ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ໄດ້ມອບອຸປະກອນປ້ອງກັນການລະບາດຂອງ ພະຍາດ COVID-19 ໃຫ້ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໃນວັນທີ 15 ພຶດສະພາ 2020, ຕາງໜ້າມອບໂດຍ ທ່ານ ນາງ ລີ ເຄີອີ ຜູ້ປະສານງານວຽກງານຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ຕາງໜ້າກ່າວຮັບໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ທັງເປັນ ຫົວໜ້າຄະນະສະເພາະກິດ ປ້ອງກັນການແຜ່ລະບາດຂອງ ພະຍາດ COVID-19 ຂອງ ກະຊວງ ປກສ ລາວ.

ມອບໂດຍ ທ່ານ ນາງ ລີ ເຄີອີ – ຮັບໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ

+ ເຄື່ອງທີ່ນຳມາມອບໃຫ້ປະກອບມີ:

  • ຜ້າອັດປາກ-ອັດດັງ ລຸ້ນ KN95 ຈຳນວນ 10.000 ອັນ
  • ຜ້າອັດປາກ-ອັດດັງການແພດ ຈຳນວນ 50.000 ອັນ
  • ຊຸດປ້ອງກັນພະຍາດ ຈຳນວນ 500 ຊຸດ
  • ຖົງມືການແພດ ຈຳນວນ 10.000 ຄູ່
  • ແວ່ນຕາການແພດ ຈໍານວນ 500 ອັນ

ໂອກາດນີ້, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ການນຳ ກະຊວງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ທີ່ໄດ້ມອບເຄື່ອງອຸປະກອນປ້ອງກັນການແຜ່ລະບາດຂອງ ພະຍາດ COVID-19 ຈໍານວນດັ່ງກ່າວ ໃຫ້ແກ່ ກະຊວງ ປກສ ລາວ, ພ້ອມທັງຢືນຢັນວ່າ ຄະນະຮັບຜິດຊອບ ຈະນຳເອົາເຄື່ອງດັ່ງກ່າວໄປແຈກຢາຍໃຫ້ ກົມ-ກອງວິຊາສະເພາະ ໝູນໃຊ້ເຂົ້າໃນວຽກງານການປ້ອງກັນການແຜ່ລະບາດຂອງພະຍາດ ໃຫ້ເກີດຜົນປະໂຫຍດສູງສຸດ.