ພົບປະໂອ້ລົມ ພະນັກງານ-ນັກຮົບທີ່ຈະໄປສຶກສາວິຊາສະເພາະ

0
1490

ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ໂອ້ລົມ ພະນັກງານ-ນັກຮົບທີ່ຈະໄປສຶກສາຕໍ່ວິຊາສະເພາະ ຢູ່ໂຮງຮຽນ ປກສ ຊັ້ນຕົ້ນ ເລກ III ແຂວງຊຽງຂວາງ ປະຈຳປີ 2020 ໃນວັນທີ 17 ພຶດສະພາ 2020, ໂອ້ລົມໂດຍ ສະຫາຍ ພັທ ຄຳນວນ ໄຊຍະວົງ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງອຸດົມໄຊ, ມີຕາງໜ້າພະແນກກ່ຽວຂ້ອງ ເຂົ້າຮ່ວມ.

ຮທ ເພັດສະໝອນ ໄຊຍະແສງ ຫົວໜ້າໜ່ວຍງານບໍລິຫານ-ສັງລວມ ພະແນກຈັດຕັ້ງພະນັກງານ ຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງ ເລກທີ 709/ປກສ.ອຊ ລົງວັນທີ 13 ພຶດສະພາ 2020 ວ່າດ້ວຍ ການອະນຸມັດໃຫ້ພະນັກງານ-ນັກຮົບໄປສຶກສາຮ່ຳຮຽນວິຊາສະເພາະປ້ອງກັນຄວາມສະຫງົບ ລະດັບຊັ້ນຕົ້ນ ຮຸ່ນທີ XV ຢູ່ທີ່ໂຮງຮຽນ ປກສ ຊັ້ນຕົ້ນ ເລກ III ແຂວງຊຽງຂວາງ ປະຈຳປີ 2020.

ພັທ ຄຳນວນ ໄຊຍະວົງ ໄດ້ເນັ້ນໜັກໃຫ້ ພະນັກງານ-ນັກຮົບທີ່ຈະໄປສຶກສາຮໍ່າຮຽນໃນຄັ້ງນີ້ ຈົ່ງເປັນເຈົ້າການໃນການປະຕິບັດກົດລະບຽບວິໄນຕ່າງໆຂອງໂຮງຮຽນວາງອອກ ຢ່າງເຂັ້ມງວດ, ເອົາໃຈໃສ່ໃນການເຕົ້າໂຮມຄວາມສາມັກຄີ ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມກັນເອົາໃຈໃສ່ໃນການສຶກສາຮ່ຳຮຽນ, ຍາດແຍ່ງເອົາບັນດາຜົນງານ, ແລກປ່ຽນບົດຮຽນນຳຄູອາຈານ ກໍຄື ເພື່ອນມິດສະຫາຍ, ຝຶກຝົນຫຼໍ່ຫຼອມຕົນເອງ, ຮັກຫອມຖະໜອມຕົວ ລວມທັງການຮັກສາສຸຂະພາບຮ່າງກາຍໃຫ້ແຂງແຮງ ແລະ ອື່ນໆ ເພື່ອຈະໄດ້ນຳເອົາບົດຮຽນ ແລະ ປະສົບການເຫຼົ່ານັ້ນ ມາໝູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະ ທີ່ຂັ້ນເທິງມອບໝາຍໃຫ້ ສຳເລັດຜົນຕາມລະດັບຄາດໝາຍຕໍ່ໄປ.