ສະຫຼຸບການລົງກວດກາ ປະຊາຊົນຕັ້ງຕູບ-ສະໜ່ຳ ຢູ່ເຂດພູກະລໍ ລະຫວ່າງຊາຍແດນເມືອງອະນຸວົງ-ເມືອງລ້ອງຊານ
ສະຫຼຸບການລົງກວດກາ ປະຊາຊົນຕັ້ງຕູບ-ສະໜ່ຳ ຢູ່ເຂດພູກະລໍ ລະຫວ່າງຊາຍແດນເມືອງອະນຸວົງ-ເມືອງລ້ອງຊານ

ກອງບັນຊາການ ປກສ ແຂວງໄຊສົມບູນ ເປີດກອງປະຊຸມ ສະຫຼຸບການລົງກວດກາ ປະຊາຊົນຕັ້ງຕູບ-ສະໜ່ຳ ຢູ່ເຂດພູກະລໍ ລະຫວ່າງຊາຍແດນເມືອງອະນຸວົງ-ເມືອງລ້ອງຊານ ໃນວັນທີ 13 ພຶດສະພາ 2020; ເປັນປະທານໂດຍ ພັອ ໂອລົມ ອິນທະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ເຂົ້າຮ່ວມມີ ທ່ານ ສັງຄົມ ສູນດາລາ ຮອງເຈົ້າເມືອງອະນຸວົງ; ມີຜູ້ຕາງໜ້າພະແນກກະສິກຳ-ປ່າໄມ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ປກສ ເມືອງອະນຸວົງ ແລະ ປກສ ເມືອງລ້ອງຊານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈາກຫ້ອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານເຂົ້າຮ່ວມ.

ພັທ ໄກຊົ່ງ ຕົ່ງກູ້ ຮອງຫົວໜ້າຫ້ອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໄດ້ສະຫຼຸບຜົນການປະຕິບັດວຽກງານດັ່ງກ່າວວ່າ:  ຈາກການລົງເກັບກຳສະຖິຕິ ແລະ ການເຄື່ອນໄຫວຂອງປະຊາຊົນ ເຊິ່ງມີພົນລະເມືອງທັງໝົດ 246 ຄົນ ຍິງ 107 ຄົນ; ໃນນັ້ນ, ຄົນພາຍໃນແຂວງໄຊສົມບູນ ມີ 47 ຄອບຄົວ ມີ 99 ຄົນ ຍິງ 44 ຄົນ, ມາຈາກນະຄອນຫຼວງວຽງຈັນ 26 ຄອບຄົວ ມີ 66 ຄົນ ຍິງ 28 ຄົນ, ມາຈາກແຂວງວຽງຈັນ 37 ຄອບຄົວ ມີ 77 ຄົນ ຍິງ 34 ຄົນ, ມາຈາກແຂວງຊຽງຂວາງ 2 ຄອບຄົວ ມີ 3 ຄົນ ຍິງ 1 ຄົນ ແລະ ມາຈາກແຂວງໄຊຍະບູລີ 1 ຄົນ; ຜ່ານການລົງກວດກາຕົວຈິງເຫັນວ່າພື້ນທີ່ດັ່ງກ່າວມີຄວາມສ່ຽງຕໍ່ການລັກລອບຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດ, ມົ້ວສຸມສິ່ງເສບຕິດ, ລັກລອບນຳໃຊ້ອາວຸດລ່າເນື້ອ, ຫາປາແບບບໍ່ຖືກຕ້ອງ ແລະ ຖາງປ່າຊະຊາຍໃນເຂດຫວງຫ້າມ ເຊິ່ງເປັນການທຳລາຍລະບົບນິເວດ ແລະ ສິ່ງແວດລ້ອມ.

ພັອ ໂອລົມ ອິນທະວົງ ກ່າວວ່າ: ຕໍ່ກັບສະພາບການດັ່ງກ່າວ ຈະຕ້ອງໄດ້ເອົາໃຈໃສ່ໃນການຄົ້ນຄວ້າ  ແລະ ປຶກສາຫລື ນໍາບັນດາຂະແໜງການວິຊາສະເພາະທີ່ກ່ຽວຂ້ອງ ເພື່ອພ້ອມກັນຊອກຫາແນວທາງແກ້ໄຂໃຫ້ສອດຄ່ອງ, ເໝາະສົມ ແລະ ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງໂດຍກົງໃນການແກ້ໄຂບັນຫານີ້.