ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ຜູ້ທີ່ມີຜົນງານດີເດັ່ນ ໃນວັນທີ 27 ພຶດສະພາ 2020, ເຂົ້າຮ່ວມ ແລະ ປະດັບຊັ້ນໂດຍ ພັອ ຖາວອນ ບຸນກອງພີມ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີຕາງໜ້າຈາກບັນດາຫ້ອງອ້ອມຂ້າງ, ຫົວໜ້າ-ຮອງພະແນກ, ໂຮງຮຽນ ປກສ ຊັ້ນສູງ ເລກ 4 ແຂວງຈຳປາສັກ, ກອງພັນປ້ອງກັນເຄື່ອນທີ່, ກອງບັນຊາການ ປກສ ເມືອງ ແລະ ພະນັກງານ-ນັກຮົບ ເຂົ້າຮວ່ມ.

ພັທ ເກດແກ້ວ ບຸນສະຫວັດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງຈຳປາສັກ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ທົ່ວກອງບັນຊາການ ປກສ ແຂວງຈຳປາສັກ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ພັຕ ຂຶ້ນ ພັທ 20 ສະຫາຍ
  • ຮອ ຂຶ້ນ ພັຕ 21 ສະຫາຍ ຍິງ 2 ສະຫາຍ
  • ຮທ ຂຶ້ນ ຮອ 18 ສະຫາຍ ຍິງ 3 ສະຫາຍ
  • ຮຕ ຂຶ້ນ ຮທ 41 ສະຫາຍ ຍິງ 11 ສະຫາຍ
  • ວທ ຂຶ້ນ ຮຕ 38 ສະຫາຍ ຍິງ 3 ສະຫາຍ
  • ສອ ຂຶ້ນ ວທ 6 ສະຫາຍ ຍິງ 4 ສະຫາຍ
  • ສທ ຂຶ້ນ ສອ 1 ສະຫາຍ ຍິງ 1 ສະຫາຍ

ໃນພິທີ, ພັອ ຖາວອນ ບຸນກອງພິມ ໄດ້ຍ້ອງຍໍ​ຊົມ​ເຊີຍນາຍ ແລະ ພົນຕຳຫຼວດ​​ ທີ່​ໄດ້ຮັບການ​ເລື່ອນ​ຊັ້ນໃນຄັ້ງນີ້, ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍທີ່ຖືກເລື່ອນຊັ້ນ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ ໃຫ້ຫຼາຍຂຶ້ນກວ່າເກົ່າ, ມີສະຕິຕໍ່ການຈັດຕັ້ງ ແລະ ປະຕິບັດລະບຽບວິໄນຂອງກຳລັງ ຢ່າງເຂັ້ມງວດ, ເອົາໃຈໃສ່ຕໍ່ວຽກງານການເມືອງ-ແນວຄິດເປັນກົກ ຕິດພັນກັບ ການກໍ່ສ້າງພັກ, ກໍ່ສ້າງພະນັກງານ, ສ້າງໃຫ້ໄດ້ພະນັກງານມີຄວາມຮູ້, ຄວາມສາມາດ, ສ້າງໃຫ້​ເປັນ​ພະນັກງານທີ່ຫ້າວຫັ່ນ, ເປັນ​ແບບຢ່າງໃນ​ການ​ປະຕິບັດ​ໜ້າ​ທີ່​ວຽກງານການ​ເມືອ​ງ, ມີ​ຄວາມ​ສາມັກຄີຮັກ​ແພງ​ເຊິ່ງກັນ ​ແລະ ກັນ, ດຳລົງ​ຊີວິດ​ດ້ວຍ​ຄວາມ​ປອດ​ໃສ​ຂາວ​ສະອາດ, ປະຕິບັດ​ກົດ​ລະບຽບຂອງກຳລັງ, ກົດໝາຍ​ຂອງ​ລັດ ​ຢ່າງ​ເຄັ່ງ​ຄັດ ​ແລະ ຕ້ານ​ທຸ​ກປະກົດ​ການ​ຫຍໍ້​ທໍ້​ພາຍໃນກຳລັງ ໂດຍຕິດພັນກັບ ການປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ.