ມອບໂອນການຄຸ້ມຄອງ ພະນັກງານໄດ້ຮັບອຸດໜູນບຳນານ ກະຊວງ ປກຊ-ປກສ
ມອບໂອນການຄຸ້ມຄອງ ພະນັກງານໄດ້ຮັບອຸດໜູນບຳນານ ກະຊວງ ປກຊ-ປກສ

ພິທີ ມອບໂອນການຄຸ້ມຄອງ ພະນັກງານ ກະຊວງປ້ອງກັນປະເທດ ແລະ ກະຊວງ ປກສ ຜູ້ທີ່ໄດ້ຮັບນະໂຍບາຍອຸດໜູນບໍານານ, ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ ລະຫວ່າງພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລະ ກອງບັນຊາການທະຫານ; ກອງບັນຊາການ ປກສ ແຂວງອຸດົມໄຊ ໃນວັນທີ 27 ພຶດສະພາ 2020, ເປັນປະທານໂດຍ ທ່ານ ນາງ ໄຊສະຫວັນ ນັນທະໄຊ ວ່າການຫົວໜ້າພະ ແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ; ມີ ພັອ ຄຳຢີນ ແສງສຸລີ ຫົວໜ້າການ ເມືອງກອງບັນຊາການທະຫານແຂວງ; ພັທ ບຸນແພງ ລໍນີຈັນ ຫົວໜ້າຫ້ອງການກອງບັນຊາ ການ ປກສ ແຂວງອຸດົມໄຊ, ພັອ ວັນນະວົງ ມັນຍະວົງ ຮອງກົມນະໂຍບາຍກະຊວງປ້ອງ ກັນປະເທດບັນດາພະແນກການ, ຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດຣ ດ້ວງເກດ ເຮືອງສີ ຮອງຫົວໜ້າສູນບໍລິການກອງທຶນປະກັນສັງຄົມແຂວງ ໄດ້ຜ່ານບົດລາຍງານກ່ຽວກັບການສັງລວມຂໍ້ມູນຂອງພະນັກງານບຳນານນາຍ ແລະ ພົນທະຫານ; ນາຍ ແລະ ພົນຕຳຫຼວດ, ພະນັກງານເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບທີ່ຖືກມອບໂອນຄວາມຮັບຜິດຊອບໃຫ້ 2 ກອງບັນຊາການທະຫານ-ຕຳຫຼວດ ເພື່ອສືບຕໍ່ຊີ້ນໍາໆພາ, ຄຸ້ມຄອງ, ດູແລຕາມແນວທາງນະໂຍບາຍຂອງພັກ ແລະ ລັດຕໍ່ໄປ, ໃຫ້ມີຄວາມຖືກຕ້ອງ, ສອດຄອງກັບສະພາບໃນປັດຈຸບັນ; ມີຈຳນວນທັງໝົດ 375 ສະຫາຍ; ໃນນີ້, ມີນາຍ ແລະ ພົນຕຳຫຼວດ 93 ສະຫາຍ, ລູກພະນັກງານບຳນານ, ເສຍອົງຄະທີ່ຍັງບໍ່ທັນພົ້ນກະສຽນ 75 ຄົນ, ກຳລັງ ປກສ 20 ຄົນ.

ໃນໂອກາດດຽວກັນ, ທັງສອງຟ່າຍ ກໍໄດ້ຮ່ວມລົງນາມເຊັນບົດບັນທຶກການມອບໂອນຢ່າງເປັນທາງການລະຫວ່າງ ທ່ານ ນາງ ໄຊສະຫວັນ ນັນທະໄຊ ວ່າການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ພັອ ຄຳຢີນ ແສງສຸລີ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີພະນັກງາານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີ ພະຍານ.