ພິທີລົງນາມ ເຊັນບົດບັນທຶກມອບ-ໂອນການຄຸ້ມຄອງນາຍ ແລະ ພົນທະຫານ
ພິທີລົງນາມ ເຊັນບົດບັນທຶກມອບ-ໂອນການຄຸ້ມຄອງນາຍ ແລະ ພົນທະຫານ

ວັນທີ 28 ພຶດສະພາ 2020, ຢູ່ທີ່ຫ້ອງປະຊຸມປະກັນສັງຄົມແຂວງວຽງຈັນ ໄດ້ຈັດ ພິທີລົງນາມ ເຊັນບົດບັນທຶກມອບ-ໂອນການຄຸ້ມຄອງນາຍ ແລະ ພົນທະຫານ, ຕຳຫຼວດທີ່ໄດ້ຮັບເບ້ຍບຳນານ ແລະ ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບໃຫ້ກອງບັນຊາການທະຫານແຂວງ; ປກສ ແຂວງ ລະຫວ່າງ ທ່ານ ຍົມສອນ ຄຳມາສີ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງວຽງຈັນ ເປັນຜູ້ເຊັນມອບ ແລະ ເຊັນຮັບໂດຍ ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ແລະ ພັອ ຄຳເຄນ ອຸດຕະມາ ຫົວໜ້າການເມືອງ ກອງບັນຊາການທະ ຫານແຂວງວຽງຈັນ; ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນສອນ ເພັດລາວັນ ຮອງເຈົ້າແຂວງໆວຽງຈັນ, ມີຕາງໜ້າກົມຈາກກະຊວງ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ຍົມສອນ ຄຳມາສີ ໄດ້ຜ່ານບົດບັນທຶກການມອບ-ໂອນການຄຸ້ມຄອງນາຍ ແລະ ພົນທະຫານ, ຕຳຫຼວດທີ່ໄດ້ຮັບນະໂຍບາຍອຸດໜູນບຳນານ, ພະນັກງານເສຍອົງຄະພິເສດ, ຜູ້ດູແລຜູ້ເສຍອົງຄະພິເສດ, ອຸດໜູນສະມາຊິກຄອບຄົວ, ລູກພະນັກງານບຳນານທີ່ບໍ່ທັນພົ້ນກະສຽນຄືນໃຫ້ກອງບັນຊາການທະຫານແຂວງ, ປກສ ແຂວງ ປກສ, ປກຊ ແຂວງ ຮັບຜິດຊອບ, ຄຸ້ມຄອງດູແລຕໍ່ໄປ; ໃນນັ້ນ, ມີນາຍ ແລະ ພົນ ຕຳຫຼວດທີ່ໄດ້ຮັບນະໂຍບາຍອຸດໜູນບຳນານ ແລະ ເສຍອົງຄະ 181 ທ່ານ, ລູກນາຍ ແລະ ພົນຕຳຫຼວດບຳນານທີ່ບໍ່ທັນພົ້ນກະສຽນ 2 ທ່ານ, ສະມາຊິກຄອບຄົວ (ລູກກຳພ້າ ແລະ ໝ້າຍ) 4 ທ່ານ, ຜູ້ເກີດສິດປິ່ນປົວສຸຂະພາບ ລວມທັງຜູ້ໄດ້ຮັບອຸດໜູນໄລຍະຍາວ, ຄູ່ສົມລົດ ແລະ ລູກ 217 ທ່ານ; ມີນາຍ ແລະ ພົນທະຫານ ໄດ້ຮັບນະໂຍບາຍອຸດໜູນບຳນານ-ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ 699 ທ່ານ, ຜູ້ຮັບອຸດໜູນສະມາຊິກຄອບຄົວ (ລູກກຳພ້າ ແລະ ໝ້າຍ) 36 ທ່ານ; ເສຍອົງຄະພິເສດ 4 ທ່ານ, ຜູ້ດູແລຜູ້ເສຍອົງຄະພິເສດ 6 ທ່ານ, ລູກນາຍ ແລະ ພົນທະຫານບຳນານທີ່ບໍ່ ທັນພົ້ນກະສຽນ 24 ທ່ານ, ຜູ້ເກີດສິດປິ່ນປົວ ສຸຂະພາບ ລວມທັງຜູ້ໄດ້ຮັບອຸດໜູນໄລຍະຍາວ, ຄູ່ສົມລົດ ແລະ ລູກ 754 ທ່ານ.

ທ່ານ ບຸນສອນ ເພັດລາວັນ ໄດ້ເນັ້ນໃຫ້ພະແນກ ຮສສ ແຂວງ ສົມທົບກັບສອງກົມກອງລົງເກັບກຳຂໍ້ມູນໃຫ້ລະອຽດຖືກຕ້ອງ, ຄຸ້ມຄອງ ແລະ ເອົາໃຈໃສ່ເບິ່ງແຍງເຂົາເຈົ້າໃນເວລາເຈັບ ເປັນໃຫ້ສົມເຫດສົມຜົນ, ເປັນເຈົ້າການໃນການໃຫ້ຄວາມຮູ້ທາງດ້ານວິຊາການ, ໃຫ້ຄວາມຮູ້ການນຳໃຊ້ໂປຼແກຼມກ່ຽວກັບການມອບ-ໂອນໃຫ້ສອງກອງບັນຊາການໃຫ້ມີຄວາມຊໍານານ ເພື່ອນຳໃຊ້ໃຫ້ຖືກຕ້ອງຕາມລະບົບດຽວກັນ ພ້ອມທັງສະຫຼຸບລາຍງານໃນການມອບ-ໂອນ ໃນຄັ້ງນີ້ໃຫ້ອົງການປົກຄອງຂອງແຂວງໄດ້ຮັບຊາບຮຽກຮ້ອງໃຫ້ສອງກະຊວງ, ສອງອົງການຕ້ອງໄດ້ລົງຊີ້ນຳຢ່າງໃກ້ຊິດຈົນໃຫ້ໄດ້ຮັບຜົນສຳເລັດ.