ໃນວັນທີ 22 ພຶດສະພາ 2020, ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຈຳນວນ 43 ສະຫາຍ, ເຊິ່ງປະດັບຊັ້ນໂດຍ ພັອ ບົວພັນ ອິນທະປັນຍາ ຮັກສາການ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ ພ້ອມທັງມີບັນດາຫົວໜ້າຫ້ອງ, ກອງພັນ, ຄ້າຍຄຸ້ມຂັງ-ດັດສ້າງ, ບັນດາ ປກສ 5 ຕົວເມືອງ ພ້ອມດ້ວຍພະນັກງານ-ນັກຮົບທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັອ ບົວພັນ ອິນທະປັນຍາ ຮັກສາການ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ

ພັທ ຄຳແສງ ແສງນົນ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງໄຊສົມບູນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1020/ປກສ, ລົງວັນທີ 12 ພຶດສະພາ 2020 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາບັນການ ປກສ ແຂວງໄຊສົມບູນ ແລະ ຂໍ້ຕົກລົງຂອງ ກອງບັນຊາການ ປກສ ແຂວງໄຊສົມບຸນ ສະບັບເລກທີ 918/ປກສ, ລົງວັນທີ 13 ພຶດສະພາ 2020 ວ່າດ້ວຍ ການເລື່ອນຊັັ້ນໃຫ້ພົນຕຳຫຼວດ ທີຂຶ້ນກັບ ກອງບັນຊາການ ປກສ ແຂວງໄຊສົມບູນ ເຊິ່ງໄດ້ເຫັນດີຕົກລົງເລື່ອນຊັ້ນດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 6 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 3 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 1 ສະຫາຍ
  • ສິບເອກ ຂຶ້ນ ວາທີ 33 ສະຫາຍ

ໃນໂອກາດນີ້, ພັອ ບົວພັນ ອິນທະປັນຍາ ໄດ້ເນັ້ນໃຫ້ພະນັກງານ-ນັກຮົບຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງເພີ່ມທະວີຄວາມຮັບຜິດຊອບສູງຕໍ່ ໜ້າທີ່ການເມືອງຂອງຕົນ ເພາະວ່າການເລື່ອນຊັ້ນໃນຄັ້ງນີ້ ແມ່ນເປັນການມອບໝາຍໜ້າທີ່ຂຶ້ນຕື່ມອີກກ້າວໜຶ່ງ, ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍ ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານ-ນັກຮົບ ທີ່ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ດໍາລົງຊີວິດປອດໃສຂາວສະອາດ. ນອກຈາກນັ້ນ, ກໍໃຫ້ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ໃຫ້ດີຂຶ້ນກວ່າເກົ່າ, ມີຈິນຕະນາການ, ປັບປຸງແບບແຜນວິທີເຮັດວຽກແບບມີວິທະຍາສາດ ແທດເໝາະກັບສະພາບຕົວຈິງ ແລະ ສຸມໃສ່ຊີ້ນຳ-ນຳພາປັບປຸງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ກາຍເປັນກຳລັງປະຕິວັດ, ມີແບບແຜນ ແລະ ທັນສະໄໝ.