ຜົນເສຍຫາຍຂອງໂຮງຮຽນປະຖົມສຶກສາບ້ານນາກວາງ ຈາກການຖືກ ພະຍຸລະດູຮ້ອນ ພັດໃສ່
ຜົນເສຍຫາຍຂອງໂຮງຮຽນປະຖົມສຶກສາບ້ານນາກວາງ ຈາກການຖືກ ພະຍຸລະດູຮ້ອນ ພັດໃສ່

ຕາມການລາຍງານຂອງຄະນະບ້ານນາກວາງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເວລາ 14:00 ໂມງ ຂອງວັນທີ 13 ພຶດສະພາ 2020; ມີລົມ ພະຍຸລະດູຮ້ອນ ພັດໃສ່ໂຮງຮຽນປະຖົມສຶກສາສົມບູນ ບ້ານນາກວາງ ເຮັດໃຫ້ໂຮງຮຽນແຫ່ງດັ່ງກ່າວໄດ້ຮັບຜົນເສຍຫາຍຢ່າງໜັກເຊັ່ນ: ຫຼັງຄາຮື້ໝົດທັງຫຼັງ, ຝາທີ່ກໍ່ດ້ວຍດິນຈີ່ຫັກພັງລົງ 2 ດ້ານ, ອຸປະກອນການຮຽນ-ການສອນໄດ້ເປ່ເພຈໍານວນໜຶ່ງ ລວມມູນຄ່າເສຍຫາຍທີ່ໄດ້ປະເມີນເບື້ອງຕົ້ນ 23 ລ້ານກວ່າກີບ; ເຫດການທີ່ເກີດຂຶ້ນນັ້ນແມ່ນບໍ່ມີປະຊາຊົນ ແລະ ນັກຮຽນໄດ້ຮັບບາດເຈັບແຕ່ຢ່າງໃດ ເພາະເປັນໄລຍະພັກຮຽນ.

ທ່ານເຈົ້າແຂວງໄຊຍະບູລີ ໃອບສັງກະສີ ແລະ ອຸປະກອນຕ່າງໆ ເພື່ອນຳໄປສ້ອມແປງໂຮງຮຽນໃຫ້ກັບມາເປີດການຮຽນ-ການສອນໃນມໍ່ໆນີ້
ທ່ານເຈົ້າແຂວງໄຊຍະບູລີ ໃອບສັງກະສີ ແລະ ອຸປະກອນຕ່າງໆ ເພື່ອນຳໄປສ້ອມແປງໂຮງຮຽນໃຫ້ກັບມາເປີດການຮຽນ-ການສອນໃນມໍ່ໆນີ້

ຕໍ່ກັບເຫດການດັ່ງກ່າວ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໄດ້ລົງກວດກາເບິ່ງຄວາມເສຍຫາຍຕົວຈິງ ໃນຕອນເຊົ້າຂອງວັນທີ 14 ພຶດສະພາ 2020; ໂດຍມີ ທ່ານ ນາງ ພິລາວັນ ອົງແກ້ວ ຮອງເຈົ້າເມືອງ ໄຊຍະບູລີ ພ້ອມດ້ວຍອໍານາດການປົກຄອງບ້ານໆນາກວາງ ແລະ ຄະນະອໍານວຍການໂຮງຮຽນປະຖົມບ້ານນາກວາງ, ນໍາພາລົງເບິ່ງຕົວຈິງ.

ໂອກາດດັ່ງກ່າວ, ທ່ານເຈົ້າແຂວງໄຊຍະບູລີ ໄດ້ມອບສັງກະສີ ຈໍານວນ 350 ແຜ່ນ ແລະ ເຫຼັກຕະປູໝວກ 70 ກັບ ລວມມູນຄ່າເກືອບ 14 ລ້ານກີບ ໃຫ້ອໍານາດການປົກຄອງບ້ານ ແລະ ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງຈົ່ງຮີບຮ້ອນສ້ອມແປງໂຮງຮຽນໃຫ້ກັບມາໃຊ້ໄດ້ປົກກະຕິ ເພາະຈະໄດ້ມີການເປີດການຮຽນ-ການສອນຊັ້ນ ປໍ5 ໃນມໍ່ໆນີ້.