ຕໍາຫຼວດ ຂ.ສະຫວັນນະເຂດ ສຶກສາອົບຮົມຜູ້ຂາຍຫວຍເຖື່ອນ

0
2491

ວັນທີ 26 ພຶດສະພາ 2020, ພະແນກຕໍາຫຼວດເສດຖະກິດ ຫ້ອງຕໍາຫຼວດ ປກສ ແຂວງສະຫວັນນະເຂດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ສຶກສາອົບຮົບຜູ້ຂາຍເລກເຖື່ອນ ຈໍານວນ 11 ຄົນ ຍິງ 4 ຄົນ.

ພັທ ບຸນຖະໜອມ ໄຊປັນຍາ ຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງ ສະຫວັນນະເຂດ ກ່າວວ່າ: ປັດຈຸບັນ, ມີກຸ່ມຄົນຈໍານວນໜຶ່ງພາກັນລັກລອບເຄື່ອນໄຫວຂາຍເລກເປັນຂະບວນການ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ເອີ້ນວ່າເລກ/ຫວຍເຖື່ອນ ນັບທັງ ເລກລາວ, ເລກຫວຽດ ແລະ ເລກໄທ ເພື່ອໃຫ້ຄົນຊ່ຽງໂຊກ; ເຊິ່ງເປັນການພະນັນອີກຮູບການໜຶ່ງ. ການຂາຍຫວຍເຖື່ອນ ເປັນການກະທໍາທີ່ຜິດຕໍ່ກົດໝາຍອາຍາແຫ່ງ ສປປ ລາວ; ຕາມມາດຕາ 141: ການຫຼິ້ນການພະນັນທີ່ຕ້ອງຫ້າມ ເຊິ່ງລະບຸໄວ້ວ່າ:

ບຸກຄົນໃດຫາກມີການຫຼີ້ນການພະນັນທີ່ຕ້ອງຫ້າມ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 10.000.000 ກີບ. ບຸກຄົນໃດຫາກໄດ້ສົມຍອມໃຫ້ຫຼິ້ນການພະນັນທີ່ຕ້ອງຫ້າມຢູ່ໃນເຮືອນຂອງຕົນ ຫຼື ເປັນເຈົ້າມື ຫຼື ເປັນຜູ້ກະທໍາຜິດທີ່ບໍ່ເຂັດລາບ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 3 ເດືອນ ຫາ 2 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະຫຼະພາບ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 15.000.000 ກີບ.

ພັທ ບຸນຖະໝອມ ໄຊປັນຍາ ໄດ້ຮຽກຮ້ອງໃຫ້ຜູ້ຂາຍຫວຍເຖື່ອນຈົ່ງຢຸດເຊົາການກະເຄື່ອນໄຫວດັ່ງກ່າວ ເພາະການກະທໍາຜິດດັ່ງກ່າວນອກຈາກຜິດຕໍ່ລະບຽບກົດໝາຍແລ້ວ ຍັງເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບຮຽບຮ້ອຍ;ພ້ອມດຽວກັນນັ້ນ, ຍັງຮຽກຮ້ອງໃຫ້ພໍ່-ແມ່ປະຊາຊົນພາຍໃນແຂວງສະຫວັນນະເຂດ ຈົ່ງພາກັນຊອກຢູ່ຫາກິນ, ປະກອບອາຊີບທີ່ສຸດຈະລິດ; ຖືກຕ້ອງຕາມລະບຽບກົດໝາຍ.