ວັນທີ 25 ພຶດສະພາ 2020, ກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ທັງໝົດ 16 ສະຫາຍ ຍິງ 3 ສະຫາຍ ທີ່ມີຜົນງານດີເດັ່ນ ແລະ ຄົບເງື່ອນໄຂຂອງການເລື່ອນຊັ້ນ, ເຊິ່ງໃຫ້ກຽດປະດັບຊັ້ນໂດຍ ພັອ ສົມໄຊ ພູລະຄໍາມະນີ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ, ຄະນະຫ້ອງ, ຄະນະບັນຊາ ຕະຫຼອດຮອດພະນັກງານຫຼັກແຫຼ່ງທີ່ໄດ້ຮັບເລື່ອນຊັ້ນໃໝ່ ເຂົ້າຮ່ວມຢ່າງພ້ອມພຽງ.

ພັທ ອາພັບ ຖິ່ນອົງແກ້ວ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ເລກທີ 1036/ປກສ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ກອງບັນຊາການ ປກສ ແຂວງເຊກອງ, ເຊິ່ງມີພະນັກງານ-ນັກຮົບໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ມີທັງໝົດ 16 ສະຫາຍ ຍິງ 3 ສະຫາຍ ດັ່ງນີ້:

  • ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ ມີ 11 ສະຫາຍ ຍິງ 1 ສະຫາຍ
  • ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ ມີ 2 ສະຫາຍ
  • ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ ມີ 3 ສະຫາຍ ຍິງ 2 ສະຫາຍ

ໃນໂອກາດນີ້, ພັອ ສົມໄຊ ພູລະຄໍາມະນີ ໄດ້ກ່າວເນັ້ນໜັກໃຫ້ພະນັກງານທີ່ໄດ້ຮັບການເລື່ອນຊັ້ນ ໃນຄັ້ງນີ້ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ເພີ່ມຄວາມຮັບຜິດຊອບໃນໜ້າທີ່ການເມືອງທີ່ໄດ້ມອບໝາຍ, ມີແບບແຜນວິທະຍາສາດທີ່ທັນສະໄໝ ສອດຄ່ອງກັບສະພາບຕົວຈິງ, ສາມາດເປັນແບບຢ່າງທີ່ດີຮອບດ້ານ ໃຫ້ກໍາລັງປ້ອງກັນຄວາມສະຫງົບ ປກສ ແຂວງເຊກອງ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.