ເຈົ້າເມືອງຫົງສາ ຍັງໄດ້ລົງພົບປະໂອ້ລົມຢ້ຽມຢາມຖາມຂ່າວຊີວິດການເປັນຢູ່ຂອງປະຊາຊົນບ້ານຫ້ວຍໄລ່
ເຈົ້າເມືອງຫົງສາ ຍັງໄດ້ລົງພົບປະໂອ້ລົມຢ້ຽມຢາມຖາມຂ່າວຊີວິດການເປັນຢູ່ຂອງປະຊາຊົນບ້ານຫ້ວຍໄລ່

ໃນວັນທີ 15 ພຶດສະພາ 2020, ທ່ານ ຄໍາຫຼ້າ ຜິວວັນນາ ເຈົ້າເມືອງຫົງສາ ແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາໂຄງການກໍ່ສ້າງເສັ້ນທາງຍົກລະດັບປູຫີນ (ຊ່ວງຄ້ອຍຊັນ ) ເສັ້ນທາງກິໂລແມັດທີ 10 ລະຫວ່າງບ້ານທ່າຊ່ວງ ຫາ ບ້ານຄົກແອກ; ໂດຍມີ ທ່ານ ອ່ອນຈັນ ບຸນຍາວົງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ຕາງໜ້າບໍລິສັດຜູ້ຮັບເໝົາໂຄງການດັ່ງກ່າວເຂົ້າຮ່ວມ.

ໂຄງການດັ່ງກ່າວໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ກາງປີ 2013 ເປັນຕົ້ນມາ ໃນມູນຄ່າຮັບເໝົາກໍ່ສ້າງທັງໝົດ 48 ຕື້ກວ່າກີບ; ລວງຍາວເສັ້ນທາງ 38.5 ກິໂລແມັດ, ລວງກວ້າງໜ້າທາງ  5,5 ແມັດ, ໜ້າທາງປູດ້ວຍຫີນ,  ມາຮອດປັດຈຸບັນແມ່ນສໍາແລ້ວ 33% ຄາດຄະເນວ່າຈະໃຫ້ສໍາເລັດ ໃນປີ 2022, ໂດຍແມ່ນບໍລິສັດ ເກດມະນີ ກໍ່ສ້າງຂົວທາງ ຈໍາກັດເປັນຜູ້ຮັບເໝົາ.

ໂອກາດນີ້, ທ່ານເຈົ້າເມືອງຫົງສາ ຍັງໄດ້ລົງພົບປະໂອ້ລົມຢ້ຽມຢາມຖາມຂ່າວຊີວິດການເປັນຢູ່ຂອງປະຊາຊົນບ້ານຫ້ວຍໄລ່ ທີ່ເປັນບ້ານທາງຜ່ານຂອງເສັ້ນທາງສາຍດັ່ງກ່າວ, ໂດຍຊີ້ນຳອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈຕໍ່ການປັບປຸງເສັ້ນທາງໃນຄັ້ງນີ້, ຖ້າຄອບຄົວໃດທີ່ຖືກຜົນກະທົບຈາກການປັບປຸງເສັ້ນທາງແມ່ນໃຫ້ເປັນເຈົ້າການປະກອບສ່ວນຕໍ່ກັບການພັດທະນາໃນວຽກງານລວມ; ເຊິ່ງທາງພັກ-ລັດຈະຊ່ວຍເຫຼືອຕາມຄວາມເໝາະສົມ, ພ້ອມທັງປຸກລະດົມປະຊາຊົນເອົາໃຈໃສ່ໃນການປູກຝັງ ແລະ ລ້ຽງສັດພາຍໃນຄອບຄົວ ເພື່ອຂາຍອອກເປັນສິນຄ້າ ເຮັດໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນ, ຫຼັງຈາກນັ້ນກໍໄດ້ລົງກວດກາເບິ່ງແຜນການບຸກເບີກເສັ້ນທາງແຕ່ບ້ານທ່ານຸ່ນ ລົງສູ່ແມ່ນໍ້າຂອງ ເພື່ອຂະຫຍາຍເປັນເສັ້ນທາງຂົນສົ່ງຄົມມະນາຄົມ ທາງນໍ້າ ແລະ ທາງບົກໃນອານາຄົດ. ທັງນີ້ກໍ່ເພື່ອເປັນການຊຸກຍູ້ການກໍ່ສ້າງປັບປຸງເສັ້ນທາງແຕ່ຕົວເມືອງ  ຫາບ້ານຫ່າງໄກສອກຫຼີກໄດ້ມີເສັ້ນທາງໄປມາຫາສູ່ກັນດ້ວຍຄວາມສະດວກສະບາຍຂຶ້ນກວ່າເກົ່າ.