ຂປລ. ລັດວິສາຫະກິດໄຟຟ້າລາວ ໄດ້ໃຫ້ສຳພາດຕໍ່ໂທລະພາບແຫ່ງຊາດຊີ້ແຈງໃຫ້ຮູ້ວ່າ: ພໍ່ແມ່ປະຊາຊົນ ກໍຄືຜູ້ຊົມໃຊ້ໄຟຟ້າທຸກໆຄົນ ແມ່ນໄດ້ຮັບການເກື້ອກູນຈາກລັດຖະບານ ຕໍ່ການປັບປຸງໂຄງສ້າງຄາລາໄຟຟ້າໃໝ່ ທີ່ມີລາຄາດຽວ ຄື 710 ກີບ/kWh ແຕ່ການເກື້ອກູນມີຄວາມແຕກຕ່າງກັນ ໂດຍສະເພາະຜູ້ທີ່ມີລາຍຮັບຕ່ຳ ຈຳ ນວນຫລາຍກວ່າ 80% ຂອງຜູ້ຊົມໃຊ້ໄຟ້າທັງໝົດທົ່ວປະເທດ. ຂະນະດຽວກັນ, ຜູ້ມີລາຍຮັບປານກາງສ່ວນໜຶ່ງທີ່ດຳລົງຊີວິດສ່ວນຫຼາຍຢູ່ໃນເມືອງໃຫຍ່ອາດຈະຖືກກະທົບ ເພາະໄດ້ຈ່າຍຄ່າໄຟຟ້າແພງຂຶ້ນ ຖ້າທຽບໃສ່ລາຄາເດີມ, ແຕ່ຖ້າທຽບໃສ່ລາຄາຕົ້ນທຶນກໍຍັງໄດ້ຮັບການເກື້ອກູນຢູ່.


ໃນບົດຕອບສຳພາດຕໍ່ສື່ມວນຊົນ, ທ່ານ ບຸນອູ້ມ ສີວັນເພັງ ອຳນວຍການໃຫຍ່ລັດວິສາຫະກິດໄຟ ຟ້າລາວ ໃຫ້ຮູ້ວ່າ: ການປັບປຸງໂຄງສ້າງລາຄາໄຟຟ້າໃໝ່ ແມ່ນມີຄວາມຈຳເປັນໃນແຕ່ລະໄລຍະຂຶ້ນກັບສະພາບເສດຖະກິດ ແລະ ນະໂຍບາຍຂອງລັດຖະບານ ເພາະລາຄາໄຟຟ້າຍັງເປັນລາຄາທີ່ມີການເກື້ອກູນ ແລະ ຖົມຂຸມຈາກລັດຖະ ບານຢູ່. ການຊົມໃຊ້ໂຄງສ້າງລາຄາໄຟຟ້າໃໝ່ ກໍເປັນລາຄາທີ່ແພງຂຶ້ນ ແລະ ຖືກລົງ ຈາກລາຄາເດີມຂອງຜູ້ຊົມໃຊ້ບາງກຸ່ມ ຕົວຢ່າງ: ຜູ້ຊົມໃຊ້ໄຟຟ້າ 0-150 kWh ແມ່ນລາຄາ 355 ກີບ/kWh ເຊິ່ງໄດ້ຫລຸດ 50% ຈາກລາຄາ 710 ກີບ/kWh ໂດຍຜູ້ຊົມໃຊ້ກຸ່ມນີ້ກວມປະມານ 80% ຂອງຜູ້ຊົມໃຊ້ໄຟຟ້າທັງໝົດໃນທົ່ວປະເທດ ຫລື ເທົ່າກັບ 1 ລ້ານຄົວເຮືອນ. ສ່ວນທີ່ຜູ້ຊົມໃຊ້ 151-461 kWh ແມ່ນລາຄາຈະເພີ່ມຂຶ້ນສະເລ່ຍ 30 ເຖິງ 50.000 ກີບ.


ຂະນະຜູ້ທີ່ຊົມໃຊ້ 462 kWh ຂຶ້ນໄປ ແມ່ນຈະໄດ້ຫລຸດຄ່າໄຟຟ້າລົງຈາກລາຄາເກົ່າຕາມລໍາດັບ, ຕົວຢ່າງ ຜູ້ທີ່ໃຊ້ໄຟເຖິງ 1.000 kWh/ເດືອນ ຈະໄດ້ຫລຸດປະມານ 170.000 ກີບ ຖ້າທຽບກັບລາຄາເກົ່າ. ເນື່ອງຈາກໃນໄລຍະມໍ່ໆມານີ້ ມີບາງສື່ສັງຄົມອອນລາຍອອກຂ່າວວ່າ ລັດຖະບານຈະຫລຸດຄ່າໄຟຟ້າ 50% ໃຫ້ຜູ້ຊົມໃຊ້ 0-150 kWh/ເດືອນ ແມ່ນອາດຈະເກີດຄວາມເຂົ້າໃຈຜິດທາງດ້ານເນື້ອໃນ ແລະ ສົ່ງຜົນໃຫ້ຜູ້ທີ່ຕິດຕາມເຂົ້າໃຈຜິດໄປຕາມໆກັນ, ຄວາມເປັນຈິງແລ້ວ ຖ້າຜູ້ຊົມໃຊ້ 0-150 kWh ແມ່ນຈະຄິດໄລ່ເທົ່າກັບ 355 ກີບ/kWh ກໍຄືຫລຸດ 50% ຂອງລາຄາດຽວ ຄື 710 ກີບ/kWh ນັ້ນເອງ.


