ສານຂອງທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນເດັກນ້ອຍສາກົນ 1 ມິຖຸນາ 2020

0
1011

ພີ່ນ້ອງຮ່ວມຊາດ ທີ່ເຄົາລົບ,

ລູກຫຼານເຍົາວະຊົນ ແລະ ອານຸຊົນ ທີ່ຮັກແພງທັງຫາຍ,

ເນື່ອງໃນ​ໂອ​ກາດ​ວັນ​ເດັກນ້ອຍສາ​ກົນ ວັນ​ທີ 01 ມິ​ຖຸ​ນາ ໄດ້​ໝູນ​ວຽນ​ມາ​ບັນ​ຈົບ​ຄົບ​ຮອບ​ອີກວາ​ລະ​ໜຶ່ງ; ​ຕາງ​ໜ້າ​ໃຫ້​ການ​ນຳ​ພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍ​ຝາກ​ຄວາມ​ຮັກ​ແພງ ແລະ ຄວາມ​ຢ້ຽມ​ຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ ​ມາ​ຍັງ​ພວກ​ລູກໆຫຼານໆ ທີ່ເປັນອານຸຊົນ ແລະ ເຍົາວະຊົນ ​ໃນ​ທົ່ວ​ປະ​ເທດ ແລະ ຂໍອວຍພອນ ບັນດາລູກຫຼານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມເບີກບານມ່ວນຊື່ນ ໃນການສະຫຼອງວັນເດັກນ້ອຍສາກົນ ໃນໂອກາດນີ້ດ້ວຍ.

ການ​ສະ​ເຫຼີມ​ສະ​ຫຼອງວັນ​ເດັກ​ນ້ອຍ​ສາ​ກົນ ໃນ​ທຸກໆປີ ແມ່ນ​ປຽບ​ດັ່ງ​ບຸນ​ໃຫຍ່​ຂອງ​ເດັກ​ນ້ອຍ​ໃນ​ທົ່ວໂລກ ກໍ່​ຄື​ເດັກ​ນ້ອຍ​ລາວ; ແຕ່​ການ​ສະ​ເຫຼີມ​ສະ​ຫຼອງ​ປີນີ້ ແມ່ນ​ມີ​ຄວາມ​ແຕກ​ຕ່າງ​ຈາກ​ທຸກໆປີຜ່ານ​ມາ ຈະ​ບໍ່​ໄດ້​ມີ​ການ​ສະ​ເຫຼີມ​ສະ​ຫຼອງ​ໃຫຍ່ ແລະ ເຕົ້າ​ໂຮມ​ເດັກ ເປັນຈຳນວນຫຼາຍ ເພື່ອດຳເນີນກິດຈະກຳຕ່າງໆ ທີ່ຕິດ​ພັນ​ກັບ​ການ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ ເນື່ອງ​ຈາກພວກເຮົາທັງຫຼາຍ ຍັງຢູ່ໃນໄລຍະແຫ່ງການປ້ອງກັນ, ຄວບຄຸມ ການແຜ່ລະບາດ ຂອງພະຍາດອັກເສບປອດສາຍພັນໃໝ່ (COVID-19) ທີ່ກຳລັງເປັນໄພຄຸກຄາມ ຕໍ່ຊີວິດ ກໍຄືຕໍ່ສຸຂະພາບຂອງຊາວໂລກ ຢ່າງກວ້າງຂວາງ, ລວມທັງຕໍ່ລາວເຮົາອີກດ້ວຍ.

ນັບແຕ່ຕົ້ນປີ 2020 ມານີ້, ປະເທດເຮົາ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ອັນໄດ້ສ້າງຜົນກະທົບອັນໃຫຍ່ຫຼວງ ຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ; ລວມທັງຕໍ່ສຸຂະພາບ ແລະ ການຮຽນ ຂອງນັກຮຽນລາວເຮົາ ໃນລະບົບຂອງການຮຽນ-ການສອນ ໃນທົ່ວປະເທດ; ຕໍ່ສະພາບການດັ່ງກ່າວ, ລັດຖະ ບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ຢ່າງເຄັ່ງຄັດ ແນໃສ່ປ້ອງກັນສຸຂະພາບ ແລະ ຊີວິດຂອງປະຊາຊົນ ເວົ້າລວມ; ໂດຍສະເພາະ ປົກປ້ອງເດັກນ້ອຍລາວບັນດາເຜົ່າ    ທີ່ເປັນອະນາຄົດຂອງປະເທດຊາດ. ມາຮອດມື້ນີ້ ລັດຖະບານເຫັນວ່າ ການຄວບຄຸມພະຍາດລະບາດ COVID-19 ນັ້ນ ກໍ່ຄ່ອຍໆຜ່ອນຄາຍລົງແດ່ແລ້ວ, ດັ່ງນັ້ນ ຈຶ່ງມີຄຳແນະນຳຜ່ອນຜັນອອກມາຕື່ມ   ຊຶ່ງນັບແຕ່ວັນທີ 2 ມີຖຸນາ ນີ້ ເປັນຕົ້ນໄປ ພວກລູກຫຼານຈຳນວນຫຼາຍ ຈະໄປເຂົ້າໂຮງຮຽນແລ້ວ.

