ສະຫຼຸບວຽກງານ ການປະຈຳການ ຕົ້ນປີ 2020
ສະຫຼຸບວຽກງານ ການປະຈຳການ ຕົ້ນປີ 2020

ໃນວັນທີ 20 ພຶດສະພາ 2020, ກອງບັນຊາການ ປກສ ແຂວງອັດຕະປື ໄດ້ສະຫຼຸບວຽກງານ ການປະຈຳການ ຕົ້ນປີ 2020; ເປັນປະທານໂດຍ ພັອ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື, ມີຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນເຄື່ອນທີ່ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກອງບັນຊາການເຂົ້າຮ່ວມ.

ພັທ ເພັດສະຫວັນ ບຸນລິວົງ ຮອງຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ ກ່າວວ່າ: ການຈັດຕັ້ງປະຕິບັດວຽກງານປະຈຳການກອງພັນ, ກອງຮ້ອຍ ອ້ອມຂ້າງກອງບັນຊາການ ປກສ ແຂວງ ນັບແຕ່ເດືອນມັງກອນ-ເດືອນເມສາ 2020 ຄະນະພັກ-ຄະນະບັນຊາແຕ່ລະຫ້ອງ, ກອງພັນ ໄດ້ເອົາໃຈໃສ່ຊີ້ນຳ-ບັນຊາ ພະນັກງານ-ນັກຮົບປະຕິບັດລະບອບປະຈຳການຢ່າງເປັນລະບົບ ແລະ ໄດ້ປະຕິບັດມີຜົນສຳເລັດຕາມແຜນການທີ່ໄດ້ວາງໄວ້, ນາຍ ແລະ ພົນຕຳຫຼວດ ມີຄວາມຕື່ນຕົວ, ຫ້າວຫັນ ປະຕິບັດມະຕິຄຳສັ່ງຢ່າງເຂັ້ມງວດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ໂດຍສະເພາະແມ່ນສິດປະຈຳການກອງຮ້ອຍຂອງແຕ່ລະຫ້ອງ ແມ່ນປະຕິບັດໄດ້ດີ, ສິດປະຈຳການກອງພັນ.

ກອງຮ້ອຍ ມີຄວາມຮັບຜິດຊອບສູງໃນການກວດກາ, ຕິດຕາມສິດປະຈຳການຂອງຕົນຢ່າງເປັນຢ່າງດີ, ສາມາດສະຫຼຸບ, ສັງລວມຕົວເລກການປະຈຳການ ຂອງພະນັກງານປະຈຳອາທິດ, ປະຈຳເດືອນ ແລະ ສ່ອງແສງລາຍງານໃຫ້ຂັ້ນເທິງຢ່າງເປັນປົກກະຕິ.

ໃນກອງປະຊຸມ ບັນດາຜູ້ແທນກອງປະຊຸມໄດ້ຜັດປ່ຽນກັນຂື້ນປະກອບຄຳຄິດຄຳເຫັນ ເພື່ອປັບປຸງວຽກງານການປະຈຳການໃຫ້ມີເຂັ້ມແຂງ ແລະ ໜັກແໜ້ນຍິ່ງຂື້ນ ແນໃສ່ເຮັດໃຫ້ສັງຄົມ ເວົ້າລວມ, ເວົ້າສະເພາະ ກໍແມ່ນແຂວງອັດຕະປື ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີຂື້ນເທື່ອລະກ້າວ.