5 ຫ້ອງ ທະຫານ ນວ ອອກແຮງງານສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ

0
1607

ພະນັກງານ-ນັກຮົບ ທົ່ວອົງການ 5 ຫ້ອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ (ນວ) ໄດ້ພ້ອມກັນສ້າງຂະບວນການອອກແຮງງານລວມຢູ່ຕາມຂອບເຂດຂອງກົມກອງ ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 22 ພຶດສະພາ​​ 2020 ຜ່ານມາ, ນຳພາໂດຍ ຄະນະພັກ-ຄະນະນຳ 5 ຫ້ອງ.

ການສ້າງຂະບວນການໃນຄັ້ງນີ້ ເປັນການຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ທົ່ວອົງຄະນະພັກ ກອງບັນຊາການທະຫານ ນວ ທີ່ຈະຈັດຂຶ້ນໃນມໍ່ໆນີ້.

ການອອກແຮງງານລວມ ແມ່ນເຮັດອະນາໄມຕາມຈຸດອ້ອມຂ້າງຕຶກຫ້ອງການ ກອງບັນຊາການ, ສະໂມສອນ, ຫ້ອງສະໝຸດ-ມູນເຊື້ອ, ສວນດອກໄມ້ ແລະ ຕາມເສັ້ນທາງເບຕົ່ງ ທາງເຂົ້າກອງບັນຊາການ ທັ້ງນີ້ກໍເພື່ອເປັນການສ້າງໃຫ້ກົມກອງມີຄວາມສະອາດຈົບງາມ ແລະ ທຳລາຍແຫຼ່ງເພາະພັນທີ່ຢູ່ອາໃສຂອງຍຸງລາຍໃຫ້ໝົດໄປ.

ພ້ອມນັ້ນ, ຍັງເປັນການສ້າງຂະບວນການເພື່ອຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ-ຂອງພັກ ເວົ້າລວມ, ເວົ້າສະເພາະ ແມ່ນຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ທົ່ວອົງຄະນະພັກ ກອງບັນຊາການທະຫານ ນວ ທີ່ຈະຈັດຂຶ້ນໃນອີກບໍ່ດົນ ໃຫ້ມີຄວາມໝາຍຄວາມສຳຄັນ ແລະ ມີບັນຍາກາດຟົດຟື້ນ ຢ່າງແຂງແຮງ.