ວັນທີ 18 ພຶດສະພາ 2020, ຢູ່ທີ່ສະໜາມກິລາເມືອງຜົ້ງສາລີ ໄດ້ຈັດພິທີທໍາລາຍຊິ້ນສ່ວນສັດປ່າທີ່ຢຶດໄດ້ຈາກ ຕະຫຼາດບ້ານໂຮມສະຫວ່າງ ຈໍານວນ 6,5 ກິໂລກຼາມ ໂດຍມີ ທ່ານ ໄນເພັດ ບຸບຜາ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ທັງເປັນຫົວໜ້າຄະນະສະເພາະກິດຕ້ານ ແລະ ສະກັດກັ້ນ ການຊື້-ຂາຍ ແລະ ການລ່າສັດນໍ້າ-ສັດປ່າແບບດັບສູນ ພ້ອມດ້ວຍຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄນເພັດ ບຸບຜາ ໃຫ້ຮູ້ວ່າ: ຜ່ານການລົງເຄື່ອນໄຫວກວດກາຢູ່ຕະຫຼາດບ້ານໂຮມສະຫວ່າງ ເມືອງ-ແຂວງຜົ້ງສາລີ ພົບເຫັນມີການລັກລອບຄ້າ-ຂາຍຊິ້ນ ສ່ວນສັດປ່າຫ່ວງຫ້າມ ແລະ ສາມາດຢຶດໄດ້ໜັງຟານຈໍານວນ 1 ກິໂລກຼາມ, ຊີ້ນໝູປ່າ ແລະ ຊີ້ນກວາງ ຈໍານວນ 1,8 ກິໂລກຼາມ, ຕີນຟານ ຈໍານວນ 2 ຄູ່ ໜັກ 1,8 ກິໂລກຼາມ ແລະ ຕີນເຍືອງ ຈໍານວນ 2 ຄູ່ ໜັກ 1,9 ກິໂລກຼາມ ລວມເປັນ 6,5 ກິໂລກຼາມ ໄປທໍາລາຍຖິ້ມ. ສໍາລັບຜູ້ທີ່ລັກລອບຄ້າ-ຂາຍຊິ້ນສ່ວນສັດປ່າຫວງຫ້າມນັ້ນແມ່ນໄດ້ນໍາມາສຶກສາອົບຮົມກ່າວເຕືອນ.

ການທຳລາຍຊິ້ນສ່ວນສັດປ່າຄັ້ງນີ້ ເພື່ອເປັນການປະຕິບັດຕາມກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ສະບັບເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007, ກົດໝາຍ ວ່າດ້ວຍປ່າໄມ້ ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019 ແລະ ໂດຍປະຕິບັດຕາມຂໍ້ຕົກລົງຂອງ ທ່ານເຈົ້າແຂວງໆຜົ້ງສາລີ ສະບັບເລກ ທີ 311/ຈຂ.ຜລ ລົງວັນທີ 14 ມີນາ 2019 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດຕ້ານ ແລະ ສະກັດກັ້ນການຊື້-ຂາຍ ແລະ ການລ່າສັດນໍ້າ-ສັດປ່າແບບດັບສູນເພື່ອເປັນການອະນຸລັກ ແລະ ປົກປັກຮັກສາສັດຫ່ວງຫ້າມດັ່ງກ່າວໃຫ້ຍືນຍົງຄົງຢູ່ກັບສິ່ງແວດລ້ອມ.