ນັບແຕ່ລັດຖະບານໄດ້ປະກາດຜ່ອນຜັນບາງມາດຕະການປ້ອງກັນພະຍາດໂຄວິດ-19 ເຊິ່ງເປັນຄັ້ງທີ III ເຈົ້າໜ້າທີ່ດ່ານຕໍາຫຼວດກວດຄົນເຂົ້າ-ອອກເມືອງສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ກວດຄົນເຂົ້າ-ອອກເມືອງໄດ້ທັງໝົດ 4.000 ກວ່າຄົນ ໃນນັ້ນລວມທັງຄົນຂັບລົດບັນທຸກ, ແຮງງານລາວ ແລະ ຄົນເຈັບ; ສ່ວນການເປີດດ່ານຊາຍແດນນັ້ນ ແມ່ນຍັງລໍຖ້າຄຳສັ່ງຂອງລັດຖະບານ.

ຫົວໜ້າດ່ານ ຂົວມິດຕະພາບລາວ-ໄທ
ຫົວໜ້າດ່ານ ຂົວມິດຕະພາບລາວ-ໄທ

ພັທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄຸ້ມຄອງດ່ານ ຫົວໜ້າດ່ານຕໍາຫຼວດກວດຄົນເຂົ້າ-ອອກເມືອງສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໄດ້ໃຫ້ຮູ້ໃນວັນທີ 15 ພຶດສະພາ 2020 ນີ້ວ່າ: ພາຍຫຼັງທີ່ລັດຖະບານລາວໄດ້ມີການຜ່ອນຜັນບາງມາດຕະການປ້ອງກັນພະຍາດໂຄວິດ-19 ນັ້ນ; ທາງເຈົ້າໜ້າທີ່ປະຈໍາດ່ານໄດ້ເອົາໃຈໃສ່ໃນການຄັດກອງ, ກວດກາ ແລະ ວັດແທກອຸນຫະພູມຕໍ່ຜູ້ທີ່ເດີນທາງຜ່ານດ່ານໃນແຕ່ລະວັນຢ່າງເຂັ້ມງວດ ໂດຍນັບແຕ່ວັນທີ 3-14 ພຶດສະພາຜ່ານມາ ເຫັນວ່າມີຜູ້ເດີນທາງເຂົ້າ-ອອກທັງໝົດ 4.390 ຄົນ ໃນນັ້ນ, ມີຄົນທີ່ຂັບລົດບັນທຸກສິນຄ້າ 3.899 ຄົນ, ແຮງງານລາວ ຈໍານວນ 395 ຄົນ ແລະ ຄົນເຈັບສຸກເສີນ-ຄົນຕິດຕາມຄົນເຈັບ ຈໍານວນ 96 ຄົນ.

ຄຽງຄູ່ກັນນີ້, ລົດບັນທຸກຂົນສົ່ງສິນຄ້າທີ່ຜ່ານເຂົ້າມາສ່ວນຫຼາຍ ແມ່ນບັນທຸກສິນຄ້າໂຄງການຂອງລັດຖະບານ ແລະ ໂຄງການອື່ນໆທີ່ຈໍາເປັນ  ແຕ່ຕ້ອງໄດ້ປະຕິບັດຕາມຂັ້ນຕອນຂອງຂະແໜງສາທາລະນະສຸກຢ່າງເຂັ້ມງວດ; ສ່ວນຜູ້ທີ່ເຈັບ ແລະ ເຈັບໜັກ (ສຸກເສີນ) ທີ່ມີລົດນໍາສົ່ງ ຈະຕ້ອງມີເອກະສານຢັ້ງຢືນຈາກແພດ-ໝໍ ທາງເຈົ້າໜ້າທີ່ປະຈໍາດ່ານ ຈຶ່ງຈະປະສານຫາເຈົ້າໜ້າທີ່ດ່ານເຊິ່ງໜ້າເພື່ອອໍານວຍຄວາມສະດວກໃຫ້ອອກໄປປິ່ນປົວ ແລະ ເມື່ອໄປຮອດດ່ານເຊິ່ງໜ້າເບື້ອງນັ້ນ ກໍຈະມີລົດມາຮັບເອົາໄປອີກເທື່ອໜຶ່ງ ໂດຍທີ່ບໍ່ອະນຸຍາດໃຫ້ນໍາລົດເຂົ້າໄປໄດ້.

ສໍາລັບມາດຕະການໃນການເປີດດ່ານໃນໄລຍະນີ້ ແມ່ນຍັງລໍຖ້າແຈ້ງການຈາກລັດຖະບານ ແລະ ທາງເຈົ້າໜ້າທີ່ຍັງໄດ້ກະກຽມຄວາມພ້ອມທີ່ຈະຮັບມືກັບຜູ້ທີ່ຈະເດີນທາງເຂົ້າ-ອອກເມືອງໃນເວລາເປີດດ່ານ ແລະ ກຽມພ້ອມປະຕິບັດຕາມມາດຕະການປ້ອງກັນພະຍາດ ໂຄວິດ-19 ຢ່າງເຂັ້ມງວດ.