ປະກາດແຕ່ງຕັ້ງ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ

0
1914

ພິທີປະກາດແຕ່ງຕັ້ງ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 21 ພຶດສະພາ 2020 ເຂົ້າຮ່ວມໂດຍ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງ ປກສ, ມີຄະນະພັກ, ຄະນະກອງບັນຊາການ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງ ປກສ

ພັທ ຄຳພອນ ແສງສາລີຈັນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການປ້ອງກັນທີ່ຕັ້ງ ເຊິ່ງໃນນີ້ໄດ້ປະກາດແຕ່ງຕັ້ງ: ພັອ ຄົມ ອິນທິລາດ ແລະ ພັທ ຈັນທອນ ແກ້ວມະນີວົງ ເປັນ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ເຊິ່ງການແຕ່ງຕັ້ງຄັ້ງນີ້ ແມ່ນອີງຕາມຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ວຽກງານ ໃນໄລຍະໃໝ່ ເພື່ອຮັບປະກັນທາງດ້ານວຽກງານວິຊາສະເພາະ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ດີຂຶ້ນກວ່າເກົ່າ.

ໃນໂອກາດດຽວກັນ, ພົຕ ປອ ສົມຫວັງ ທຳມະສິດ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ແລະ ຄະນະພັກທຸກຂັ້ນ ຕ້ອງຍົກສູງບົດບາດການນໍາພາຂອງຕົນຕໍ່ວຽກງານວິຊາສະເພາະ ໃຫ້ສູງຂຶ້ນ, ປັບປຸງແບບແຜນວິທີການນໍາພາ, ແບບແຜນວິທີເຮັດວຽກງາກ, ເປັນຄັນທຸງເຕົ້າໂຮມຄວາມສາມັກຄີພາຍໃນ ຢ່າງແໜ້ນແຟ້ນ, ເອົາໃຈໃສ່ປັບປຸງລະບຽບແບບແຜນຂອງກໍາລັງ, ປະຕິບັດລະບອບປະຊຸມສ່ອງແສງລາຍງານ ໃຫ້ເປັນປົກກະຕິ, ເຮັດວຽກຕ້ອງມີແບບແຜນ, ຊີ້ນໍາ ແລະ ກວດກາປະເມີນຜົນ ໃນແຕ່ລະໄລຍະ ແລະ ຕ້ອງຮັບປະກັນເຮັດໃຫ້ບັນດາຈຸດທີ່ຕັ້ງ ທີ່ຢູ່ໃນເຂດຄວາມຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພຮອບດ້ານ.

ພ້ອມນີ້, ໃນພິທີຍັງ ໄດ້ຮັບຮອງເອົາ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2019 ຈຳນວນ 14 ໜ່ວຍພັກ ທີ່ຂຶ້ນກັບ ກອງບັນຊາການປ້ອງກັນທີ່ຕັ້ງ.