ວ.ກ ເປີດກອງປະຊຸມອະນຸກໍາມະການ ສອບເສັງລະດັບຊາດ ສົກຮຽນ 2019-2020

0
1965

ໃນທ້າຍເດືອນພຶດສະພາ 2020 ນີ້, ວິທະຍາຄານກົມມະດໍາ ໄດ້ເປີດກອງປະຊຸມອະນຸກໍາມະການ ສອບເສັງລະດັບຊາດສົກຮຽນ 2013-2020 ຄັ້ງທີ 1 ຂຶ້ນຢ່າງເປັນທາງການ; ພາຍໃຕ້ການເປັນປະທານຂອງ ພົຈວ ບຸນຈັນ ລາດສະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຫົວຫນ້າການທະຫານ ວິທະຍາຄານກົມມະດໍາ, ມີບັນດາ ຄະນະກົມໃຫຍ່, ກົມວິຊາສະເພາະ ອ້ອມຂ້າງກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະພັກ-ຄະນະອໍານວຍການ ແລະ ຄະນະວິຊາຄູ ວິທະຍາຄານ ເຂົ້າຮ່ວມ.

ໂອກາດດຽວກັນນີ້, ພັທ ບົວໄລ ສີລັກສາ ຮອງອໍານວຍການ ຫົວຫນ້າຫ້ອງການ ອົບຮົມ-ກໍ່ສ້າງ ວິທະຍາຄານກົມມະດໍາ ໄດ້ຜ່ານບົດລາຍງານວຽກງານການກະກຽມສອບເສັງຈົບຊັ້ນ; ພ້ອມທັງ ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ສະບັບເລກທີ 869/ກສນ, ລົງວັນທີ 7 ພຶດສະພາ 2020, ວ່າດ້ວຍ ການແຕ່ງຕັ້ງປະທານ, ຄະນະປະທານ ແລະ ຄະນະກໍາມະການສອບເສັງຈົບຊັ້ນ ສໍາຫຼັບນັກສຶກສາກໍ່ສ້າງມະຫາວິທະຍາໄລ ການທະຫານ ປີ 4 ຊຸດທີ 15 ຈໍານວນ 10 ເຫຼົ່າຮົບ ຢູ່ວິທະຍາຄານກົມມະດໍາ ປະຈໍາສົກຮຽນ 2019 -2020 ໂດຍນັກສຶກສາທີ່ໄດ້ຮັບອະນຸມັດເຂົ້າສອບເສັງ ທັງໝົດ 218 ສະຫາຍ.

 ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຄົ້ນຄ້ວາ ປຶກສາຫາລື ເຖິງບັນດາເນື້ອໃນຄໍາຖາມ, ຄໍາຕອບ, ຫົວບົດສອບເສັງ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ບັ້ນສອບເສັງທີ່ຈະມາເຖິງນີ້ ກາຍເປັນບັ້ນແກ່ງການທົດສອບ ຕີລາຄາຄຸນທາດການເມືອງ, ຄຸນສົມບັດ-ສິນທໍາປະຕິວັດ, ຄວາມດຸຫມັ່ນຂະຫຍັນພຽນຂອງນັກສຶກສາໃນການຄົ້ນຄ້ວາ, ຊອກຮູ້ຮໍ່າຮຽນ, ປະຕິບັດຂໍກໍານົດ ກົດລະບຽບຂອງກອງທັບ ກໍ່ຄື ຂອງວິທະຍາຄານວາງອອກ.

ຂ່າວ: ຂັນທະລີ ທໍາມະວົງ / ພາບ: ວັນນະເລດ ລໍວັນໄຊ