ປກສ ແຂວງຫຼວງນໍ້າທາ ປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ

0
1240

ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ປະກາດເລື່ອນຊັ້ນ ພ້ອມທັງມອບຫຼຽນກາ ແລະ ມອບໃບຍ້ອງຍໍຂັ້ນຕ່າງໆ ໃຫ້ພະນັກງານ-ນັກຮົບ ໃນວັນທີ 21 ພຶດສະພາ 2020, ໂດຍມີ ພັອ ຄຳພັດ ພົມພິພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ແລະ ມີພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັອ ຄຳພັດ ພົມພິພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ

ໃນນີ້ມີເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 9 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 13 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 17 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 49 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 2 ສະຫາຍ, ສິບເອກ ຂຶ້ນ ວາທີ 4 ສະຫາຍ, ສິບໂທ ຂຶ້ນ ສິບເອກ 18 ສະຫາຍ ແລະ ສິບຕີ ຂຶ້ນ ສິບໂທ 1 ສະຫາຍ.

ພັທ ບຸນຮັກ ເຢີມມະລີ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານດຳລັດຂອງ ປະທານປະເທດ ສະບັບເລກທີ 038/ປທ, ລົງວັນທີ 6 ກຸມພາ 2020 ວ່າດ້ວຍ ການປະດັບຫຼຽນໄຊແຮງງານ ຊັ້ນ II, ຫຼຽນກາແຮງງານ ແລະ ໃບຍ້ອງຍໍຂອງລັດຖະບານ ໃຫ້ພະນັກງານ-ນັກຮົບ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ຜູ້ທີ່ເຂົ້າຮ່ວມ ຄະນະສະເພາະກິດກວດກາ, ແກ້ໄຂໂຄງການລົງທຶນທີ່ບໍ່ມີຕົວຕົນ ຈຳນວນ 4 ສະຫາຍ, ໄດ້ຮັບຍ້ອງຍໍການປ້ອງກັນການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຈຳນວນ 47 ສະຫາຍ, ຍ້ອງຍໍຂັ້ນເຈົ້າແຂວງ ປະຈຳປີ 2019 ຈຳນວນ 354 ສະຫາຍ ມີ 33 ກົມກອງ, ຍ້ອງຍໍຂັ້ນກອງບັນຊາການ ປກສ ແຂວງ ຈຳນວນ 388 ສະຫາຍ ລວມມີ 21 ກົມກອງ, ເຊິ່ງໃຫ້ກຽດປະດັບຫຼຽນ, ມອບໃບຍ້ອງຍໍ ແລະ ປະດັບຊັ້ນໂດຍ ພັອ ຄໍາພັດ ພົມພິພັກ.

ໂອກາດດຽວກັນ, ທ່ານກໍໄດ້ສະແດງຄຳຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍຍາດມາໄດ້ ແລະ ຮຽກຮ້ອງໃຫ້ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນ, ປັບປຸງແບບແຜນວິທີເຮັດວຽກ ແລະ ນຳພາແກ້ໄຂວຽກງານວິຊາສະເພາະ ໃຫ້ໄດ້ຮັບໝານຜົນສູງຂຶ້ນກວ່າເກົ່າ.