ທ່ານ ບຸນອູ້ມ ສີວັນເພັງ ໄດ້ອະທິບາຍວ່າ: ປົກກະຕິແລ້ວ ການຊົມໃຊ້ໄຟຟ້າ ໂດຍສະເພາະປະ ເພດທີ່ຢູ່ອາໄສ ໃນລະຫວ່າງເດືອນ 4-6 ຂອງທຸກໆປີ ແມ່ນຈະມີການໃຊ້ໄຟຟ້າເພີ່ມຂຶ້ນສະເລ່ຍປະມານ 25-30% ເມື່ອທຽບໃສ່ເດືອນ 3 ອັນໄດ້ສົ່ງຜົນໃຫ້ຫລາຍພາກສ່ວນອ້າງວ່າ ລາຄາໄຟຟ້າແພງຂຶ້ນ, ແຕ່ໃນຄວາມເປັນຈິງແລ້ວແມ່ນເປັນການຊົມໃຊ້ພະລັງງານເພີ່ມຂຶ້ນ. ຈາກການເກັບກຳສະຖິຕິຂໍ້ມູນເຫັນວ່າ ໃນລະຫວ່າງເດືອນ 4, 5 ແລະ 6 ຂອງທຸກໆປີ ແມ່ນຈະມີການຊົມໃຊ້ພະລັງງານຂອງຄົວເຮືອນເພີ່ມຂຶ້ນ ອາດຈະມີສາເຫດມາຈາກເປັນເດືອນທີ່ອາກາດຮ້ອນທີ່ສຸດຂອງປີ ແລະ ເຮັດໃຫ້ພວກເຮົາຕ້ອງໄດ້ເປີດພັດລົມ, ເຄື່ອງປັບອາກາດ ແລະ ຕູ້ເຢັນຫລາຍຂຶ້ນ ຊຶ່ງເຄື່ອງໃຊ້ໄຟຟ້າດັ່ງກ່າວຕ້ອງເຮັດວຽກໜັກຂຶ້ນ. ພິເສດໃນເດືອນ 4 ປີນີ້ ແມ່ນຖືກໄລຍະທີ່ພວກເຮົາກັກໂຕຢູ່ເຮືອນ ຍ້ອນສະພາບການແພ່ລະບາດຂອງພະຍາດໂຄວິດ-19 ຊຶ່ງອາດເປັນສາເຫດທີ່ເຮັດໃຫ້ໃຊ້ໄຟຟ້າສູງຂຶ້ນ.
ນອກຈາກນີ້ ຍັງຂຶ້ນກັບພຶດຕິກຳການຊົມໃຊ້ເຄື່ອງໃຊ້ໄຟຟ້າ ເຊັ່ນ: ພັດລົມ ຫລື ເຄື່ອງປັບອາກາດ ເປັນເວລາດົນຂຶ້ນກວ່າປົກກະຕິ, ເຄື່ອງໃຊ້ໄຟຟ້າເກົ່າແກ່ ຫລື ຂາດການບຳລຸງຮັກສາທຳຄວາມສະອາດ ເຮັດໃຫ້ກິນໄຟຫລາຍ, ນຳໃຊ້ຕູ້ເຢັນ-ຕູ້ແຊ່ ໃສ່ເຄື່ອງຫລາຍຈົນເກີນໄປ ເຮັດໃຫ້ເຄື່ອງໃຊ້ເຮັດວຽກໜັກຂຶ້ນ ແລະ ເປັນເລື່ອງປົກກະຕິຂອງການຊົມໃຊ້ພະລັງງານໄຟຟ້າຈະເພີ່ມຂຶ້ນເປັນຈຳນວນຫຼາຍນັບແຕ່ເດືອນ 3 ຮອດເດືອນ 5 ແລະ ຄ່ອຍໆຫລຸດລົງໃນເດືອນ 6 ຂອງທຸກໆປີ.
ທ່ານ ບຸນອູ້ມ ສີວັນເພັງ ໄດ້ຢັ້ງຢືນວ່າ ລັດວິສາຫະກິດໄຟຟ້າລາວ ບໍ່ໄດ້ມີເຈດຕະນາຕົ້ມຕຸນ ຫລື ຕົວະພໍ່ແມ່ປະຊາຊົນ, ຖ້າຫາກພໍ່ແມ່ປະຊາຊົນຜູ້ໃດຫາກມີຂໍ້ສົງໄສ ຫລື ກວດພົບວ່າການບັນທຶກຕົວເລກໝໍ້ນັບໄຟຜິດ ສາມາດສະເໜີຫາລັດວິສາຫະກິດໄຟຟ້າລາວ ເພື່ອໃຫ້ໄປກວດສອບ ຫລື ໂທລະສັບສອບຖາມສູນບໍລິການ 1199 ຕະຫຼອດ 24 ຊົ່ວໂມງ.


ຂ່າວ: ສິງຄໍາ