ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກົມໃຫຍ່ພະລາທິການ ກະຊວງປ້ອງກັນປະເທດ ໄດ້ໄຂຂຶ້ນໃນວັນທີ 22 ພຶດສະພາ 2020, ເປັນປະທານໂດຍ ພົຕ ວົງຄໍາ ພົມມະກອນ ຄະນະປະຈໍາພັກກະຊວງ ເລຂາຄະນະພັກກົມໃຫຍ່ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ເຂົ້າຮ່ວມມີ ພົທ ປອ ທອງລອຍ ສຸລິວົງ ກໍາມະການສູນກາງພັກ ຮອງເລຂາຄະນະພັກກະຊວງ ເລຂາຄະນະພັກກົມໃຫຍ່ ຫົວໜ້າກົມໃຫຍ່ການເມືອງກອງທັບ, ຮອງເລຂາ, ຄະນະປະຈໍາພັກກົມໃຫຍ່, ຄະນະພັກກົມໃຫຍ່, ເລຂາ-ຮອງເລຂາກົມກອງອ້ອມຂ້າງ, ແຂກຖືກເຊີນ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.

ພົຕ ວົງຄໍາ ພົມມະກອນ ໄດ້ຜ່ານຮ່າງບົດລາຍງານການເມືອງ ໃນການເຄື່ອນໄຫວຂອງ ຄະນະພັກ ກົມໃຫຍ່ພະລາທິການກອງທັບ ຕະຫຼອດໄລຍະ 5 ປີຜ່ານມາ ວ່າ:

ໄດ້ສູ້ຊົນຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງ ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຕົນຢ່າງມີໝາຜົນສູງ, ອັນທີ່ພົ້ນເດັ່ນແມ່ນພະນັກງານເຫຼົ່າຮົບພະລາທິການກອງທັບ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະຂອງຕົນ, ວຽກງານແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານ ໃນທົ່ວກອງທັບ ເປັນຕົ້ນແມ່ນ ລະບອບເງິນເດືອນ, ເຂົ້າກິນ, ເຄື່ອນນຸ່ງຫົ່ມ, ນໍ້າມັນເຊື້ອໄຟ, ຢາປົວພະຍາດ ແລະ ການລໍາລຽງຂົນສົ່ງ ເຊິ່ງເປັນການປະກອບສວນອັນສໍາຄັນເຂົ້າໃນການປັບປຸງກໍ່ສ້າງກອງທັບ ໃຫ້ມີແບບແຜນ ແລະ ທັນສະໄໝເທື່ອລະກ້າວ.

ຕະຫຼອດໄລຍະແຫ່ງການເຄື່ອນໄຫວຈັດຕັ້ງ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ນັ້ນ, ຄະນະພັກ ກົມໃຫຍ່ພະລາທິການກອງທັບ ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງເຫຼົ່າຮົບພະລາທິການ ຢູ່ບັນດາກົມກອງທ້ອງຖິ່ນ ໃຫ້ເຂັ້ມແຂງຕາມທິດ 4 ບຸກ 4 ລ້ຽງ ແລະ ເສີມຂະຫຍາຍທ່າແຮງພື້ນຖານຂອງກົມກອງ ໃນການປັບປຸງເຮືອນນອນ, ເຮືອນກິນເຂົ້າ, ຄ້າຍຄູ, ການເພີ່ມພູນຜະລິດຜົນປູກຝັງລ້ຽງສັດ, ເຄື່ອງນຸ່ງຫົ່ມ ດ້ວຍຈິດໃຈເພິ່ງຕົນເອງ ກຸ່ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ທິດທາງໃນຕໍ່ໜ້າ, ຈະປັບປຸງກໍ່ສ້າງພັກ ໃນອົງຄະນະພັກ ກົມໃຫຍ່ພະລາທິການ ຕາມ 5 ຫຼັກການ 3 ທິດນໍາກໍ່ສ້າງພັກ, ຍຶດໝັ້ນລັດທິມາກ-ເລນິນ ແລະ ແນວຄິດ ໄກສອນ ພົມວິຫານ ເພື່ອເຮັດໃຫ້ບົດບາດການນໍາພາຂອງ ການຈັດຕັ້ງພັກແຕ່ລະຂັ້ນ ສູງຂຶ້ນ, ສືບຕໍ່ຈັດຕັ້ງຮັບປະກັນຄົບຖ້ວນ, ທັນເວລາດ້ານວັດຖຸ-ການເງິນ, ພະຫະນໍາຮັບໃຊ້ ແລະ ກໍາລັງ ໃຫ້ແກ່ການເຄື່ອນໄຫວ, ຫັດແອບ ແລະ ກຽມພ້ອມສູ້ຮົບຂອງກອງທັບ, ຈັດຕັ້ງຄຸ້ມຄອງປົກປັກຮັກສາ, ສັບປ່ຽນວັດຖຸໃຫ້ມີຄວາມຮັບປະກັນທາງດ້ານຈໍານວນ, ຄຸນນະພາບຄົບຊຸດ ເພື່ອໃຫ້ມີຄວາມສາມາດຮັບປະກັບໄດ້ ໃນເມື່ອມີສະຖານະການເກີດຂຶ້ນ.

ນອກນີ້, ກອງປະຊຸມ ຍັງໄດ້ມີການປ່ອນບັດຄັດເລືອກເອົາ ຄະນະພັກຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ 18 ສະຫາຍ ເລືອກເອົາ 15 ສະຫາຍ ໃນນີ້ກອງປະຊຸມໄດ້ຕົກລົງເລືອກເອົາດັ່ງນີ້:

  • ພົຕ ປອ ວົງຄໍາ ພົມມະກອນ ເປັນ ເລຂາຄະນະພັກ
  • ພົຈວ ປອ ວົງສັກ ພັນທະວົງ ເປັນ ຮອງເລຂາ
  • ພົຈວ ຄໍາເພັດ ສີຊານົນ ເປັນ ປະທານກວດກາ