ລົດບັນທຸກ 22 ລໍ້ ບັນທຸກໜັກເກີນ ເຮັດໃຫ້ຂົວນ້ຳພະນາຍຫັກ

0
853

ໃນວັນທີ 2 ມິຖຸນາ 2020 ເວລາປະມານ 7:00 ໂມງ ຂົວຂ້າມນໍ້າພະນາຍ ຢູ່ເຂດບ້ານເກິນກາງ ເມືອງທຸລະຄົມ ແຂວງວຽງຈັນ ຫັກຍ້ອນລົດບັນທຸກ 22 ລໍ້ຂົນ ຫົວເຊື້ອຊີມັງທີ່ມີນໍ້າໜັກເກີນ, ສ່ວນຜູ້ຂັບໄດ້ຮັບບາດເຈັບສົມ ຄວນ, ເຊິ່ງຈຸດທີ່ຂົວຫັກລົດເບົາ ຍັງສາມາດຜ່ານໄປມາໄດ້ ໂດຍເວັ້ນທາງຂົວນ້ອຍ, ສ່ວນລົດບັນທຸກໜັກແມ່ນໃຫ້ນໍາໃຊ້ເສັ້ນທາງເວັ້ນຢູ່ເຂດສວນສັດບ້ານເກິນອອກ ໃສ່ເສັ້ນທາງວິທະຍາໄລຄູບ້ານເກິນແທນ.

ພັຕ ສີຈັນ ຈັນທະວົງສາ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເມືອງທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ທ້າວ ເຈຍລໍ່ ອາຍຸ 38 ປີ ຢູ່ບ້ານນາຍາວ ເມືອງໜື່ນ ແຂວງວຽງຈັນ ໄດ້ຂັບຂີ່ລົດບັນທຸກ 22 ລໍ້ ຂົນຫົວເຊື້ອຊີມັງຂອງບໍລິສັດແຫ່ງໜຶ່ງມາແຕ່ວັງວຽງ ເຂົ້າສູ່ນະຄອນຫຼວງວຽງຈັນ. ໂດຍຈະຜ່ານມາທາງຂົວນ້ຳພະນາຍ, ເຊິ່ງຂົວດັ່ງກ່າວບໍ່ສາມາດຮັບນ້ຳໜັກລົດໄດ້ ເພາະລົດບັນທຸກນໍ້າໜັກເກີນ ແຕ່ລະຄັນທີ່ຜ່ານໄປ-ມາທາງບ້ານເກິນ ຕ້ອງໄດ້ນໍາໃຊ້ເວັ້ນເສັ້ນທາງທີ່ໄດ້ກໍານົດໄວ້, ເພາະຂົວນໍ້າພະນາຍ ສາມາດຮັບນໍ້າໜັກໄດ້ພຽງ 25 ໂຕນເທົ່ານັ້ນ. ຈາກເຫດ ການທີ່ເກີດຂຶ້ນນີ້ ຍ້ອນຜູ້ຂັບຂີ່ບໍ່ລຶ້ງເສັ້ນທາງ ຫຼື ບໍ່ໄດ້ນໍາໃຊ້ເສັ້ນທາງເວັ້ນ.

ໃນການແກ້ໄຂບັນຫາສະເພາະໜ້າ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນເມືອງ ໄດ້ນໍາເອົາປ້າຍເຕືອນມາຕິດຕັ້ງໄວ້ ພ້ອມທັງເຮັດໜ້າທີ່ອໍານວຍຄວາມສະດວກໃຫ້ຜູ້ຂັບຂີ່ທີ່ສັນຈອນໄປມາ. ສ່ວນລົດເບົາສາມາດສັນຈອນໄປມາໄດ້ ໂດຍຜ່ານທາງເວັ້ນຂົວນ້ອຍທີ່ຢູ່ໃກ້ກັບຈຸດດັ່ງກ່າວ ສໍາລັບລົດບັນທຸກໜັກແມ່ນໃຫ້ເວັ້ນໄປທາງສວນສັດບ້ານເກິນອອກໃສ່ທາງວິທະຍາໄລຄູບ້ານເກິນ. ນອກນີ້, ຍັງໄດ້ປະສານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອມອບໃຫ້ບໍລິສັດສ້ອມແປງຂົວຄືນໃໝ່.

ພັຕ ສີຈັນ ຈັນທະວົງສາ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ສະພາບການສັນຈອນຜ່ານເມືອງທຸລະຄົມມີ ລັກສະນະເພີ່ມ ຂຶ້ນທັງລົດເບົາ ແລະ ລົດບັນທຸກອາດເປັນຍ້ອນຂົວນໍ້າແຈ້ງ ເຂດເມືອງໂພນໂຮງເປ່ເພ, ຈຶ່ງເຮັດໃຫ້ຜູ້ຂັບຂີ່ເລືອກນໍາໃຊ້ເສັ້ນທາງຜ່ານເມືອງທຸລະຄົມເຂົ້າສູ່ນະຄອນຫຼວງວຽງຈັນຫຼາຍຂຶ້ນ. ຢ່າງໃດກໍຕາມ, ຕໍ່ກັບຜູ້ທີ່ຂັບຂີ່ລົດ ບັນທຸກໜັກ ກໍຄວນວາງແຜນເສັ້ນທາງຢ່າງລະອຽດ ເພາະຂົວຈໍານວນໜຶ່ງບໍ່ສາມາດຮັບນໍ້າໜັກຂອງລົດບັນທຸກຂະໜາດໃຫຍ່ໄດ້ ແຕ່ກໍມີທາງເວັ້ນສະເພາະ ເພື່ອຫຼີກລ່ຽງທີ່ຈະເຮັດໃຫ້ຂົວທີ່ບໍ່ສາມາດຮັບນ້ຳໜັກລົດໄດ້ຫັກ ຫຼື ເປ່ເພດັ່ງກໍລະນີທີ່ເກີດຂຶ້ນ.