ສະພາບການສັນຈອນ ເລີ່ມແອອັດ ຫຼັງຜ່ອນຜັນມາດຕະການສູ້ໂຄວິດ

0
1433

ພາຍຫຼັງລັດຖະບານໄດ້ຜ່ອນຜັນບາງມາດຕະການປ້ອງກັນການແພ່ລະບາດພະຍາດໂຄວິດ 19; ໂດຍໄດ້ອະນຸ
ຍາດໃຫ້ມີການສັນຈອນໄປ-ມາພາຍໃນແຂວງ; ເລີ່ມແຕ່ວັນທີ 4 ພຶດສະພາ2020 ເປັນຕົ້ນມາ; ເຮັດໃຫ້ສະ ພາບການສັນຈອນຢູ່ນະຄອນຫຼວງວຽງຈັນເລີ່ມຄືນສູ່ສະພາບປົກກະຕິ ແລະ ໜາແໜ້ນຂຶ້ນ ຍ້ອນບັນດາສໍານັກງານ-ອົງການເລີ່ມເຮັດວຽກ ແລະ ນັກຮຽນຊັ້ນ ມ 4 ແລະ ມ 7 ກັບຄືນໄປຮຽນເປັນປົກກະຕິ.

ພັທ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກ່າວວ່າ: ນັບແຕ່ຕົ້ນເດືອນພຶດສະພາ 2020 ເປັນຕົ້ນມາ; ສໍານັກງານ-ອົງການ ທັງພາກລັດ ແລະ ເອກະຊົນໄດ້ເປີດດໍາເນີນການປົກ ກະຕິ ລວມທັງບໍລິສັດ, ຫ້າງຮ້ານຕ່າງໆ ກໍເລີ່ມເປີດໃຫ້ບໍລິການ ເຊັ່ນດຽວກັນ; ຈຶ່ງເຮັດໃຫ້ມີພາຫະນະສັນຈອນໄປ-ມາຕາມເສັ້ນທາງຫຼາຍຂຶ້ນ ແລະ ໜາແໜ້ນ ເຊັ່ນດຽວກັບໄລຍະກ່ອນນໍາໃຊ້ມາດຕະການປ້ອງກັນການແພ່ລະບາດຂອງພະຍາດໂຄວິດ 19.

ປັດຈຸບັນ, ຕໍ່ກັບສະພາບການດັ່ງກ່າວ; ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ກໍໄດ້ເອົາໃຈໃສ່ໃນການປະຕິບັດໜ້າ ທີ່ວຽກງານວິຊາສະເພາະ ເພື່ອເຮັດໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນສັນຈອນໄປ-ມາມີຄວາມສະດວກ-ສະບາຍ ແລະ ປອດໄພ; ໂດຍສຸມໃສ່ເຮັດວຽກງານໂຄສະນາເຊີນຊວນໃຫ້ມວນຊົນປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ; ບັນຈຸກໍາລັງລົງປະຈໍາຢູ່ຕາມສາຍທາງ, ປ້ອມຍາມ ເພື່ອເຝົ້າຕິດຕາມລະບາຍການສັນຈອນ; ຈັດລະບຽບສາຍທາງ; ຕິດຕາມກວດກາການປະຕິບັດລະບຽບການສັນຈອນຂອງນັກຂັບຂີ່ ແລະ ປະຈໍາການຄອຍເຫດຕະຫຼອດ 24 ຊົ່ວໂມງ.