອງຈາກວ່າເຖິງຈະມີການໂຈະການຮຽນ-ການສອນ ແຕ່ສຳລັບວິທະຍາຄານ ຍັງມີການຜັດປ່ຽນກັນປະຈຳການ ແລະ ນັກສຶກສາ ໄດ້ມາຜັດປ່ຽນກັນເບິ່ງແຍງສວນຜັກທີ່ປູກໄວ້ ໃຫ້ມີຄວາມພ້ອມສະໜອງໃຫ້ເຮືອນຄົວລວມ ເພື່ອຊ່ວຍຫຼຸດຜ່ອນລາຍຈ່າຍ.