ອີກດ້ານໜຶ່ງ, ການສະເຫຼີມສະຫຼອງວັນເດັກສາກົນ ວັນທີ 01 ມິຖຸນາ ໃນປີນີ້ ໄດ້ຈັດຂື້ນໃນທ່າມກາງ​ບັນຍາ ກາດ​ທີ່​ທົ່ວ​ພັກ; ທົ່ວ​ລັດ; ທົ່ວ​ກອງ​ທັບ ​ແລະ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ ກຳລັງ​ສຸມ​ໃສ່ຈັດຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ X ຂອງ​ພັກ​ປະຊາຊົນ​ ປະຕິວັດລາວ; ​ແລະ ຈັດຕັ້ງປະຕິບັດໄລຍະທ້າຍຂອງແຜນ​ພັດທະນາ​ເສດຖະກິດ​-ສັງຄົມ 5 ປີ ຄັ້ງ​ທີ VIII (2016-2020) ຢ່າງຕັ້ງໜ້າ ແລະ ເປັນຂະບວນການຟົດຟື້ນ. ເມື່ອເວົ້າເຖິງວຽກງານການສົ່ງເສີມ, ການປົກປ້ອງເດັກ,  ການຕ້ານສະກັດກັ້ນ ແລະ ແກ້ໄຂການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ; ໃນຊຸມປີຜ່ານມານັ້ນ, ໄດ້ມີຜົນ ສຳເລັດຫຼາຍດ້ານ ອັນພົ້ນເດັ່ນ ແມ່ນການເຂົ້າຮ່ວມຂອງ ສປປ ລາວ ໃນໂອກາດວັນຄົບຮອບ 30 ປີ ຂອງສົນທິສັນຍາ ວ່າດ້ວຍສິດທິເດັກ (20 ພະຈິກ 1989-20 ພະຈິກ 2019) ແລະ ໃນເວທີສໍາຄັນຕ່າງໆ ເປັນຕົ້ນ ການນໍາພາຕົວແທນເດັກລາວ ເຂົ້າຮ່ວມເວທີສະພາສິດທິມະນຸດ ຂອງອົງການອົງການສະຫະປະຊາຊາດ, ທີ່ເມືອງ ເຈນນິວາ, ປະເທດສະວິດເຊີແລນ; ເວທີຄະນະກຳມະການສິດທິເດັກ ທີ່ນິວຢອກ, ປະເທດສະຫະລັດອາເມລິກາ; ເວທີພາກພື້ນອາຊີ-ປາຊີຟິກ ແລະ ເວທີພາກພື້ນອາຊຽນ ເປັນຕົ້ນ. ສໍາລັບຢູ່ ສປປ ລາວ ພວກເຮົາ ແມ່ນໄດ້ຈັດກອງ​ປະຊຸມ​ລະດັບສູງ ໃນໂອກາດວັນຄົບຮອບ 30 ປີຂອງສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ວັນຖະແຫຼງການ ວ່າດ້ວຍສິດທິເດັກ ຄົບຮອບ 60 ປີ ເພື່ອສະຫຼຸບຕີລາຄາຄືນ ໝາກຜົນການຈັດຕັ້ງປະຕິບັດສົນທິສັນຍາສິດທິເດັກ ຕະຫຼອດ ໄລຍະ 30 ປີຜ່ານມາ ແລະ ກໍານົດທິດທາງການພັດທະນາເດັກນ້ອຍ​ລາວ ບັນ​ດາ​ເຜົ່າ ລຸ້ນປີ 2030, ພ້ອມດຽວກັນນັ້ນ, ຫຼາຍພາກສ່ວນກໍ່ໄດ້ໃຫ້ຄວາມໝາຍໝັ້ນ ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ໂດຍການນຳ​ໃຊ້ກາລະໂອກາດ ພັດທະນາທ່າແຮງ ຂອງເດັກນ້ອຍ​ລາວບັນ​ດາ​ເຜົ່າ  ແຕ່ນີ້ຮອດປີ 2030 ແລະ ການບັນລຸເປົ້າຫມາຍການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຕໍ່ຜົນສຳເລັດຂ້າງເທິງນັ້ນ, ໃນນາມຕາງໜ້າລັດຖະບານ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກທຸກຂັ້ນ, ອົງການຈັດຕັັ້ງຂອງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ ແລະ ທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ພາກສ່ວນທຸລະກິດເອກະຊົນ ຕະຫຼອດຮອດຮອດພໍ່ແມ່ປະຊາຊົນລາວ ລວມທັງເດັກນ້ອຍລາວ ໃນທົ່ວປະເທດ ທີ່ໄດ້ສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າ  ຕໍ່ວຽກແມ່ ແລະ ເດັກ ທີ່ໄດ້ເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການປັບປຸງດີຂຶ້ນ ແລະ ມີຜົນສໍາເລັດເປັນກ້າວໆມາ.

