ເຈົ້າແຂວງໄຊຍະບູລີ ເນັ້ນໃຫ້ປະຊາຊົນ ເຂດບ້ານຫ້ວຍເລິກ-ນາລວມ ປູກພືດລ້ຽງສັດເປັນສິນຄ້າ

0
1203

ວັນທີ 27 ພຶດສະພາ 2020, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ໂອ້ລົມປະຊາຊົນ ເຂດບ້ານຫ້ວຍເລິກ-ນາລວມ ເມືອງໄຊຍະບູລີ ແຂວງໄຊຍະບູລີ; ໃຫ້ການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ບຸນແທນ ທິແກ້ວ ເຈົ້າເມືອງໄຊຍະບູລີ ພ້ອມດ້ວຍອໍານາດການປົກຄອງ ແລະ ປະຊາຊົນ 5 ບ້ານຄື: ບ້ານຫ້ວຍເລິກ, ບ້ານນາລວມ, ບ້ານປາກທັງ, ບ້ານ ຫ້ວຍຊໍາອໍ້ ແລະ ບ້ານຫ້ວຍແສນຄໍາ.

ໂອກາດນີ້, ທ່ານເຈົ້າແຂວງ ໄດ້ຮັບຟັງການລາຍງານສະພາບການພັດທະນາ, ການກະກຽມຜະລິດລະດູແລ້ງ ແລະ ປະກົດການຫຍໍ້ທໍ້ພາຍໃນແຕ່ລະບ້ານ, ໂດຍລວມແລ້ວປະຊາຊົນແຕ່ລະບ້ານແມ່ນມີອາຊີບທໍາການຜະລິດ ໂດຍສະເພາະແມ່ນປູກພືດອຸດສາຫະກໍາເປັນສິນຄ້າເຊັ່ນ: ສາລີ, ໝາກງາ, ໝາກເດືອຍ, ແລະ ອື່ນໆ. ສໍາລັບປີນີ້, ປະຊາຊົນແມ່ນສືບຕໍ່ປູກສາລີ ແລະ ໝາກເດືອຍ ໃນເນື້ອທີ່ 2.260 ກວ່າເຮັກຕາ, ໝາກງາ ເນື້ອທີ່ ເກືອບ 100 ເຮັກຕາ; ມາຮອດປັດຈຸບັນ ໄດ້ປູກສໍາເລັດແລ້ວ 70-85 %; ພ້ອມດຽວກັນ, ຍັງໄດ້ລ້ຽງສັດໃຫຍ່ເຊັ່ນ: ງົວ-ຄວາຍມີທັງໝົດ 1.000 ກວ່າໂຕ, ໝູ-ແບ້ 2.390 ກວ່າໂຕ ແລະ ສັດປີກ 5.000ກວ່າໂຕ.

ທ່ານ ພົງສະຫວັນ ສິດທະວົງ ໄດ້ໃຫ້ກຽດໂອ້ລົມຕໍ່ປະຊາຊົນບັນດາເຜົ່າພາຍໃນ 5 ບ້ານ; ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນະບ້ານ ແລະ ປະຊາຊົນແຕ່ລະບ້ານ ຈົ່ງສືບຕໍ່ເອົາໃຈໃສ່ໃນການສ້າງເສດຖະກິດຂອງແຕ່ລະຄອບຄົວໃຫ້ມີຢູ່ມີກິນ; ໂດຍການຊຸກຍູ້ສົ່ງເສີມປະຊາຊົນປູກພືດອຸດສາຫະກໍາເປັນສິນຄ້າຕາມທ່າແຮງຂອງແຕ່ລະຄອບຄົວ ແລະ ພູມສັນຖານຂອງແຕ່ລະທ້ອງຖິ່ນ. ຊຸກຍູ້ການລ້ຽງສັດໃຫຍ່ຕິດພັນກັບການປູກຫຍ້າເປັນອາຫານໃຫ້ແກ່ສັດລ້ຽງ.

ພ້ອມດຽວກັນນີ້, ກໍຕ້ອງເອົາໃຈໃສ່ສຶກສາອົບຮົມລູກຫຼານ ແລະ ພໍ່ແມ່ປະຊາຊົນໃຫ້ເຫັນໄດ້ຜົນຮ້າຍຂອງຢາເສບຕິດ; ເອົາໃຈໃສ່ແກ້ໄຂບັນຫາຢາເສບຕິດຢູ່ແຕ່ລະບ້ານໃຫ້ໄດ້; ເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ເຂົ້ມແຂງ ແລະ ໜັກແໜ້ນ; ຊຸກຍູ້ລູກຫຼານໃນເກນອາຍຸໃຫ້ໄດ້ເຂົ້າຮຽນ; ປ້ອງກັນບໍ່ໃຫ້ມີການປະລະການຮຽນ; ເອົາໃຈໃສ່ເຝົ້າລະວັງຕໍ່ພະຍາດ ໂຄວິດ-19, ການລະບາດຂອງພະຍາດໄຂ້ຍຸງລາຍດ້ວຍການເຮັດອານາໄມບ້ານ-ເຮືອນ; ສໍາຄັນແມ່ນໃຫ້ປະຕິບັດຕາມ 5 ປ ຂອງສາທາລະນະສຸກວາງອອກໃຫ້ເປັນປົກກະຕິ ແລະ ປຸກລະດົມປະຊາຊົນໃຫ້ສາມັກຄີກັນສ້າງຄັນຄູກັກກັນນໍ້າຕາມຫ້ວຍຮ່ອງຕ່າງໆຢູ່ແຕ່ລະບ້ານເພື່ອກັກຕຸນນໍ້າໃນລະດູຝົນໄວ້ໃຊ້ທໍາການຜະລິດ ແລະ ບໍລິໂພກໃນລະດູແລ້ງ.