ວ.ກ ເລີ່ມເປີດການຮຽນ-ການສອນຄືນໃໝ່ ຕາມຫຼັກ “ໃຊ້ຊີວິດປົກກະຕິແບບໃໝ່ທີ່ປອດໄພ”

0
1179

ພັອ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງ ວິທະຍາຄານກົມມະດໍາ ໃຫ້ສໍາພາດໃນວັນທີ 18 ພຶດສະພາ 2020 ນີ້ ວ່າ: ວິທະຍາຄານກົມມະດໍາ ເລີ່ມຕົ້ນເປີດການຮຽນ-ການສອນ ເປັນມື້ທໍາອິດ ຕາມມາດຕະການຜ່ອນຜັນປ້ອງກັນການແຜ່ລະບາດຂອງເຊື້ອ ພະຍາດ ໂຄວິດ-19 ພາຍຫຼັງທີ່ໄດ້ຈັດຕັ້ງປະຕິບັດຄໍາສັ່ງເລກທີ 06 ຂອງນາຍຍົກລັດຖະມົນຕີ ໂດຍໄດ້ໃຫ້ຢຸດການຮໍ່າຮຽນຊົ່ວຄາວ ເລີ່ມແຕ່ເດືອນເມສາ 2020 ເປັນຕົ້ນມາ.

ພັອ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງ ວິທະຍາຄານກົມມະດໍາ

ໃນການເປີດຮຽນຄືນໃໝ່ນີ້, ວິທະຍາຄານກົມມະດໍາ ຈະເອົາໃຈໃສ່ປະຕິບັດມາດຕະການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢ່າງເຂັ້ມງວດຕາມຫຼັກ “ໃຊ້ຊີວິດປົກກະຕິແບບໃໝ່ທີ່ປອດໄພ” ດ້ວຍການແນະນໍາໃຫ້ພະນັກງານ-ນັກຮົບ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ທົ່ວວິທະຍາຄານໃຫ້ໃສ່ຜ້າອັດປາກອັດດັງ, ໃຊ້ເຈວລ້າງມືທຸກຄັ້ງ ກ່ອນເຂົ້າ-ອອກ ຫ້ອງຮຽນ, ຮັກສາໄລຍະຫ່າງ 2 ແມັດ; ພ້ອມນັ້ນ, ກໍທີມແພດໝໍປະຈໍາເພື່ອວັດແທກກວດອຸນຫະພູມໃຫ້ພະນັກງານ-ນັກຮົບ ເດີ່ນທາງເຂົ້າ-ອອກວິທະຍາຄານ.

ສ່ວນນັກຮຽນ-ນັກສຶກສາ, ແພດໜໍປະຈໍາກົມກອງ ໄດ້ແທກອຸນຫະພູມທຸກເຊົ້າກ່ອນຂຶ້ນຫ້ອງຮຽນໃຫ້ເປັນປົກກະຕິ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ພາຍໃນວິທະຍາຄານ; ສ່ວນນັກຮຽນຜູ້ໃດທີ່ບໍ່ປະຕິບັດຕາມຄໍາສັ່ງຈະຖືກຕັກເຕືອນ ແລະ ກັກຕົວໄລຍະ 14 ວັນຫາກເຫັນວ່າມີຄວາມຈໍາເປັນ.

ພັອ ຖາວອນ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ຊຸມຊົນ ເວົ້າລວມ ເວົ້າສະເພາະ ແມ່ນ ພະນັກງານ-ນັກຮົບ, ນັກຮຽນ-ນັກສຶກສາ ຈົ່ງຮ່ວມແຮງຮ່ວມໃຈກັນສືບຕໍ່ປະຕິບັດຄໍາສັ່ງແນະນໍາ ແລະ ມາດຕະການຕ່າງໆໃຫ້ຖືກຕ້ອງເຂັ້ມງວດ, ຖືເອົາການປ້ອງກັນເປັນບັນຫາສໍາຄັນ ເພື່ອຮັບປະກັນບໍ່ໃຫ້ມີການລະບາດຂອງພະຍາດໂຄວິດ 19 ອີກຮອບໃໝ່.

ຂ່າວ: ວັນນະເລດ | ພາບ: ດວງມະລາ ວັນທານຸວົງ