ໃນອາທິດຜ່ານມາ, ບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ບໍ່​ຄຳທອງ ເຊ​ໂປນ ໄດ້​ປະ​ກອບ​ສ່ວນອຸ​ປະ​ກອນເຄື່ອງ​ມື​ປ້ອງ​ກັນ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19 ເພີ່ມ​ຕື່ມອີກເປັນ​ຄັ້ງ​ທີ​ 2 ໃຫ້​ແກ່ ເມືອງວິ​ລະ​ບູ​ລີ ເປັນມູນ​ຄ່າ ​101.500.000 ກີ​ບ ແລະ ແຂວງ​ສະ​ຫວັນ​ນະ​ເຂດ​ ​ມູນ​ຄ່າ 20.000 ໂດລາ (ປະ​ມານ 180.000.000 ກີບ), ມອບ​ໂດຍ ທ່ານ​ ນາງ ລັດ​ສະ​ນີ ສີ​ສານ ຫົວ​ໜ້າສາຍ​ງານ​ພົວ​ພັນ​ກັບພາກ​ລັດ​ ​ຕາງ​ໜ້າ ບໍ​ລິ​ສັດ ລ​ຊມ​ລ ແລະ ຮັບໂດຍ ທ່ານ ທ່ອ​ນ​ແກ້ວ ພຸດ​ທະ​ໄກ​ຍະ​ລາດ ຮອງ​ເຈົ້າ​ແຂວງ​ໆສະ​ຫວັນ​ນະ​ເຂດ ແລະ ດ​ຣ ບົງ​ສຸ​ວັນ ພັນ​ທະ​ວົງ​ສາ ຫົວ​ໜ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ການ​​​ປະ​ກອບ​ສ່ວນອຸ​ປະ​ກອນ ແລະ ເຄື່ອງ​ມືຄັ້ງ​ທີ​ 2 ນີ້ ແມ່ນເພື່ອ​ສະ​ໜັບ​ສະ​ໜູນໃຫ້​ແກ່ຜູ້​ມີ​ສ່ວນ​ຮ່ວມຫຼັກ ແລະ ຊຸມ​ຊົ​ນ​ເຈົ້າ​ພາບ ເຊິ່ງ​ເປັນ​ທີ່​ຕັ້ງ​ຂອງ ໂຄງ​ການ​ຂຸດ​ຄົ້ນ​​ບໍ່​ຄຳທອງ​ເຊໂ​ປນ ​ໃນ​ການຕ້ານການ​ລະ​ບາດຂອງ​ພະ​​ຍາດ​ COVID-19. ກ່ອນ​ໜ້າ​ນີ້ ໃນ​ເດືອນເມ​ສາ, ບໍ​ລິ​ສັດ ລ​ຊມ​ລ ໄດ້​ຮີບ​ເລັ່ງ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ເບື້ອງ​ຕົ້ນ​ໃຫ້​ແກ່ ເມືອງວິ​ລະ​ບູ​ລີ ແລະ ແຂວງ​ສະ​ຫວັນ​ນະ​ເຂດ ດ້ວຍ​ການມອບອຸ​ປະ​ກອນ​ການ​ແພດ ມູນ​ຄ່າ 142.000.000 ກີບ ເຊິ່ງອຸ​ປະ​ກອນ​ທີ່​ໄດ້​ມອບ ​ລວມ​ມີ: ໜ້າ​ກາກອະ​ນາ​ໄມ, ເຄື່ອງກວດ​ອຸນ​ຫະ​ພູມ​ຮ່າງ​ກາຍ, ນ້ຳ​ຢາ​ລ້າງ​ມື, ເຄື່ອງ​ພົ່ນ​​ຢາ​ຂ້າ​ເຊື້ອດ້ວຍ​ໄຟ​ຟ້າ ພ້ອມ​ດ້ວຍນ້ຳ​ຢາ​ຂ້າ​ເຊື້ອ.

ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ຂອງ ລ​ຊມ​ລ ກ່າວວ່າ:

