ວັນທີ 14 ພຶດສະພາ ຜ່ານມາ, ວິທະຍາຄານ ກົມມະດຳ (ວ.ກ) ໄດ້ຈັດຕັ້ງພິທີປະກາດຊັບຊ້ອນມອບໝາຍໜ້າທີ່ ນາຍສິບ ແລະ ພົນທະຫານ, ເຊິ່ງການເປັນປະທານໂດຍ ສະຫາຍ ພັທ ບຸນມີ ແກ້ວດວງດີ ຫົວໜ້າຫ້ອງການ ວິທະຍາຄານ ກົມມະດໍາ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ຕະຫຼອດຮອດພົນທະຫານ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ພັທ ຄໍາມິ່ງ ສີປະເສີດ ຫົວໜ້າພະແນກກໍາລັງພົນ ວິທະຍາຄານ ກົມມະດຳ ໄດ້ຂຶ້ນ ຜ່ານຂໍ້ຕົກລົງຂອງ ອໍານວຍການ ວ.ກ ວ່າດ້ວຍ ການຊັບຊ້ອນໜ້າທີ່ ນາຍສິບ ແລະ ພົນທະຫານ ໃນກອງທັບປະຊາຊົນລາວ (ສະບັບປັບປຸງ), ເລກທີ 1681/ກປທ, ລົງວັນທີ 15/5/2016, ອີງຕາມການປັບປຸງກໍ່ສ້າງກົມກອງ ມອບໝາຍໜ້າທີ່ໃຫ້ຖືກຕ້ອງຕາມຄວາມຮູ້ຄວາມສາມາດຂອງຜູ້ກ່ຽວ ໃນນັ້ນຈັດຕັ້ງຊັບຊ້ອນມອບໝາຍໜ້າທີ່ຂອງນາຍສິບ ຈໍານວນ 19 ສະຫາຍ ໃຫ້ແຕ່ລະກົມກອງ, ຫ້ອງການ, ບັນດາກອງພັນ ທີ່ຂຶ້ນກັບ ວ.ກ ຄື:

ປະກອບໃຫ້ ກອງພັນສູນຝຶກ, ປະກອບໃຫ້ ຫ້ອງເຕັກນິກ, ປະກອບໃຫ້ ຫ້ອງພະລາທິການ, ປະກອບໃຫ້ ຫ້ອງການ ວ.ກ, ປະກອບໃຫ້ ຫ້ອງວິທະຍາສາດ-ປະຫວັດສາດ ແລະ ອື່ນໆ.

ພ້ອມດຽວກັນນີ້, ຫົວຫນ້າຫ້ອງການ ວິທະຍາຄານ ຍັງໄດ້ເນັ້ນໜັກຮຽກຮ້ອງມາຍັງ ນາຍສິບ ແລະ ພົນທະຫານ ທຸກສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ແລະ ຖືເອົາວຽກງານວິຊາສະເພາະທີ່ໄດ້ຮຽນມາ ໝູນໃຊ້ເຂົ້າໃນວຽກງານຕົວຈິງຢູ່ບັນດາກົມກອງ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ ທີ່ຂັ້ນເທິງມອບໝາຍໃຫ້ ຢ່າງມີຄຸນນະພາບສູງ ແລະ ເຮັດໃຫ້ການຊັບຊ້ອນພົນທະຫານ ຢູ່ພາຍໃນ ວິທະຍາຄານ ເຂົ້າໃນຂົງເຂດການເມືອງຂອງກົມກອງ ກໍຄື ວຽກງານວິຊາສະເພາະ ໃຫ້ມີຄຸນນະພາບ.