ພັທ ປອ ສຸກນິລັນດອນ ກຸນລະວົງ ຮອງອໍານວຍການ ໂຮງຮຽນທິດສະດີການເມືອງ ປກສ ໃຫ້ສໍາພາດໃນວັນທີ 14 ພຶດສະພາ 2020 ວ່າ: ໂຮງຮຽນທິດສະດີການເມືອງ (ຮທມ) ປກສ ແມ່ນມີຄວາມພ້ອມທີ່ຈະເປີດການຮຽນ-ການສອນຄືນໃໝ່ ໃນວັນທີ 18 ພຶດສະພາ 2020 ພາຍຫຼັງທີ່ໄດ້ໂຈະການຮຽນ-ການສອນມາແຕ່ວັນທີ 3 ເມສາ 2020 ໂດຍອີງໃສ່ແຈ້ງການເລກທີ 06/ນຍ ແລະ ແຈ້ງການຂອງ ກະຊວງ ປກສ ວາງອອກ ໃນການເພີ່ມທະວີສະກັດກັ້ນການແຜ່ລະບາດຂອງ ພະຍາດໂຄວິດ-19.

ໂຮງຮຽນທິດສະດີການເມືອງ ປກສ ແມ່ນໄດ້ກຽມພ້ອມປະຕິບັດມາດຕະການປ້ອງກັນ ພະຍາດໂຄວິດ-19 ໃນເມື່ອມີການເປີດການຮຽນ-ການສອນຄືນໃໝ່ຢ່າງເຂັ້ມງວດ ໂດຍມີການກຳນົດການຮັກສາໄລຍະຫ່າງຄື: ນັກສຶກສາຕ້ອງນັ່ງຫ່າງກັນ 1 ແມັດ, ມີການຮັກສາຄວາມສະອາດຫ້ອງຮຽນ-ເຮືອນຄົວລວມ ດ້ວຍການພົ່ນສີດຢາຂ້າເຊື້ອທຸກອາທິດ ແລະ ນັກສຶກສາທຸກຄົນ ຕ້ອງໃສ່ຜ້າອັດປາກກ່ອນເຂົ້າຫ້ອງຮຽນ, ຕ້ອງໄດ້ຜ່ານການວັດແທກອຸນຫະພູມ, ໃຊ້ເຈວລ້າງມືໃຫ້ສະອາດທຸກໆ 2 ຊົ່ວໂມງ ທັງນີ້ກໍເພື່ອປ້ອງກັນການແຜ່ລະບາດຂອງ ພະຍາດໂຄວິດ 19 ຢ່າງເຂັ້ມງວດ.