ກອງປະຊຸມສາມັນ ຜູ້ຖືຮຸ້ນ ທຄຕລ ປະຈໍາປີ 2019

0
1290

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ຈັດກອງປະຊຸມສາມັນ ຜູ້ຖືຮຸ້ນ ປະຈຳປີ 2019, ທີ່ໂຮງແຮມແລນມາກ ໃນວັນທີ 29 ພຶດສະພາ 2020, ເປັນປະທານໂດຍ ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີ ກະຊວງການເງິນ ປະທານສະພາບໍລິຫານ ທຄຕລ, ເຂົ້າຮ່ວມມີບັນດາຜູ້ຖືຮຸ້ນລາຍໃຫຍ່ ເຊັ່ນ: ຜູ້ຕາງໜ້າຈາກ ກະຊວງການເງິນ ຖືຮຸ້ນຂອງ ທຄຕລ 60%, ຕາງໜ້າທະນາຄານຄູ່ຮ່ວມຍຸດທະສາດ COFIBRED ຖືຮຸ້ນ ທຄຕລ 10%, ແຂກຮັບເຊີນຈາກ ທະນາຄານແຫ່ງ ສປປ ລາວ, ກະຊວງການເງິນ, ຕະຫຼາດຫຼັກຊັບລາວ, ສໍານັກງານຄຸ້ມຄອງຫຼັກຊັບ, ຜູ້ຖືຮຸ້ນດ້ວຍຕົນເອງ ຈຳນວນ 62 ທ່ານ, ຜູ້ມອບສິດ ຈໍານວນ 234 ທ່ານ, ເຊິ່ງມີຮຸ້ນລວມກັນ ທັງໝົດຈຳນວນ 171.437.346 ຮຸ້ນ ເທົ່າກັບ 82,532% ຂອງຮຸ້ນ ທຄຕລ ທັງໝົດ.

ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ກ່າວວ່າ:

ກອງປະຊຸມສາມັນ ຜູ້ຖືຮຸ້ນ ປະຈຳປີ ຄັ້ງນີ້ ແມ່ນໄດ້ເປີດໂອກາດໃຫ້ແກ່ຜູ້ຖືຮຸ້ນ ສອບຖາມບັນດາຂໍ້ສົນໃຈຕ່າງໆ, ພ້ອມທັງໄດ້ມີການອະທິບາຍຊີ້ແຈງໃນແຕ່ລະບັນຫາ ທີ່ຜູ້ຖືຮຸ້ນ ທຄຕລ ຈະໄດ້ຮັບຊາບເຖິງການເຄື່ອນໄຫວທີ່ພົ້ນເດັ່ນຂອງ ທຄຕລ ໃນປີ 2019 ແລະ ພິຈາລະນາຮັບຮອງເອົາບັນຫາສໍາຄັນຕ່າງໆ ເປັນຕົ້ນແມ່ນ ຮັບຮອງເອົາຜົນການດໍາເນີນທຸລະກິດ ແລະ ເງິນປັນຜົນ ປະຈໍາປີ 2019, ຮັບຮອງເອົາແຜນການ ປີ 2020, ຮັບຮອງເອົາຜູ້ກວດສອບອິດສະຫຼະ ປະຈໍາປີ 2020 ແລະ ຮັບຮອງການແຕ່ງຕັ້ງ ສະພາບໍລິຫານຂອງ ທຄຕລ.

ໂດຍຜົນການດໍາເນີນທຸລະກິດ ໃນປີ 2019 ອີງຕາມມາດຖານສາກົນ ດ້ານການລາຍງານການເງິນແບບສະເພາະກິດ ຈາກການທີ່ໄດ້ຮັບການກວດສອບ ເຫັນວ່າ ທຄຕລ ມີຍອດຊັບສິນຕໍ່ໜີ້ສິນ: 46.547.208 ລ້ານກີບ ລື່ນແຜນການປີ 8,9%, ເງິນຝາກທັງໝົດ 40.004.656 ລ້ານກີບ ປະຕິບັດໄດ້ລື່ນແຜນ 12% ແລະ ສິນເຊື່ອ ທັງໝົດ 26.987.990 ລ້ານກີບ ເທົ່າກັບ 104,5% ຂອງແຜນການປີ ແລະ ທຄຕລ ມີກໍາໄລຫຼັງອາກອນ ໄດ້ຈຳນວນ 329.482 ລ້ານກີບ ທຽບໃສ່ແຜນການປີ ປະຕິບັດໄດ້ 75,5%.

ສຳລັບເງິນປັນຜົນໃຫ້ແກ່ຜູ້ຖືຮຸ້ນ ທຄຕລ ປະຈຳປີ 2019 ແມ່ນຮຸ້ນລະ 813 ກີບ, ສ່ວນການຈ່າຍເງິນປັນຜົນຕົວຈິງ ແມ່ນຈະໃຫ້ສໍາເລັດພາຍໃນ 10 ວັນລັດຖະການ ຫຼັງຈາກກອງປະຊຸມຄັ້ງນີ້.

ໃນຕໍ່ໜ້າ, ແຜນການປະຈໍາປີ 2020 ຈະສືບຕໍ່ຮັບຮອງເອົາບັນດາຕົວເລກຍອດຊັບສິນ, ຍອດເງິນຝາກ, ຍອດເງິນກູ້, ແລະ ກຳໄລກ່ອນອາກອນ ຕາມທີ່ ທຄຕລ ໄດ້ສະເໜີ; ສະເພາະແຜນກໍາໄລກ່ອນອາກອນ ໄດ້ວາງແຜນໄວ້ ຈຳນວນ 357 ຕື້ກີບ ແລະ ຮັບຮອງເອົາ ບໍລິສັດ PWC ເປັນຜູ້ກວດສອບຖານະການເງິນ ທຄຕລ ປະຈຳປີ 2020.