ກອງບັນຊາການ ປກສ ເມືອງປະທຸມພອນ ໄດ້ ເປັນເຈົ້າການ ໂຄສະນາເຜີຍແຜ່ກ່ຽວກັບການເພີ່ມທະວີປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19.

ຄະນະຮັບຜິດຊອບຄວບຄຸມການລະບາດຂອງໂຄວິດ-19 ຂອງ ປກສ ເມືອງປະທຸມພອນ
ຄະນະຮັບຜິດຊອບຄວບຄຸມການລະບາດຂອງໂຄວິດ-19 ຂອງ ປກສ ເມືອງປະທຸມພອນ

ໃນນັ້ນ, ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບໃນການລົງເຄື່ອນໄຫວ, ກວດກາກ່ຽວກັບພະຍາດດັ່ງກ່າວ, ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນແພດ-ພະຍາບານ, ປກຊ , ປກສ ເມືອງ, ໃນການລົງເຄື່ອນໄຫວກວດກາ, ເຊິ່ງໄດ້ກຳນົດຈຸດກວດກາມີ 2 ຈຸດ, ຕາມເສັ້ນທາງຫຼວງ, ໃນການກວດກາຄັ້ງນີ້ທາງເຈົ້າໜ້າທີ່, ຄະນະຮັບຜິດຊອບແມ່ນໄດ້ມີການກວດກາ, ເອກະສານຂອງຜູ້ພໍ່ແມ່ປະຊາຊົນ,​ ຜູ້ທີ່ເຄື່ອນເດີນທາງເຂົ້າອອກເຂດບ້ານຕໍ່ບ້ານ, ເມືອງຕໍ່ເມືອງ; ພ້ອມທັງມີການກວດກາວັດແທກອຸນຫະພູມຄວາມຮ້ອນ, ຈາກນັ້ນ ໄດ້ແນະນຳໃຫ້ເຂົາເຈົ້າລ້າງມືດ້ວຍເຈວ ແລະ ຕ້ອງໃສ່ຜ້າອັດປາກ-ດັງທຸກຄັ້ງກ່ອນຈະອອກເຮືອນ, ຜ່ານການກວດກາຕົວຈິງສາມາດວັດແທກອຸນຫະພູມໃຫ້ພໍ່-ແມ່ປະຊາຊົນຜູ້ທີ່ເຄື່ອນໄຫວເຂົ້າ-ອອກພາຍໃນເມືອງມີທັງໝົດ 12.054 ຄົນ ຍິງ 5.433 ຄົນ.

ໃນນັ້ນ, ໄດ້ກວດກາວັດແທກອຸນຫະພູມພົບຜູ້ມີຄວາມຮ້ອນ 37,5-38 ອັງສາເຊ ມີ 18 ຄົນ ຍິງ 1 ຄົນ, ໄດ້ເກັບໂຕເລກຄົນລາວທີ່ກັບມາຈາການເຮັດວຽກຢູ່ຕ່າງປະເທດມີ 1.695 ຄົນ ຍິງ 905 ຄົນ; ໄດ້ນຳໃຊ້ໂຮງຮຽນເປັນບ່ອນກັກກັນຊົ່ວຄາວມີ 17 ຈຸດ, ມີຄົນເຂົ້າສູນກັກຕົວ 190 ຄົນ ຍິງ 91 ຄົນ.

ຕິດພັນກັບວຽກງານດັ່ງກ່າວ, ປກສ ເມືອງປະທຸມພອນ ຍັງໄດ້ເອົາໃຈໃສ່ເຮັດວຽກງານແກ້ໄຂປະກົດການຫຍ້ໍທໍ້ໄປພ້ອມ ເປັນຕົ້ນແມ່ນວຽກງານແກ້ໄຂຄະດີອາຍາ ເຊິ່ງເກີດຂຶ້ນ 15 ເລື່ອງ, ມີຜູ້ຖືກຫາ 20 ຄົນ ຍິງ 2 ຄົນ; ມ້າງຄະດີຢາເສບຕິດໄດ້ທັງໝົດ 23 ເລື່ອງ, ກັກຜູ້ຖືກຫາໄດ້ 90 ຄົນ ຍິງ 1 ຄົນ, ຢຶດຂອງກາງຢາບ້າໄດ້ ຈຳນວນ 3.628 ເມັດ, ໃນນັ້ນ ມີ: ຄະດີຄ້າຂາຍຢາເສບຕິດ 21 ເລື່ອງ, ຜູ້ຖືກຫາ 25 ຄົນ, ຄະດີເສບຢາເສບຕິດມີ 67 ຄົນ ແລະ ມີຢາໄວ້ໃນຄອບຄອງ 2 ເລື່ອງ, ມີຜູ້ຖືກຫາ 2 ຄົນ.