“ສ້າງຮັກສາ້ງແພງ” ລ່ຽມລັກເງິນ ຍາພໍ່ 4 ວັດ

0
1229

ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໄດ້ກັກຕົວ ທ້າວ ວິ ອາຍຸ 28 ປີ ບ້ານຫາດໂພ ເມືອງບໍລິຄັນທີ່ກໍ່ເຫດ ລັກເງິນ ຢູ່ວັດ ບ້ານຫາດໂພ ຜົນເສຍຫາຍ ເງິນ ຈໍານວນ 1.200.000 ກີບ, 2.160 ບາດ ແລະ 80 ດົ່ງໄປດໍາເນີນຄະດີ.

ການສອບສວນຜູ້ຖືກຫາຂອງເຈົ້າໜ້າທີ່

ຜ່ານການສືບສວນ-ສອບສວນ, ທ້າວ ວິ ໄດ້ໃຫ້ການຮັບສາລະພາບວ່າ: ຜ່ານມາຜູ້ກ່ຽວແມ່ນເຄີຍໄປສ້າງຮັກສ້າງແພງກັບ ຍາພໍ່ ໄມ ແລະ ຊ່ວຍເຮັດວຽກຢູ່ໃນວັດເປັນປະຈໍາ; ຮອດວັນທີ 11 ມີນາ 2020, ເວລາປະມານ 6:00 ໂມງເຊົ້າ, ໄດ້ໄປຢາມມອງນໍາ ທ້າວ ຄໍາ ເຊິ່ງເປັນຄົນບ້ານດຽວກັນ; ພໍໄປຮອດບໍລິເວນວັດ, ຈຶ່ງໄດ້ແຍກກັບ ທ້າວ ຄໍາ ແລ້ວຍ່າງເຂົ້າໄປທາງຫຼັງກຸດຕິວັດຂອງ ຍາພໍ່ ໄມ. ເວລານັ້ນ,  ພໍດີຍາພໍ່ໄປສັນເຂົ້າເຊົ້າ; ຜູ້ກ່ຽວຈຶ່ງສວຍໂອກາດລັກປີນເຂົ້າປະຕູປ່ອງຢ້ຽມ ໄປລັກເອົາເງິນຢູ່ເທິງຫົວບ່ອນນອນຈໍານວນເທົ່າໃດບໍ່ໄດ້ນັບ.

ພາຍຫຼັງໄດ້ເງິນແລ້ວ, ກໍຍ່າງເລາະລຽບແຄມຂ້າມນໍ້າຊັນໄປບ້ານໂນນສົມບູນ ເມືອງບໍລິຄັນ ເພື່ອຈະອອກໄປ ເມືອງປາກຊັນ; ພໍໄປຮອດເມືອງປາກຊັນ ໄດ້ໄປຢູ່ນໍາອ້າຍຂອງຕົນຊື່ທ້າວ ຈັນ ຢູ່ບ້ານສີສະອາດ; ສ່ວນເງິນທີ່ຕົນລັກມານັ້ນແມ່ນນໍາໄປໃຊ້ຈ່າຍ ຟຸມເຟື່ອຍ, ຫຼີ້ນກິນ ແລະ ຊື້ຢາບ້າເສບຈົນໝົດ. ເວລາຕໍ່ມາ, ໄດ້ຜິດຖຽງກັບຜູ້ເປັນອ້າຍ ຜູ້ກ່ຽວຈຶ່ງໄດ້ໜີຈາກເຮືອນໄປບ້ານຫາດໂພ; ມາຮອດວັນທີ 25 ມີນາ 2020, ຈຶ່ງຖືກເຈົ້າໜ້າທີ່ ພະແນກຕໍາຫຼວດ ປກສ ເມືອງບໍລິຄັນກັກຕົວໄປດໍາເນີນສືບສວນ-ສອບສວນ.

ພາບການສ້າງແຜນປະກອບຄໍາຮັບສາລະພາບ

ທ້າວ ວິ ເວົ້າອີກວ່າ: ຜ່ານມາຕົນເອງແມ່ນເຄີຍໄດ້ກໍ່ເຫດລັກຊັບ (ເງິນ) ມາແລ້ວທັງໝົດ 3 ຄັ້ງ; ຄື: ຄັ້ງທີ 1: ເດືອນເມສາ 2017 ໄດ້ໄປລັກເງິນ ຍາພໍ່ ຊຽງໃສ ຢູ່ວັດບ້ານໂນນສົມບູນ; ຄັ້ງທີ 2: ເດືອນ ກໍລະກົດ 2019 ໄດ້ໄປລັກເງິນຍາພໍ່ ຢູ່ວັດບ້ານໂພນຂາມ; ແລະ ຄັ້ງທີ3: ເດືອນສິງຫາ 2019 ໄດ້ໄປລັກເອົາເງີນຍາພໍ່ຢູ່ວັດບ້ານຫ້ວຍຄູນ ທັງ 3 ບ້ານ ຢູ່ເມືອງບໍລິຄັນແຂວງບໍລິຄໍາໄຊ; ສ່ວນເງິນທີ່ລັກມາແຕ່ລະຄັ້ງແມ່ນໃຊ້ຈ່າຍຫຼິ້ນກິນຟຸມເຟື່ອຍ ແລະ ຊື້ຢາບ້າມາເສບຈົນໝົດ.