ໃນວັນທີ 15 ພຶດສະພາ 2020, ເວລາ 14:30 ໂມງໄດ້ເກີດມີຝົນຕົກຟ້າລົມຈາກພາຍຸລະດູຮ້ອນ ພັດຖະຫຼົ່ມເຮືອນຊານບ້ານຊ່ອງຂອງປະຊາຊົນ ແລະ ຄ້າຍທະຫານກອງພັນ 409 ທີ່ຂຶ້ນກັບກອງພົນທີ 2 ສ້າງຄວາມເສຍ ຫາຍ. ໃນນີ້; ມີເຮືອນນອນ, ຫ້ອງການ, ສະໂມສອນ, ເຮືອນຄົວແຕກພັງ, ຫຼັງຄາຖືກລົມພັດປິວເຫຼືອໄວ້ແຕ່ໂຄງສ້າງ, ເສົາໄຟຟ້າລົ້ມ ເຮັັດໃຫ້ໄຟມອດ ແຕ່ຍັງໂຊກດີ ບໍ່ມີຄົນໄດ້ຮັບບາດເຈັບ. ປັດຈຸບັນ, ຍັງຢູ່ລະຫວ່າງການກວດກາຂອງເຈົ້າໜ້າທີ່ພະແນກການທີ່ກ່ຽວຂ້ອງ.

ຕໍ່ເຫດການດັ່ງກ່າວ, ພັອ ວຽງແກ້ວ ສີສຸລາດ ຫົວໜ້າການທະຫານກອງພົນທີ 2 ແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງກວດເບິ່ງຈຸດທີ່ໄດ້ຮັບຜົນກະທົບ, ໂດຍເບື້ອງຕົ້ນປະເມີນວ່າ ຄວາມເສຍຫາຍຄິດເປັນມູນຄ່າຫຼາຍລ້ານກີບ. ປັດຈຸບັນ, ຄະນະພັກ – ຄະນະບັນຊາ ໄດ້ນໍາເອົາກຳລັງອະນາໄມທໍາຄວາມສະອາດເກັບມ້ຽນເສດໄມ້ ແລະ ສັງກະສີທີ່ຈີກຂາດມ້ຽນໄວ້ຊົ່ວຄາວ ເພື່ອສ້ອມແປງໃຫ້ຄືນສູ່ສະພາບເດີມ.