ກອງປະຊຸມໃຫຍ່ໜ່ວຍພັກຫ້ອງການ ຄະນະກຳມະການ ປກຊ-ປກສ ແຂວງຫຼວງນຳ້ທາ ຄັ້ງທີ II

0
907

ກອງປະຊຸມໃຫຍ່ຂອງໜ່ວຍພັກຫ້ອງການ ຄະນະກໍາມະການ ປກຊ-ປກສ ແຂວງຫຼວງນຳ້ທາ ຄັ້ງທີ II ຈັດຂຶ້ນໃນວັນທີ 28 ພຶດສະພາ 2020, ເຂົ້າຮ່ວມໂດຍ ສະຫາຍ ບຸນຍີ່ ແກ້ວຄູນເມືອງ ກຳມະການປະຈຳພັກແຂວງ ຮອງເລຂາຄະນະບໍລິຫານງານພັກ ຮອງເຈົ້າແຂວງໆຫຼວງນຳ້ທາ; ມີສະຫາຍ ພັທ ແກ້ວ ຊໍແສນວົງ ຫົວໜ້າ ຫ້ອງການ ປກຊ-ປກສ ແຂວງ, ມີບັນດາແຂກຮັບເຊີນ ຕະຫຼອດຮອດຜູ້ແທນກອງປະຊຸມ ເຂົ້າຮ່ວມ.

ໃນກອງປະຊຸມ, ໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກ, ບົດສະຫຼຸບນໍາພາລວມ ພ້ອມທັງຍົກໃຫ້ເຫັນບາງຜົນງານທີ່ພົ້ນເດັ່ນໃນການນຳພາລວມໄລຍະ 5 ປີຜ່ານມາ ແລະ ກຳນົດທິດທາງແຜນການສືບຕໍ່ນຳພາໃນຕໍ່ໜ້າໃຫ້ລະອຽດຈະແຈ້ງ ແລະ ມີວິທະຍາສາດ; ທັງນີ້ ກໍເພື່ອແນໃສ່ກໍ່ສ້າງພັກໃຫ້ປອດໃສໜັກແໜ້ນ.

ຫຼັງຈາກນັ້ນ, ສະຫາຍ ຈັນທອງ ແກ້ວປະເສີດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ທີ່ຈະສະໝັກເຂົ້າເປັນຄະນະພັກຊຸດໃໝ່; ໃນນັ້ນ, ຕ້ອງແມ່ນຜູ້ທີ່ມີຊີວະປະຫວັດຈະແຈ້ງມີຄວາມຕື່ນຕົວໃນການປະກອບສ່ວນນຳພາ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກມະຫາຊົນ ແລະ ການຈັດຕັ້ງ; ພ້ອມດຽວກັນນັ້ນ, ທ່ານກໍໄດ້ແນະນໍາວິທີການລົງຄະແນນສຽງ ເພື່ອຮັບປະກັນ ເພື່ອບໍ່ໃຫ້ມີບັດຕາຍ.

ກອງປະຊຸມມີຜູ້ສະໝັກ 7 ສະຫາຍ ເລືອກເອົາ 3 ສະຫາຍ; ໃນນັ້ນ, ກອງປະຊູມໄດ້ເປັນເອກະສັນເລືອກເອົາ ສະຫາຍ ພັທ ແກ້ວ ຊໍແສນວົງ ເປັນເລຂາໜ່ວຍພັກຊຸດໃໝ່, ສະຫາຍ ພັທ ສິທອງ ສາລິນທອນ ເປັນຮອງເລຂາ ທັງເປັນປະທານກວດກາ ແລະ ສະຫາຍ ພັຕ ແສງທອງ ອິ່ນທະປັນຍາ ເປັນຄະນະ.