ຫ້ອງການ ສາທາລະນະສຸກ ເມືອງໄຊພູທອງ ສ້າງກິດຈະກໍາລ້າງມືຊີວິດປອດໄພ
ຫ້ອງການ ສາທາລະນະສຸກ ເມືອງໄຊພູທອງ ສ້າງກິດຈະກໍາລ້າງມືຊີວິດປອດໄພ

ວັນທີ 13 ພຶດສະພາ 2020, ຫ້ອງການ ສາທາລະນະສຸກ ເມືອງໄຊພູທອງ ແຂວງສະຫວັນນເຂດ ໄດ້ສ້າງກິດຈະກໍາລ້າງມືຊີວິດປອດໄພ, ທີ່ສາກົນໄດ້ກໍານົດເອົາວັນທີ 5 ພຶດສະພາ ຂອງທຸກໆປີ  ເປັນວັນສາກົນສົ່ງເສີມການລ້າງມື; ໂດຍມີ ທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ, ມີບັນດາທ່ານຮອງເລຂາພັກເມືອງ, ຮອງເຈົ້າເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ຄະນະຫ້ອງການ ພ້ອມດ້ວຍພະນັກງານແພດໝໍ ເຂົ້າຮ່ວມ.

ທ່ານ ຄໍາວິໃສ ຜຸຍຍະວົງ ກ່າວວ່າ: ການສ້າງກິດຈະກໍາລ້າງມືສະອາດ ທີ່ທາງອົງການອະນາໄມໂລກໄດ້ກໍານົດເອົາ ວັນທີ 5 ພຶດສະພາ ເປັນວັນສາກົນ ສົ່ງເສີມການລ້າງມື  ເຊິ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຖືວັນດັ່ງກ່າວເປັນວັນສໍາຄັນ ໂດຍສະເພາະໄລຍະເດືອນມີນາ ມາຮອດປະຈຸບັນ, ເຊິ່ງເປັນການລະບາດໃຫຍ່ຂອງພະຍາດໂຄວິດ-19, ພາຫະນໍາເຊື້ອໂຄວິດ-19 ເຂົ້າສູ່ຮ່າງກາຍແມ່ນທາງມື, ການສໍາພັດ, ຈັບ, ບາຍ.  ສະນັ້ນການລ້າງມືດ້ວຍນໍ້າສະອາດໃສ່ສະບູແມ່ນວິທີດີທີ່ສຸດໃນການປ້ອງກັນພະຍາດຕິດຕໍ່, ມາດຕະການປ້ອງກັນຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ສຳຄັນຕົ້ນຕໍ.

ນອກຈາກຮັກສາໄລຍະຫ່າງ 1 ແມັດຂຶ້ນໄປແລ້ວ ກໍແມ່ນການໃສ່ຜ້າປິດປາກ-ດັງ, ອະນາໄມສະຖານທີ່, ການລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼັງຈາກສໍາພັດກັບວັດຖຸສິ່ງຂອງ ແລະ ກຸ່ມຄົນທີ່ສ່ຽງຕໍ່ການຕິດເຊື້ອ, ການລ້າງມືທຸກຄັ້ງກ່ອນ ແລະ ຫຼັງຮັບປະທານອາຫານ, ຢູ່ສະຖານທີ່ບໍລິການສາທາລະນະສຸກ-ພະນັກງານແພດໝໍ ຈຶ່ງໄດ້ຖືເອົາການລ້າງມືເປັນສໍາຄັນໃນການຮັກສາອາການ ແລະ ການປິ່ນປົວ.

ນອກຈາກການນໍາໃຊ້ວັກຊິນແລ້ວ ກໍຍັງແມ່ນການລ້າງມືທີ່ຊ່ວຍໃນການຈໍາກັດການລະບາດໄດ້ ເພາະການລ້າງມືດ້ວຍນໍ້າສະອາດພ້ອມທັງໃສ່ສະບູ ຈະຊ່ວຍກໍາຈັດເຊື້ອພະຍາດອອກຈາກມືໄດ້ ບໍ່ວ່າຈະເປັນເຊື້ອຈຸລະໂລກ ຫຼື ເຊື້ອຈຸລິນຊີ ກໍສາມາດເຂົ້າສູ່ຮ່າງກາຍໄດ້.