ບັນດາທ່ານ ທີ່ຮັກແພງທັງຫຼາຍ,

ລູກຫຼານອານຸຊົນ, ເຍົາວະຊົນລາວ ທີ່ຮັກແພງ,

ເຖິງແມ່ນວ່າວຽກສິດທິເດັກ, ປົກປ້ອງເດັກ ແລະ ການພັດທະນາເດັກ ຈະມີຜົນສໍາເລັດຫຼາຍດ້ານກໍຕາມ ແຕ່ພວກເຮົາ ຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະ ບັນຫາຄວາມທຸກຍາກຂາດເຂີນຂອງເດັກນ້ອຍບັນດາເຜົ່າໃນຫຼາຍດ້ານ, ບັນຫາຂາດໂພຊະນາການ, ພາວະເດັກຂາດສານອາຫານ, ອັດຕາການເຂົ້າຮຽນໃນພາກການສຶກສາກ່ອນໄວຮຽນ ແລະ ການສຶກສາພາກບັງຄັບ, ການນໍາໃຊ້ສື່່ສັງຄົມອອນລາຍຂອງເດັກ, ບັນຫາຢາເສບຕິດ, ບັນຫາການຄ້າມະນຸດ ແລະ ບັນຫາອື່ນໆ ຍັງເປັນໄພຄຸກຄາມ ແລະ ຈໍາກັດການພັດທະນາຂອງເດັກຂອງພວກເຮົາ. ນອກຈາກນັັ້ນ, ຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃນສັງຄົມ ແລະ ໃນບາງຊົນເຜົ່າ ໂດຍສະເພາະໃນເຂດທຸກຍາກ, ເຂດຫ່າງໄກສອກຫຼີກ ຍັງຍຶດຖືທັດສະນະຄະຕິແບບຄອງເດີມ ແລະ ປ່ຽນແປງໄປທາງກ້າວໜ້າຊ້າ, ບັນຫາເຫຼົ່ານີ້ຈະຕ້ອງຮ່ວມແຮງຮ່ວມໃຈກັນ ແກ້ໄຂໃຫ້ນັບມື້ນັບຫຼຸດນ້ອຍຖອຍລົງ.

