ກອງ​ບັນຊາ​ການ ປກສ ​ແຂວງ​ວຽງ​ຈັນ​​ ​ປະກາດການເລື່ອນຊັ້ນໃຫ້ນາຍຕຳຫຼວດ ຜູ້ທີ່ມີຜົນງານດີເດັ່ນ, ​ຄົບມາດຖານເງື່ອນໄຂຕາມກົດລະບຽບຂອງກຳລັງ ໃນວັນທີ 27 ພຶດສະພາ 2020, ເປັນ​ປະທານ ແລະ ປະດັບຊັ້ນໂດຍ ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາ​ການ ປກສ ​ແຂວງ​ວຽງ​ຈັນ, ເຊິ່ງມີຫົວໜ້າ​ຫ້ອງ, ກອງພັນ, ຄ້າຍ​ຄຸມ​ຂັງ-​ດັດ​ສ້າງ, ກອງ​ບັນຊາ​ການ ປກສ ​ເມືອງ​​ 11 ເມືອງ ພ້ອມ​ດ້ວຍ​ນາຍຕຳຫຼວດ ທີ່ໄດ້ຮັບການເລຶ່ອນຊັ້ນ ​ເຂົ້າ​ຮ່ວມ​.

ພັທ ຄຳແຝງ ສີມູນ ຫົວໜ້າຫ້ອງການເມືອງ ປກສ ແຂວງວຽງຈັນ ​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ ລັດຖະມົນຕີ ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ ວ່າດ້ວຍ ການເລຶ່ອນຊັ້ນໃຫ້ນາຍຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງວຽງຈັນ ​ເຊິ່ງມີທັງໝົດ 127 ສະຫາຍ ຍິງ 6 ສະຫາຍ ຄື:

ປະດັບຊັ້ນໂດຍ ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາ​ການ ປກສ ​ແຂວງ​ວຽງ​ຈັນ
  • ເລື່ອນຊັ້ນ ພັຕ ຂຶ້ນ ພັທ 35 ສະຫາຍ
  • ເລື່ອນຊັ້ນ ຮອ ຂຶ້ນ ພັຕ 33 ສະຫາຍ ຍິງ 2 ສະຫາຍ
  • ເລື່ອນຊັ້ນ ຮທ ຂຶ້ນຊັ້ນ ຮອ 59 ສະຫາຍ ຍິງ 4 ສະຫາຍ

ນອກນັ້ນ, ໃນພິທີຍັງໄດ້ມອບໃບຍໍຍ້ອງ ຂັ້ນເຈົ້າແຂວງໆວຽງຈັນ ໃຫ້ພະນັກງານ-ນັກຮົບຜູ້ທີ່ມີຜົນງານດີເດັ່ນ ແລະ ໄດ້ສໍາເລັດການລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ຢູ່ 4 ຈຸດສຸມແຂວງວຽງຈັນ ຄື: ຈຸດສຸມພັດທະນາກາສີ, ຈຸດສຸມພັດທະນາເມືອງຄີ່, ຈຸດສຸມພັດທະນາຜາສັງ ແລະ ຈຸດສຸມພັດທະນາຜາບ່ອງ ຈຳນວນ 59 ສະຫາຍ.

ໃນໂອກາດນີ້, ພົຈວ ປອ ທອງເຄນ ບຸນໝັ້ນ ໄດ້ສະແດງຄວາມຍໍຍ້ອງຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານມາ ຢ່າງສຸດອົກສຸດໃຈ ພ້ອມທັງໂອ້ລົມໃຫ້​ນາຍຕຳຫຼວດ ທີ່ໄດ້ຮັບການເລຶ່ອນຊັ້ນຄັ້ງນີ້ ຢ່າງມີເນື້ອໃນຄວາມໝາຍເລິກເຊິ່ງ ທັງເປັນບົດຮຽນທີ່ດີ ເພື່ອນຳໄປສຶກສາຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຕົວຈິງ ໃຫ້ເກີດດອກອອກຜົນ ແລະ ມີຜົນງານຍິ່ງໃຫຍ່ຂຶ້ນກວ່າເກົ່າ. ຈາກ​ນັ້ນ, ​ກໍໄດ້ຮຽກຮ້ອງ​ໃຫ້ນາຍຕຳຫຼວດ ​ທີ່​ໄດ້ຮັບການເລຶ່ອນຊັ້ນໃໝ່​ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ​​ຂອງ​ຕົນ ໃຫ້ຫຼາຍຂຶ້ນກວ່າເກົ່າ, ຮັກສາມູນເຊື້ອອັນດີງາມນີ້ໄວ້ໃຫ້ໝັ້ນຄົງຕະຫຼອດໄປ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ຕາມທີ່ພັກ-ລັດ ແລະ ປະຊາຊົນມອບໜາຍໃຫ້.