ວ.ກ ມອບໃບຢັ້ງຢືນນາມມະຍົດ 4 ບຸກໃຫ້ຊາວໜຸ່ມ 13 ກົມກອງ

0
861

ໃນວັນທີ 19 ພຶດສະພາ 2020, ພະແນກຊາວໜຸ່ມວິທະຍາຄານກົມມະດໍາ ໄດ້ຈັດກອງປະຊຸມສະຫຼຸບສ່ອງແສງທົ່ວວິທະຍາຄານ ເປັນປະທານໂດຍ ພັທ ປອ ສົມໄຫວ ແໜງໄຊຄຸນ ຫົວໜ້າຫ້ອງການເມືອງ ວິທະຍາຄານກົມມະດໍາ ພ້ອມດ້ວຍຊາວໜຸ່ມ 13 ກົມກອງເຂົ້າຮ່ວມ.

ພັທ ໄມວັນດີ ພອນວິໄລ ຫົວໜ້າພະແນກຊາວໜຸ່ມວິທະຍາຄານ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃບຢັ້ງຢືນນາມມະຍົດ 4 ບຸກ ໃຫ້ກົມກອງລວມໝູ່ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຄໍາສັ່ງແນະນໍາຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃນໄລຍະ 3 ປີຜ່ານມາ ຈໍານວນ 13 ກົມກອງ ທີ່ຂື້ນກັບວິທະຍາຄານ ແລະ ບຸກຄົນທີ່ມີຜົນງານໃນຂະບວນການວຽກງານຕ່າງໆ ເວົ້າລວມ ເວົ້າສະເພາະ ກໍຄືວຽກງານຂະບວນການທີ່ອົງການຈັດຕັ້ງຊາວໜຸ່ມ ກໍຄືວິທະຍາຄານໄດ້ວາງອອກ. ພ້ອມດຽວກັນ, ແຕ່ລະກົມກອງໄດ້ຜ່ານບົດສ່ອງແສງຂອງກົມກອງຂອງຕົນກ່ຽວກັບສະພາບການໃນໄລຍະຜ່ານມາ ເຊິ່ງເຫັນໄດ້ວ່າມີຄວາມສະຫງົບໄດ້ເປັນຢ່າງດີ.

ໂອກາດນີ້, ພັທ ປອ ສົມໄຫວ ແໜງໄຊຄຸນ ໄດ້ໃຫ້ກຽດມອບໃບຢັ້ງຢືນນາມມະຍົດ 4 ບຸກໃຫ້ຊາວໜຸ່ມ 13 ກົມກອງ; ພ້ອມທັງກ່າວຍ້ອງຍໍຊົມເຊີຍຜົນສໍາເລັດທີ່ແຕ່ລະກົມກອງຍາດມາໄດ້ໃນໄລຍະຜ່ານ ແລະ ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ເຮັດພາລະບົດບາດໜ້າທີ່ວິຊາສະເພາະຂອງຕົນໃຫ້ມີຜົນສໍາເລັດດີຍິ່ງຂຶ້ນ, ເພີ່ມທະວີຄວາມສາມັກຄີພາຍໃນກົມກອງໃຫ້ເປັນປຶກແຜ່ນແໜ້ນໜາ, ຕໍານິຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນເຮັດຫຼ້ອນໜ້າທີ່ທີ່ໄດ້ຮັບມອບໝາຍໃນຕໍ່ໜ້າ.

ຂ່າວ-ພາບ: ຂັນທະລີ ທໍາມະວົງ