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫຼາຍ,

ໃນ​ໂອກາດສະ​ເຫຼີ​ມສະຫຼອງວັນ​​ເດັກ​ສາກົນ 01 ມິຖຸນາ ນີ້, ໃນນາມລັດຖະບານ, ຂ້າພະ​ເຈົ້າ ຂໍ​ຮຽກຮ້ອງ​ມາ​ຍັງ ບັນດາ​ອົງການການຈັດຕັ້ງຂອງພັກ-ລັດ, ​ແນວ​ລາວ​ສ້າງ​ຊາດ, ອົງການຈັດຕັ້ງມະຫາຊົນ ແລະ ​ຫົວໜ່ວຍ​ທຸລະ​ກິດ​ທັງ​ພາກ​ລັດ​ ແລະ ​ເອກະ​ຊົນ ຕະຫຼອດ​ເຖິງປະຊາຊົນ​ ໃນຂອບເຂດທົ່ວປະເທດ​ ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດ ຊອບ​ຂອງ​ຕົນ ​ແລະ ​​ເພີ່ມທະວີອອກ​ແຮງປະຕິບັດວຽກງານ​​​ແມ່ ແລະ ເດັກ ແລະ ແກ້ໄຂບັນຫາ, ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງໃນປະຈຸບັນ ກໍ່ຄືການ​ດູ​ແລ​ເອົາ​ໃຈ​ໃສ່, ການ​ປົກ​ປ້ອງ, ການ​ພັດທະນາ ແລະ ການມີ​ສ່ວນ​ຮ່ວມຮອບດ້ານ ເພື່ອສ້າງເງື່ອນໄຂ ແລະ ໂອກາດໃຫ້​​ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດ ທີ່ສົດ​ໃສ ກ້າວ​ເປັນ​ຜູ້​ໃຫຍ່ທີ່​ມີຄຸນນະພາບ​, ​ເປັນ​ກຳລັງຊັບພະຍາກອນມະນຸດ ທີ່ມີຄວາມເຂັ້ມແຂງ​ຂອງ​ຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ​ສ້າງສາພັດທະນາ​ປະ​ເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.

 ພ້ອມກັນນີ້, ໃນໄລຍະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ແລະ ການເຂົ້າຮຽນຄືນໃໝ່ ໃນວັນທີ 2 ມິຖຸນານີ້, ຂ້າພະ​ເຈົ້າ ຂໍ​ຮຽກຮ້ອງ​ມາ​ ຍັງກະຊວງສຶກ ສາທິການ ແລະ ກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍ່ຄືໂຮງຮຽນ, ສະຖານບັນການສຶກສາຕ່າງໆ ໃຫ້ເອົາໃຈໃສ່ຮັບປະກັນຄຸນນະພາບຂອງການສຶກສາ ໃນທຸກຊັ້ນຮຽນ ເພື່ອທົດແທນໄລຍະປິດການຮຽນ-ການສອນ ໃນໄລ ຍະທີ່ມີການລະບາດຂອງພະຍາດ ແລະ ຈັດການສອບເສັງ ໃຫ້ທັນຕາມກຳນົດເວລາເປີດສົກຮຽນໃໝ່, ເຂັ້ມງວດປະຕິບັດມາດຕະການສຸຂາອະນາໄມ, ຮັບປະກັນຄວາມປອດໄພຮອບດ້ານ ໃຫ້ລູກຫຼານຂອງພວກເຮົາ.

ໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ຄູ, ອາຈານ, ນັກຮຽນ, ນັກ ສຶກສາ ກໍ່ຄືທຸກພາກສ່ວນໃນສັງຄົມ ຖືເອົາໂອກາດ ແລະ ເຫດການເກີດຂຶ້ນ ຂອງການແຜ່ລະບາດ ຂອງ COVID-19 ນີ້ ສ້າງໃຫ້ມີຄວາມຊິນເຄີຍ ຂອງການດຳລົງຊີວິດ ຫຼື ສ້າງວິຖີຊີວິດປົກກະຕິ ແບບໃໝ່ ໃຫ້ກາຍເປັນຊີວິດປະຈຳວັນຕໍ່ໆໄປ. ເພື່ອເປັນການປ້ອງກັນຕົວເອງໃຫ້ດີ, ບໍ່ໃຫ້ປະໝາດ ແລະ ມີຄວາມຮັບຜິດຊອບຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ, ພ້ອມກັນປະຕິບັດບັນດາມາດຕະການປ້ອງກັນພະຍາດ COVID-19  ຢ່າງເຂັ້ມງວດ ຕໍ່ໄປ ເພື່ອບໍ່ໃຫ້ພະຍາດນີ້ ມາຄຸກຄາມຊີວິດ ຂອງປະຊາຊົນເຮົາ ແລະ ເດັກນ້ອຍ ທີ່ເຮົາຮັກ ແລະ ຫ່ວງໄຍ.

ໃນ​ໂອກາດວັນ​​ເດັກ​ສາກົນ ວັນທີ 01 ມິຖຸນາ ປີນີ້, ຂໍ​ໃຫ້ເດັກລາວທຸກຄົນໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ເປັນ​ເດັກ​ຄຳ​ຮູ້ ຂອງ​ພໍ່​ແມ່, ເປັນ​ນັກ​ຮຽນ​​ດີ ຮຽນເກັ່ງ​ຂອງ​​ຄູ, ອາຈານ ແລະ ເປັນລູກຫຼານທີ່ດີຂອງຊາດ.