ພະແນກໂຄສະນາ ວິທະຍາຄານກົມມະດໍາ ຈັດກິດຈະກໍາປູກຕົ້ນໄມ້

0
1332

ໃນວັນທີ 2 ມິຖຸນາ 2020, ພະນັກງານ-ນັກຮົບ ພະແນກໂຄສະນາ ຫ້ອງການເມືອງ ວິທະຍາຄານກົມມະດໍາ ກະຊວງປ້ອງກັນປະເທດ ໄດ້ຈັດກິດຈະກໍາປູກຕົ້ນໄມ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງ ຊາດ ປະຈໍາປີ 2020; ນຳໂດຍ ພັຕ ສິງພອນ ຄໍາທາວົງ ຮອງພະແນກໂຄສະນາ ວ.ກ.

ການປູກຕົ້ນໄມ້ຄັ້ງນີ້ ເປັນການຄືນຄວາມອຸດົມສົມບູນໃຫ້ກັບທໍາມະຊາດ ໂດຍຕົ້ນໄມ້ທີ່ປູກນັ້ນ ຈະຊ່ວຍຮັກສາຄວາມສົມບູນ, ຄວາມຊຸ່ມຊື່ນຂອງທຳມະຊາດ ແລະ ເພີ່ມແຫຼ່ງອາໄສໃຫ້ກັບສັດສາວາສິ່ງນາໆພັນ; ນອກນີ້, ຍັງເປັນການປະກອບສ່ວນສ້າງກົມກອງໃຫ້ມີພື້ນທີ່ຂຽວ, ສະອາດ ແລະ ຈົບງາມ.

ການປູກໃນຄັ້ງນີ້ ມີຕົ້ນໄມ້ກິນໝາກ ເເລະ ຕົ້ນໄມ້ປະດັບ ຫຼາຍຊະນິດ ໂດຍປູກຢູ່ບໍລິເວນຂອບເຂດພື້ນທີ່ຂອງພະແນກໂຄສະນາ ຮັບຜິດຊອບ; ພາຍຫຼັງປູກຕົ້ນສໍາເລັດແລ້ວແມ່ນຈະໄດ້ມອບໃຫ້ບັນດາຂະແໜງການທີ່ຂຶ້ນກັບພະແນກໂຄສະນາເປັນຜູ້ບົວລະບັດຮັກສາ ເພື່ອໃຫ້ຕົ້ນໄມ້ດັ່ງກ່າວຈະເລີນງອກງາມໃຫຍ່ເປັນປ່າຂຽວງາມ.

ຂ່າວຍັງແຈ້ງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 1 ມິຖຸນາ 2020, ກອງພັນທີ 2 ວ.ກ ໄດ້ຈັດຕັ້ງປູກຕົ້ນໄມ່ໃສ່ເນື້ອທີ່ ດິນຂອງຂອບ ເຂດຂອງກອງພັນທີ 2 ຮັບຜິດຊອບ ໃນເນື້ອ ຈໍານວນ 2 ໄລ່; ລວມຕົ້ນໄມ້ທັງໝົດ 210 ຕົ້ນ, ລວມມູນຄ່າ 6,300,00 ກີບ ໂດຍການນໍາຂອງ ພັທ ສຸດດີ ດວງປະເສີດ ຫົວໜ້າການທະຫານ ກອງພັນທີ 2; ເຊິ່ງມີຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ແລະ ນັກສຶກສາ ເຂົ້າຮ່ວມປູກຕົ້ນໄມ້ ທັງໝົດ 220 ສະຫາຍ.

ຂ່າວ: ວັນນະເລດ ລໍວັນໄຊ / ພາບ: ຕ່ວນບຸນຕາ ທິບທິດາ