ຄະນະສະຖາບັນອະນາໄມປ້ອງກັນ ແລະ ສົ່ງເສີມສຸຂະພາບກອງທັບ ລົງໂຄສະນາປ້ອງກັນ ຄວບຄຸມພະຍາດໂຄວິດ-19 ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ແລະ ສະຫາຍ ພັອ ສີ ທະວີໄຊ ຫົວໜ້າການທະຫານ ກອງບັນຊາການທະຫານນະຄອນຫຼວງວຽງ ຈັນ ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ ພ້ອມບັນດາສະຫາຍຫົວໜ້າກົມກອງຂຶ້ນກັບ ຕໍ່ຜູ້ທີ່ເຮັດວຽກງານພະລາທິການ ທົ່ວກອງບັນຊາການທະຫານນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ໂດຍປະຕິບັດຕາມຄຳສັ່ງແຈ້ງການຂອງນາຍົກລັດຖະມົນຕີສະບັບເລກທີ 06/ນຍ ວ່າດ້ວຍການເພີ່ມທະວີສະກັດກັ້ນການລະບາດຂອງພະຍາດ, ຄວບຄຸມ ແລະ ກຽມພ້ອມຮອບດ້ານຕ້ານພະຍາດໂຄວິດ-19. ໂອກາດນີ້, ສະຫາຍ ຮທ ດຣ ນາງ ມະໄລວັນ ເລົ່າວິຊາການສະຖາບັນອະນາໄມປ້ອງກັນ ແລະ ສົ່ງເສີມສຸຂະພາບກອງທັບ ຂຶ້ນເຜີຍແຜ່ເອກະສານກ່ຽວກັບການປ້ອງກັນຄວບຄຸມແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ກ່ອນອື່ນສະຫາຍ ໄດ້ຍົກໃຫ້ເຫັນ ແລະ ອະທິບາຍໂຄ່ງຮ່າງການປະກອບສ້າງຂອງເຊື້ອພະຍາດໃນຮູບຮ່າງລັກສະນະການກໍ່ໂຕແຜ່ລະບາດຂອງເຊື້ອດັ່ງກ່າວ,ເສັ້ນທາງການຕິດຕໍ່ແມ່ນເກີດຈາກທາງເດີນຫາຍໃຈເຊີ່ງຈະມີອາການ ໄຂ້, ໄອ, ຈາມ, ມີນໍ້າມູກຍ້ອຍ ແລະ ມີໄລຍະການບົ່ມເຊື້ອເປັນເວລາ 2 ຫາ 14 ວັນ ເຊື້ອພະຍາດຊະນິດນີ້ແມ່ນຈະບໍ່ສາມາດຂະຫຍາຍຕົວໄດ້ດົນຕໍ່ກັບສີ່ງທີ່ບໍ່ມີຊີວິດ ສະນັ້ນແລ້ວ ກໍລະນີທີ່ທຸກຄົນອອກຈາກບ້ານທຸກຄັ້ງກໍຕ້ອງໄດ້ມີວິທີການປ້ອງກັນຢ່າງຖີ່ຖ້ວນເປັນຕົ້ນຕ້ອງໃຊ້ນໍ້າຢາລ້າງມືທີ່ມີສ່ວນເຫຼົ້າ 70 % ຂຶ້ນໄປ, ໃສ່ຜ້າອັດປາກ, ດັງ, ຫຼີກລ່ຽງໄປສະຖານທີ່ທີ່ມີຄົນແອອັດ, ກິນອາຫານປຸງສຸກສະອາດ, ຢຸດການເດີນທາງນຳໃຊ້ລົດສາທາລະນະ ຫ້າມໃຊ້ອຸປະກອນເຄື່ອງນຸ່ງຫົ່ມຮ່ວມກັນ, ຢ່າທັກທາຍດ້ວຍການສຳພັດມືກັນ ຄວນຮັກສາໄລຍະຫ່າງກັນຕໍ່າກວ່າ 2 ແມັດ ແລະ ກວດເຊັກອຸ່ນຫະພູມເປັນປະຈຳ ເພາະວ່າພະຍາດນີ້ເປັນພະຍາດທີ່ອັນຕະລາຍຮ້າຍແຮງ ບໍ່ທັນມີຢາວັກແຊງປິ່ນປົວ ກໍລະນີຫາກມີອາການໄຂ້, ໄອຕ່າງໆ ຕ້ອງມີການແຍກຕົວອອກ ຕິດຕາມອາການ ແລ້ວລາຍງານເຖິງໜ່ວຍງານສະເພາະກິດທີ່ກ່ຽວຂ້ອງຮັບການຮັກສາຕາມອາການ.

ໂອກາດນີ້, ສະຫາຍ ພັທ ມອນຕາວັນ ເລືອງສອນ ຮອງຫົວໜ້າຫ້ອງພະລາທິການ ທະຫານນະຄອນຫຼວງວຽງຈັນ ຂຶ້ນເຜີຍແຜ່ເອກະສານແບບຮ່າງສະຫຼຸບບັນຊີສະຖິຕິ ຊັບສິນຂອງລັດ, ປະເພດພາຫະນະ, ວັດຖຸອຸປະກອນ, ທີ່ດິນ ແລະ ສິ່ງປຸກສ້າງຂອງລັດທີ່ຢູ່ໃນການຄຸ້ມຄອງນຳໃຊ້ທັງໝົດຂອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຕື່ມອີກ.

ການຈັດຕັ້ງເຜີຍແຜ່ໃນຄັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານ, ວິຊາການກ່ຽວຂ້ອງທີ່ເຂົ້າຮ່ວມໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊີ່ງທົ່ວເຖິງ ຕໍ່ຜົນຮ້າຍ,ວິທີປ້ອງກັນ ຄວບຄຸມ ແລະ ມີແບບແຜນໃໝ່ ເຫັນໄດ້ຕໍ່ຄວາມເຂົ້າໃຈສະແດງອອກໃນການຕອບຄຳຖາມ ສາມາດກຳໄດ້ເປັນຢ່າງດີ ເພື່ອທີ່ຈຳນຳເອົາບົດຮຽນດັ່ງກ່າວນຳໄປເຜີຍແຜ່ຕໍ່ພະນັກງານ-ນັກຮົບໃນກົມກອງ ພໍ່ແມ່ປະຊາຊົນ ຈັດຕັ້ງປະຕິບັດເຂົ້າໃນການດຳລົງຊີວິດປະຈຳວັນຢ່າງເຂັ້ມງວດຖືວ່າເປັນຂໍ້ມູນຄວາມຮູ້ທີ່ສຳຄັນທີ່ສຸດ ເພື່ອເປັນການຕ້ານ ແລະ ປ້ອງກັນຈາກເຊື້ອພະຍາດໄວຮັດ ໂຄວິດ 19 ນີ້ໃຫ້ໝົດໄປ.

ຂ່າວ-ພາບ: ຮທ ສຸລິຍາ (ນັກຂ່າວ ທະຫານ ນວ)