ຈະລາຈອນ ເມືອງໄຊເສດຖາ ຈະສຸມໃສ່ລະບາຍການສັນຈອນ ໄລຍະເປີດຮຽນຄືນໃໝ່

0
1644

ພາຍຫຼັງລັດຖະບານຖະແຫຼງຂ່າວ ອະນຸຍາດໃຫ້ບັນດາໂຮງຮຽນທັງພາກລັດ ແລະ ເອກະຊົນໃນທົ່ວປະເທດ ໂດຍສະເພາະໃນນະຄອນຫຼວງວຽງຈັນ ເປີດການຮຽນ-ການສອນຄືນໃໝ່; ນັບແຕ່ວັນທີ 2 ມິຖຸນາ 2020, ຕໍາຫຼວດຈະລາຈອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກໍໄດ້ກໍານົດແຜນງານ ເພື່ອນວຍຄວາມສະດວກຮອບດ້ານໃຫ້ແກ່ນັກຂັບຂີ່ຢ່າງເຕັມທີ່ ພາຍຫຼັງເປີດໂຮງຮຽນຢ່າງເປັນທາງການ.

ພັຕ ກັນສະແຫວງ ສີວົງສັກ ຮອງຫົວໜ້າກອງຮ້ອຍຕໍາຫຼວດຈະລາຈອນ ປກສ ເມືອງໄຊເສດຖາ ໃຫ້ສໍາພາດເມື່ອທ້າຍອາທິດທີ່ຜ່ານມານີ້ວ່າ: ໃນໄລຍະເປີດຮຽນຄືນໃໝ່ທີ່ໃກ້ຈະມາເຖິງນີ້; ຈະລາຈອນ ປກສ ເມືອງໄຊເສດຖາ ມີຄວາມກຽມພ້ອມປະຕິບັດໜ້າທີ່ ເພື່ອແກ້ໄຂສະພາບການສັນຈອນແອອັດພາຍໃນເມືອງ; ໂດຍຈະຈັດຕັ້ງກໍາລັງລົງປະຈໍາຈຸດ, ປ້ອມ, 3 ແຍກ 4, ບັນດາໂຮງຮຽນ ແລະ ຂອບເຂດ ທີ່ມີຄວາມແອອັດສັບສົນພາຍໃນເມືອງ ເປັນຕົ້ນ: ວົງວຽນວັງຊາຍ, ໄຟແດງທາດຫຼວງ ແລະ ເສັ້ນທາງ 23 ສິງຫາ.

ໄປຄຽງຄູ່ກັນນັ້ນ, ຍັງຈະສຸມໃສ່ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມແຄມທາງ ເພື່ອອໍານວຍຄວາມສະດວກໃນການສັນຈອນໄປ-ມາຂອງຜູ້ໃຊ້ລົດ-ໃຊ້ຖະໜົນ.

ພັຕ ກັນສະແຫວງ ສີວົງສັກ ກ່າວ.

ສໍາລັບສະພາບການສັນຈອນຢູ່ເມືອງໄຊເສດຖາ ໃນໄລຍະເດືອນພຶດສະພາ 2020 ແມ່ນບໍ່ມີຄວາມແອອັດສັບ ສົນຫຼາຍປານໃດ ເນື່ອງຈາກວ່າ ເປັນໄລຍະປະຕິບັດມາດຕະການເຝົ້າລະວັງ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ 19; ເຊິ່ງບັນດາໂຮງຮຽນໄດ້ພັກການຮຽນ-ການສອນຊົ່ວຄາວ; ແລະ ໄລຍະນີ້ ສະ ພາບອຸບັດຕິເຫດເກີດຂຶ້ນຮ້າຍແຮງແມ່ນບໍ່ມີ, ມີແຕ່ເກີດຂຶ້ນເລັກໜ້ອຍ ແລະ ຄູ່ກໍລະນີກໍໄດ້ມີການໄກ່ເກ່ຍກັນເອງ. ຢ່າງໃດກໍຕາມ, ຄາດວ່າ ສະພາບການສັນຈອນ ຈະຄືນມາແອອັດອີກຄັ້ງ; ພາຍຫຼັງໂຮງຮຽນແຫ່ງຕ່າງໆເລີ່ມເປີດການຮຽນ-ການສອນຢ່າງເປັນປົກກະຕິ.

ໂອກາດນີ້, ທ່ານຮອງຫົວໜ້າກອງຮ້ອຍຕໍາຫຼວດຈະລາຈອນ ປກສ ເມືອງໄຊເສດຖາ ໄດ້ຮຽກຮ້ອງໃຫ້ຜູ້ໃຊ້ ລົດ-ໃຊ້ຖະໜົນ ຈົ່ງເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ; ເປັນຕົ້ນ: ບໍ່ດື່ມສິ່ງມືນເມົາແລ້ວຂັບຂີ່ລົດ, ບໍ່ຂັບຂີ່ລົດໄວເກີນຂອບເຂດ, ບໍ່ຈອດລົດຊະຊາຍຕາມແຄມທາງ, ບໍ່ຈອດຕາມປ້າຍຫ້າມ, ບໍ່ລ່ວງໄຟອໍານາດ, ບໍ່ຢຽບເສັ້ນທາງມ້າລາຍ, ຕ້ອງໃສ່ໝວກກັນກະທົບ ຫຼື ຮັດສາຍນິລະໄພທຸກຄັ້ງທີ່ຂັບຂີ່ລົດຈັກ ຫຼື ລົດໃຫຍ່ ແລະອື່ນໆ.

ຖ້າບັນດາທ່ານປະຕິບັດກົດຈະລາຈອນຢ່າງເຂັ້ມງວດ ເຊື່ອວ່າ ບັນຫາການເກີດອຸບັດຕິເຫດຢູ່ພາຍໃນເມືອງໄຊເສດຖາ ຈະຫຼຸດໜ້ອຍຖອຍລົງ; ຖ້າເກີດກໍບໍ່ຮຸ່ນແຮງ ແລະ ບໍ່ເຖິງຂັ້ນເສຍຊີວິດ.