ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໜ່ວຍພັກ ກົມຄຸມຂັງ-ດັດສ້າງ

0
1605
ພົຈວ ສົມລິດ ດາວຮຸ່ງສຸລິດ ເລຂາຄະນະພັກ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ

ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ຈັດພິທີມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2019 ໃຫ້ 10 ໜ່ວຍພັກຮາກຖານ ທີ່ຂຶ້ນກັບ ຄະນະພັກກົມ ໃນວັນທີ 22 ພຶດສະພາ 2020, ເຂົ້າຮ່ວມເປັນປະທານ ແລະ ມອບໃບໃບຢັ້ງຢືນໂດຍ ພົຈວ ສົມລິດ ດາວຮຸ່ງສຸລິດ ເລຂາຄະນະພັກ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ພ້ອມທັງມີບັນດາຄະນະພັກກົມ, ບັນດາໜ່ວຍພັກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັອ ພັດສະດີ ນວນອາສາ ຮອງເລຂາຄະນະພັກ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2019 ວ່າ:

ພາຍຫຼັງມີຄໍາສັ່ງຂອງ ກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຕັ້ງຄົ້ນຄວ້າເຊື່ອມຊຶມ, ຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຂອງ ກໍາລັງປ້ອງກັນຄວາມສະຫງົບ ຢ່າງທົ່ວເຖິງ.

ບົນພື້ນຖານນັ້ນ ຄະນະພັກ, ຄະນະໜ່ວຍພັກ ໄດ້ດໍາເນີນການຕີລາຄາຄັດເລືອກຈັດ-ແບ່ງປະເພດສະມາຊິກພັກ, ຕີລາຄາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຊິ່ງຜ່ານການຕີລາຄາ ຄັດເລືອກໄດ້ດັ່ງນີ້:

  • ສະມາຊິກພັກ ແຂງ 237 ສະຫາຍ
  • ສະມາຊິກພັກ ກາງ 12 ສະຫາຍ
  • ບໍ່ມີສະມາຊິກ ອ່ອນ ຫຼື ເສຍທາດ

ສຳລັບໜ່ວຍຮາກຖານມີທັງໝົດ 13 ໜ່ວຍພັກຂຶ້ນກັບ ໄດ້ແບ່ງປະເພດ 13 ໜ່ວຍ, ຜ່ານການຕີລາຄາແບ່ງປະເພດ ສາມາດເລືອກໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 10 ໜ່ວຍ ກວມ 76,92%; ໃນນີ້, ມີໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 6 ປີຕິດຕໍ່ກັນ 2 ໜ່ວຍ, 5 ປີ 1 ໜ່ວຍ, 4 ປີ 2 ໜ່ວຍ, 2 ປີ 1 ໜ່ວຍ ແລະ ຮັບຮອງໃໝ່ 4 ໜ່ວຍ.

ໂອກາດດຽວກັນ, ກົມຕໍາຫຼວດຄຸມຂັງ-ດັດສ້າງ ຍັງໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຈໍານວນ 57 ສະຫາຍ ເຊິ່ງໄດ້ເລື່ອນຊັ້ນດັ່ງຕໍ່ໄປນີ້:

  • ພັນຕີ ຂຶ້ນ ພັນໂທ 4 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 4 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 8 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 2 ສະຫາຍ
  • ສິບເອກ ຂຶ້ນ ວາທີຮ້ອຍຕີ 39 ສະຫາຍ