ສະພາບການສັນຈອນຕາມທ້ອງຖະໜົນຢູ່ນະຄອນຫຼວງວຽງຈັນ ແຕ່ວັນຈັນ-ວັນສຸກ ແມ່ນມີຄວາມໜາແໜ້ນ ໃນຊົ່ວໂມງຮີບດ່ວນເຂົ້າການ-ເລີກການ ໂດຍຕອນເຊົ້າເລີ່ມແຕ່ເວລາ 7:00 ໂມງ ເຖິງ 9:00 ໂມງ ແລະ ຕອນແລງເລີ່ມແຕ່ 16:00 ໂມງຫາ 19:00 ໂມງ, ສ່ວນວັນເສົາ-ອາທິດ ສະພາບການສັນຈອນແມ່ນເປັນປົກກະຕິ; ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວການນຳນະຄອນຫຼວງວຽງຈັນ ໄດ້ແຕ່ງຕັ້ງຄະນະກໍາມະການຄວາມປອດໄພທາງຖະໜົນຂຶ້ນ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນດໍາເນີນງານຄວາມປອດໄພທາງຖະໜົນທີ່ລັດຖະບານຮັບຮອງຢ່າງເປັນລະບົບ ແລະ ກວມເອົາທຸກຂະແໜງການ.

ການຈັດຕັ້ງປະຕິບັດວຽກງານຕ່າງໆໃນໄລຍະຜ່ານມາ ນະຄອນຫຼວງວຽງຈັນ ໄດ້ແຕ່ງຕັ້ງຄະນະກຳມະການ, ປະ ສານງານກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນ, ຈັດເປັນບຸລິມະສິດຂອງນະຄອນຫຼວງ, ວັນສຳຄັນຂອງຊາດ ເຮັດເຊົ້າຮອດຄໍ່າ, ເຊິ່ງໜ້າວຽກທີ່ເຮັດໄດ້ໃນໄລຍະຜ່ານມາ ສະແດງອອກຄື: ແຕ່ງຕັ້ງໜ່ວຍງານຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ຂັ້ນເມືອງ, ເອົາໃຈໃສ່ລົງຕິດຕາມກວດກາແກ້ໄຂຕາມຂອບເຂດ ຄວາມຮັບຜິດຊອບຂອງຕົນເອງພາຍໃນຕົວເມືອງ; ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເພີ່ມຈຳນວນພົນລົງປະຈໍາຈຸດຕ່າງໆ ເພື່ອເຮັດໜ້າທີ່ລະບາຍການສັນຈອນ ໃນເວລາຮີບດ່ວນ (ເຂົ້າການ-ເລີກການ) ຢ່າງເປັນປົກກະຕິ; ມອບໃຫ້ໜ່ວຍຈັດສັນຄວາມເປັນລະບຽບຮຽບຮ້ອຍລົງເຄື່ອນໄຫວກວດກາຄວາມບໍ່ເປັນລະບຽບຮຽບຮ້ອຍ ເຊັ່ນ: ການຈອດລົດ, ຮ້ານຂາຍເຄື່ອງຕາມແຄມທາງ, ການວາງສິ່ງກີດຂວາງທາງຍາງ, ການຈອດລົດຕາມສະຖານທີ່ຫ້າມຈອດ; ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນຢູ່ຕາມບັນດາໂຮງຮຽນ, ບ້ານ, ສຳນັກງານ, ອົງການ, ໂຮງງານ; ປຸກລະດົມມວນຊົນ, ຫ້າງຮ້ານ, ບໍລິສັດປະກອບທຶນຊ່ວຍຊຸກຍູ້ການເຄື່ອນໄຫວປູກຈິດສໍານຶກທາງ ດ້ານຄວາມປອດໄພການສັນຈອນ, ໂດຍສະເພາະແມ່ນການຕິດຕັ້ງປ້າຍແນະນໍາບໍລິການ (ດື່ມບໍ່ຂັບລົດ); ສ້າງກິດຈະກຳໃນງານເທດສະການວັນບຸນສໍາຄັນ ຕ່າງໆ ສົ່ງເສີມໃຫ້ມວນຊົນໄດ້ຮັບຮູ້ເຖິງ ກົດລະບຽບຈະລາຈອນ ແລະ ຫຼັກການ ຂັບຂີ່ປອດໄພ ເພື່ອຫຼຸດຜ່ອນອຸບັດເຫດທາງຖະໜົນ; ລົງກວດກາ, ຕິດຕັ້ງປ້າຍສັນຍານຈະລາຈອນທີ່ຕິດຕັ້ງຕາມຈຸດຕ່າງໆໃຫ້ເໝາະສົມ ແລະ ຖືກຕ້ອງ; ປັບປຸງລະບົບການສັນຈອນຢູ່ບາງຈຸດທີ່ມີຄວາມສັບສົນໃຫ້ມີຄວາມສະດວກຫຼາຍຂຶ້ນ; ລົງສໍາຫຼວດການຈັດສັນບ່ອນຈອດລົດ, ບ່ອນທີ່ມີເງື່ອນໄຂໂດຍໃຫ້ປະຊາຊົນມີສ່ວນຮ່ວມ.

ການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ຂອງຄະນະກຳມະການຄວາມປອດໄພທາງຖະໜົນແມ່ນຖືເອົາກົດໝາຍ ວ່າດ້ວຍການຈະລາຈອນທາງບົກ, ກົດໝາຍວ່າ ດ້ວຍທາງຫຼວງ, ກົດໝາຍວ່າ ດ້ວຍການຂົນສົ່ງທາງບົກ, ດໍາລັດ 188/ ນຍ ວ່າດ້ວຍມາດຕະການຕໍ່ຜູ້ທີ່ລະເມີດ ແລະ ການປັບໃໝ, ແຈ້ງການເລກ ທີ 274/ຈນວ ກ່ຽວກັບການຈັດລະບຽບການສັນຈອນຕາມສາຍທາງສໍາຄັນໃນຕົວເມືອງ ແລະ ຂໍ້ຕົກລົງ 02/ຈນວ ເປັນບ່ອນອີງ.

ຄວາມຫຍຸ້ງຍາກໃນການຈັດຕັ້ງວຽກງານໃນໄລຍະຜ່ານມາ ແມ່ນມີຫຼາຍປັດໄຈສະແດງອອກ ຄື: ຍ້ອນສັງຄົມ ສ່ວນໜຶ່ງຍັງບໍ່ທັນເຫັນໄດ້ຄວາມສໍາຄັນຂອງວຽກງານນີ້ຢ່າງກວ້າງຂວາງເທື່ອ ແລະ ຄິດວ່າວຽກງານນີ້ ແມ່ນໜ້າທີ່ຂອງໂຍທາທິການ ແລະ ຂົນສົ່ງ ຫຼື ເຈົ້າໜ້າທີ່ຕໍາຫຼວດຈະລາຈອນເທົ່ານັ້ນ, ພາກສ່ວນຈັດສັນເກັບເງິນຈອດລົດແຄມທາງຍັງຂາດການຈັດສັນຄວາມເປັນລະບຽບເກັບເອົາແຕ່ເງິນແຕ່ບໍ່ໄດ້ຈັດສັນລົດ, ບາງຄັ້ງລົດຈອດຊ້ອນກັນຫຼາຍຄັນ, ສ້າງຄວາມສັບສົນ ເຮັດໃຫ້ເກີດບັນຫາລົດຕິດຕາມມາ ໂດຍສະເພາະຢູ່ຖະໜົນໜອງບອນ (ເຂດຕະຫຼາດເຊົ້າ), ພະແນກການກ່ຽວຂ້ອງທີ່ຄຸ້ມຄອງບັນດາຮ້ານຄ້າຢູ່ຕາມແຄມທາງ ເປັນຕົ້ນແມ່ນຮ້ານຂາຍວັດສະດຸກໍ່ສ້າງ, ຮ້ານອາຫານ, ຮ້ານກິນດື່ມຢູ່ລຽບແຄມທາງບໍ່ມີບ່ອນຈອດລົດ ປ່ອຍໃຫ້ລູກຄ້າຈອດລົດຊະ ຊາຍ, ການອອກອະນຸຍາດໃຫ້ສ້າງຕັ້ງໂຮງຮຽນບໍ່ໄດ້ຄໍານຶງເຖິງແຜນການເດີນ ລົດຮັບ-ສົ່ງນັກຮຽນຂອງຜູ້ປົກ ຄອງ ແລະ ບໍ່ມີບ່ອນຈອດລົດຢ່າງພຽງພໍ, ການສະໜອງງົບປະມານເຂົ້າໃນການຈັດຕັ້ງເຄື່ອນໄຫວກ່ຽວກັບວຽກນີ້ ແມ່ນມີໜ້ອຍ, ກອງທຶນຄວາມປອດໄພທາງຖະໜົນຍັງບໍ່ສາມາດສະໜອງໄດ້ເປັນຫດໃຫ້ການເຄື່ອນໄຫວວຽກງານບໍ່ເປັນລະບົບ ແລະ ບໍ່ຕໍ່ເນື່ອງ.