ໃນ​ຂະ​ນະ​ທີ່​ປະ​ເທດ​ພວກ​ເຮົາ ​ເລີ່ມ​ມີ​ການຜ່ອນ​ຜັນ​ບາງມາດຕະການ, ພະ​ນັກ​ງານ​​ໃນແຖວ​ໜ້າ ກໍ​ຄື​ ແພດ​ໝໍ ແລະ ປະ​ຊາ​ຊົນ​ ເມືອງວິ​ລະ​ບູ​ລີ ແລະ ແຂວງ​ສະ​ຫວັນ​ນະ​ເຂດ ແມ່ນ​ຍັງຈະ​ຕ້ອງ​ໄດ້ກຽມ​ອຸ​ປະ​ກອນ ແລະ ເຫື່ອ​ແຮງ ​ເພື່ອ​ຮັບ​ມື​ກັບ​ຄວາມ​ສ່ຽງຕໍ່​ກັບ​ ການ​ລະ​ບາດ​ຂອງ​ພະ​ຍາດ​ COVID-19 ໃນ​ຕໍ່​ໜ້າ. ເຊິ່ງທາງ​ ບໍ​ລິ​ສັດ ລ​ຊມ​ລ ຫວັງ​ເປັນ​ຢ່າງ​ຍິ່ງວ່າ ​ອຸ​ປະ​ກອນເຄື່ອງ​ມື​ທີ່​ຈຳ​ເປັນ​ເຫຼົ່າ​ນີ້ ຈະ​ປະ​ກອບ​ສ່ວນ​ໃນການ​ຕໍ້​ສູ້​ຮັບ​ມືກັບ​ ການ​ລະ​ບາດຂອງ​ພະ​ຍາດ​COVID-19.

ໃນ​ເດືອນ ກຸມ​ພາ 2020 ເຊິ່ງ​ນັບ​ເປັນ​ເດືອນ​ທີ 2 ຫຼັງ​ຈາກ​ທີ່ໄດ້​ມີ ການ​ລະ​ບາດຂອງ​ພະ​ຍາດ COVID-19 ໄດ້​ແຜ່​ລາມ​ຢ່າງວ່ອງ​ໄວ​ໃນ​ທົ່ວ ສ​ປ ຈີນ ແລະ ໃນ​ຫຼາຍກວ່າ 20 ປະ​ເທດ​ ໃນ​ໂລກ, ບໍ​ລິ​ສັດ ລ​ຊມ​ລ ໄດ້​ມອບ​ເງິນສົມ​ທົບ ຈຳ​ນວນ 15.000 ໂດລາ ໃຫ້​ແກ່ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ເພື່ອປະ​ກອບ​ສ່ວນ​​ເຂົ້າໃສ່ທຶນ​ທີ່ທາງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ລາວຈີນ ຮ່ວມ​ກັບ ນະ​ຄອນຫຼວງວຽງ​ຈັນ ​ໄດ້​ຈັດ​ຂຶ້ນ ເພື່ອ​ລະ​ດົມ​ທຶນ​ໄປ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ ຈາກ​ພະ​ຍາດCOVID-19 ຢູ່ ສ​ປ ຈີນ.

ມາ​ຮອດ​ປັດ​ຈຸ​ບັນ, ບໍ​ລິ​ສັດ ລ​ຊມ​ລ ໄດ້ມີ​ລວມຍອດ​ການ​ສະ​ໜັບ​ສະ​ໜູນໃຫ້​ແກ່ ເມືອງວິ​ລະ​ບູ​ລີ, ແຂວງ​ສະ​ຫວັນ​ນະ​ເຂດ ແລະ ຂະ​ແໜງ​ການ​ກ່ຽວ​ຂ້ອງ ເປັນ​ຈຳ​ນວນກວ່າ $65.000 ໂດລາ. ໃນ​ຂະ​ນະ​ທີ່ ສະ​ພາບ​ການ​ລະ​ບາດຂອງ​ພະ​ຍາດ​ COVID-19 ໄດ້ມີ​ການ​ປ່ຽນ​ແປງ​ໃນ​ແຕ່​ລະ​ມື້ຢູ່​ນັ້ນ, ​​ທາງບໍ​ລິ​ສັດ ກໍກໍາ​ລັງ​ປະ​ສານວຽກ​ຮ່ວມ​ກັບ ສູນ​ວິ​ເຄາະ ແລະ ວິ​ທະ​ຍາ​ແຫ່ງ​ຊ​າດ ​ຂອງ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ເພື່ອ​ຫາ​ວິ​ທີ​ທາງ​ສະ​ໜັບ​ສະ​ໜູນ ແລະ ການ​ຮ່ວມ​ມື​ທີ່​ເປັນ​ຜົນດີ​ທີ່​ສຸດໃຫ້​ແກ່​ ການ​ຮັບ​ມືຕ້ານ​ກັບ​ພະ​ຍາດ​ COVID-19 ໃນ​ປະ​ເທດເຮົາ. ໂດຍ ບໍ​ລິ​ສັດ ລ​ຊມ​ລ ມີ​ຄວາມ​ມຸ່ງໝັ້ນ​ໃນ​ການ​ປົກ​ປ້ອງພະ​ນັກ​ງານ, ຜູ້​ຮັບ​ເໝົາຂອງ​ບໍ​ລິ​ສັດ ແລະ ຊຸມ​ຊົນ​ທ້ອງ​ຖິ່ນ​ ໃຫ້​ມີ​ຄວາມປອດ​ໄພ ​ແລະ ບໍ່ສ່ຽງ​ຈາກ​ການ​ຕິດ​ເຊື້ອ​ພະ​ຍາດ COVID-19.