ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວເຝົ້າລະວັງພະຍາດໂຄວິດ-19 ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ປີ 2019 ແລະ ແຜນການປີ 2020; ເຂົ້າຮ່ວມເປັນປະທານໂດຍ ທ່ານ ນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໆ ໄຊຍະບູລີ, ມີຄະນະສະເພາະກິດຂັ້ນເມືອງ, ພະນັກງານແພດໝໍຈາກ ບໍລິສັດ ໄຟຟ້າຫົງສາ ຈໍາກັດ, ຫົວໜ້າໂຮງໝໍຊຸມຊົນ, ໂຮງໝໍນ້ອຍ, ນາຍບ້ານເທດສະບານເມືອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ເມືອງຫົງສາ ສະຫຼຸບວຽກງານການເຄື່ອນໄຫວເຝົ້າລະວັງພະຍາດໂຄວິດ-19
ເມືອງຫົງສາ ສະຫຼຸບວຽກງານການເຄື່ອນໄຫວເຝົ້າລະວັງພະຍາດໂຄວິດ-19

ທ່ານ ນາງ ດາວວິນ ລາດຊະກິດ ປະທານຄະນະຮັບຜິດຊອບຂັ້ນເມືອງ ໄດ້ ລາຍງານວ່າ: ນັບຕັ້ງແຕ່ວັນທີ 23 ມີນາ 2020 ເຖິງຕົ້ນເດືອນເມສາ 2020 ມີປະຊາຊົນເດີນທາງມາຈາກປະເທດໄທ ຜ່ານດ່ານສາກົນນໍ້າເງິນ ເມືອງເງິນ, ມາຈາກແຂວງຫຼວງພະບາງ, ນະຄອນຫຼວງວຽງຈັນ, ແຂວງໄຊສົມບູນ ແລະ ເຂດອື່ນໆ; ມີຜູ້ເຂົ້າມາກັກກັນຢູ່ສູນທັງໝົດ 107 ຄົນ ຍິງ 47 ຄົນ, ກວມເອົາ 16 ບ້ານ, ໄດ້ຕິດຕາມກວດອຸນຫະພູມເຊົ້າ -ແລງ ເປັນເວລາ 14 ວັນ, ໄດ້ແບ່ງອອກ ເປັນ 5 ສູນກັກກັນ ພ້ອມທັງຍົກໃຫ້ເຫັນຂໍ້ສະດວກ, ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ.

ພ້ອມດຽວກັນ, ກໍໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ປີ 2019 ແລະ ແຜນການປີ 2020 ຜ່ານມາ ເມືອງຫົງສາ ໄດ້ເກີດມີການລະບາດຂອງພະຍາດໄຂ້ຍຸງລາຍໃນບາງປີ, ມາຮອດປັດຈຸບັນ ເມືອງຫົງສາຍັງບໍ່ທັນມີຜູ້ເສຍຊີວິດ ຍ້ອນພະຍາດດັ່ງກ່າວ, ໃນໄລຍະຜ່ານມາ ຄະນະກໍາມະການກັນ ແລະ ຄວບຄຸມ ພະຍາດໄຂ້ຍຸງລາຍຂັ້ນເມືອງ; ເຈົ້າໜ້າທີ່ກ່ຽວຂ້ອງພາຍໃນໜ່ວຍງານໄຂ້ຍຸງ, ໂຮງໝໍຊຸມຊົນ-ໂຮງໝໍນ້ອຍ, ອສບ ແລະ ວຽກງານການຕອບໂຕ້ໄວຕໍ່ກັບການລະບາດພະຍາດໄຂ້ຍຸງລາຍຢູ່ຂັ້ນເມືອງ ແລະ ຂັ້ນບ້ານ ໄດ້ຝຶກອົບຮົມການກວດໜອນນໍ້າຍຸງລາຍ, ວິທີການລາຍງານ, ການເຂົ້າ ຮ່າງແບບຟອມໃຫ້ຫົວໜ້າໜ່ວຍຄອບຄົວຢູ່ແຕ່ລະບ້ານກັບທີ່; ໄດ້ລົງກວດກາໜອນນໍ້າຍຸງລາຍໄດ້ທັງໝົດ 175 ຄັ້ງ ຈຳ ນວນ 28 ບ້ານ ມີ 5.000 ກວ່າຄອບ ຄົວ, ມີ 410 ໜ່ວຍຄອບຄົວ, ມີຜູ້ເຂົ້າຮ່ວມສຸຂະສຶກສາ 3.000 ກວ່າຄົນ; ໄດ້ກວດພົບໜອນນໍ້າຍຸງລາຍ 183 ຄອບ ຄົວ, ພາຊະນະທີ່ສໍາຫຼວດ 97.000 ກວ່າ ອັນ, ພາຊະນະທີ່ພົບໜອນນ້ຳຍຸງລາຍ 200 ກວ່າອັນ ພ້ອມນັ້ນຜູ້ເຂົ້າຮວ່ມກໍໄດ້ ປະກອບຄໍາຄິດເຫັນເພື່ອພ້ອມກັນປັບປຸງໃຫ້ສອດຄ່ອງກັບສະພາບຄວາມ ເປັນຈິງ.

ໂອກາດດັ່ງກ່າວ, ທ່ານ ນາງ ບຸນພັກ ອິນທະປັນຍາ ໄດ້ສະແດງຄວາມຊົມເຊີຍຕໍ່ກັບວຽກງານທີ່ໄດ້ຈັດຕັ້ງປະຕິບັດ ຜ່ານມາ ພ້ອມທັງເນັ້ນໃຫ້ສືບຕໍ່ເອົາໃຈໃສ່ວຽກງານໃນຫຼາຍດ້ານ ໂດຍມອບ ຄວາມຮັບຜິດຊອບໃຫ້ຄະນະສະເພາະກິດຂັ້ນເມືອງນໍາພາຊຸກຍູ້ຂະບວນການໃຫ້ຕໍ່ເນື່ອງ ແລະ ຈັດຕັ້ງປະຕິບັດມາດຕະການຕ່າງໆໃຫ້ເຂັ້ມງວດ.