ການແກ້ໄຂໃນຕໍ່ໜ້າ, ຈະສືບຕໍ່ເພີ່ມກໍາລັງຕໍາຫຼວດຈະລາຈອນໃສ່ຕາມຈຸດທາງ 3 ແຍກ 4 ແຍກ, ໜ້າໂຮງ ຮຽນ, ສໍານັກງານ ເພື່ອລະບາຍລົດໃນເວລາຮີບດ່ວນ, ຍົກຖານະພະແນກຕໍາຫຼວດຈະລາຈອນນະຄອນຫຼວງ ຂຶ້ນເປັນຫ້ອງຕໍາຫຼວດຈະລາຈອນ ຂຶ້ນກັບກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໂດຍກົງ ເພື່ອສ້າງຂໍ້ສະ ດວກໃນການບັນຊາ, ເຂັ້ມງວດກ່ຽວກັບການປຸກສ້າງໃຫ້ຖືກຕ້ອງສອດຄ່ອງ, ກັບລະບຽບກົດໝາຍ ໂດຍກໍາຈັດສິ່ງປຸກສ້າງທີ່ຜິດລະບຽບ ແລະ ລ່ວງລໍ້າເຂດສະຫງວນຂອງທາງ, ຄົ້ນຄວ້າ, ວາງແຜນ, ສ້າງບ່ອນຈອດລົດຢູ່ໃຈ ກາງຕົວເມືອງ ເພື່ອບໍ່ໃຫ້ລົດ ຈອດຢູ່ແຄມທາງ, ປັບປຸງລະບົບການກໍ່ສ້າງເສັ້ນທາງຄືນໃໝ່, ສ້າງສິ່ງອໍານວຍຄວາມສະດວກໃນການສັນຈອນ, ຕິດຕັ້ງປ້າຍສັນຍານຈະລາຈອນໃຫ້ ຖືກຕ້ອງ ແລະ ສອດຄ່ອງກັບຕົວຈິງ, ທຸກກິດຈະການກໍ່ສ້າງສ້ອມແປງທາງໃນຕົວເມືອງ, ເຈົ້າຂອງໂຄງການ ແລະ ຜູ້ຮັບເໝົາ ຕ້ອງສຶກສາ ແລະ ກຳນົດໂມງ ເວລາ ແລະ ແຜນການເດີນລົດ ເພື່ອຂໍອະນຸມັດກັບຄະນະກໍາມະການຄວາມປອດໄພທາງຖະໜົນນະຄອນ ຫຼວງ, ແກ້ໄຂລະບົບປ້າຍຈະລາຈອນທີ່ບໍ່ຖືກຕ້ອງ (ໂດຍປະຊາຊົນສ້າງຂຶ້ນມາເອງ ຕັນແຄມທາງໜ້າບ້ານຕົນ ເອງ) ແລະ ຕ້ອງແກ້ໄຂດ່ວນ. ກວດກາລະບົບການຂັບຂີ່ຂອງຜູ້ຂັບລົດ (ມາລະຍາດໃນການຂັບຂີ່) ຈອດລົດບໍ່ຖືກຕ້ອງ, ຈອດຂ້າງຊາຍທາງ, ຈອດໃກ້ທາງແຍກ, ທາງໂຄ້ງ, ເຂດຊຸມຊົນ ແລະ ຕ້ອງບັງຄັບ ໃຊ້ກົດໝາຍຢ່າງເຂັ້ມງວດ. ໃນຊົ່ວໂມງ ຮີບດ່ວນບໍ່ອະນຸຍາດໃຫ້ຈອດແຄມ ທາງ (ຕິດຕັ້ງປ້າຍຫ້າມຈອດ ແລະ ກໍາ ນົດເວລາຄັກແນ່). ສ້າງກົນໄກລະບຽບຫຼັກການໃຫ້ພຽງພໍເປັນເຄື່ອງມືໃນການບັງຄັບປະຕິບັດລະບຽບ ເຊັ່ນ: ສ້າງນິຕິກໍາກ່ຽວກັບການລາກລົດທີ່ຈອດຜິດລະບຽບ, ສ້າງໜ່ວຍງານລາກລົດ ແລະ ກຳນົດຄວາມຮັບຜິດຊອບ, ປະຕິບັດລະບຽບການ, ກໍານົດປະເພດລົດເຂົ້າໃນຕົວເມືອງ (ຫ້າມລົດໜັກແລ່ນເຂົ້າຕົວເມືອງ) ແລະ ການກໍານົດ ເສັ້ນທາງແລ່ນລົດຕຸກໆ-ຈໍາໂບ້ໃນຕົວເມືອງໃຫ້ເຂັ້ມງວດກວ່າເກົ່າ.