ໃນວັນທີ 18 ພຶດສະພາ 2020, ຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ເລາຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ພ້ອມຄະນະ ໄດ້ນໍາພວງມາລາເຂົ້າວາງຢູ່ ອະນຸສາວະລີນັກຮົບນິລະນາມ, ນໍາກະຕ່າດອກໄມ້ເຂົ້າວາງຢູ່ ອະນຸສາວະລີ ປະທານ ໄກສອນ ພົມວິຫານ ແລະ ອານຸສອນສະຖານ ປະທານ ສຸພານຸວົງ ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ແລະ ໄວ້ອາໄລຕໍ່ ບັນພະບູລຸດທີ່ເສຍສະລະເລືອດເນື້ອເພື່ອປະເທດຊາດ.

ການເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ໃນຄັ້ງນີ້ ເນື່ອງໃນໂອກາດ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 65 ປີ (14 ເມສາ 1955-14 ເມສາ 2020) ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ແລະ ໄວ້ອາໄລຕໍ່ ບັນພະລູລຸດ ກໍຄື ພັກປະຊາຊົນ ປະຕິວັດລາວ ທີ່ເປັນຜູ້ສ້າງຕັ້ງ ອົງການຈັດຕັ້ງຊາວໜຸ່ມຕະລຸມບອນ ຂຶ້ນໃນຖັນແຖວພະນັກງານປະກອບອາວຸດ ໃນວັນທີ 14 ເມສາ 1955 ເຊິ່ງອົງການຈັດຕັ້ງດັ່ງກ່າວໄດ້ກາຍເປັນເຈົ້າການເຕົ້າໂຮມ ແລະ ສຶກສາອົບຮົມຊາວໜຸ່ມ ປະຕິບັດພາລະບົດບາດປະຈັນບານໃນທຸກສະໜາມຮົບ ດ້ວຍມານະຈິດທີ່ວ່າ: ຍອມຕາຍດີກວ່າເສຍເອກະລາດ, ເດັດຂາດບໍ່ໃຫ້ປະເທດຊາດຖືກຕັດແບ່ງ ແລະ ຄວາມປອງດອງຊາດຖືກທໍາລາຍ.

ເຊິ່ງຕະຫຼອດໄລຍະ 65 ປີຜ່ານມາ, ຊາວໜຸ່ມພາຍໃຕ້ຮົ່ມທຸງຂອງພັກນັ້ນ ຂະບວນການຂອງຊາວໜຸ່ມລາວ ໄດ້ມີຜົນງານປະກອບສ່ວນຫຼາຍດ້ານ ແລະ ພົ້ນເດັ່ນໃນເມື່ອກ່ອນ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່, ຂະບວນແຫ່ງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວບໍ່ວ່າທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ເຊິ່ງໄດ້ສ້າງຜົນງານ ແລະ ວິລະກໍາອັນໃຫຍ່ຫຼວງທີ່ໄດ້ຈົດບັນທຶກໄວ້ໃນໜ້າປະຫວັດສາດຂອງຊາດລາວ.