ພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ, ພ້ອມທັງຄະນະກໍາມະການຮັບຜິດຊອບສອບເສັງລັດຖະກອນປະຈຳປີ 2020 ໄດ້ຈັດໃຫ້ມີພິທີສອບເສັງຄັດເລືອກ ເອົາລັດຖະກອນ ຕາມການແບ່ງປັນລັດຖະກອນປະຈຳປີ 2020 ໃນວັນທີ 26 ພຶດສາພາ 2020; ໂດຍມີ ທ່ານ ທອງສີ ເສົາສຸລິພົມ ຮອງເຈົ້າແຂວງໆຜົ້ງສາລີ, ຜູ້ຊີ້ນຳຂົງເຂດວັດທະນະທຳສັງຄົມຂັ້ນແຂວງ, ທັງເປັນປະທານຄະນະຮັບຜິດຊອບຊີ້ນໍາລວມການສອບເສັງຄັດເລືອກລັດຖະກອນໃໝ່ ປະຈໍາປີ 2020, ມີບັນດາຄະນະກໍາມະການສອບເສັງຂັ້ນແຂວງ, ນັກສອບເສັງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສອບເສັງ ເອົາລັດຖະກອນ ພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ
ສອບເສັງ ເອົາລັດຖະກອນ ພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ

ທ່ານ ທອງສີ ເສົາສຸລິພົມ ກ່າວວ່າ: ພິທີ​ເປີດ​ບັ້ນ​ການ​ສອບ​ເສັງ​ລັດຖະກອນໃນຄັ້ງນີ້ ກໍ​ເພື່ອ​ບັນຈຸ​ເຂົ້າ​ເປັນ​ລັດຖະກອນໃໝ່ ປະຈໍາປີ 2020 ແມ່ນ​ໜຶ່ງ​ໃນ​ແຜນ​ພັດທະນາ​ຄຸນ​ນະພາບຂອງການຈັດຕັ້ງປະວຽກງານໃນຂົງເຂດສຶກສາທິການ ແລະ ກິລາ ​ເພາະ​ຈຳນວນ​ທີ່ສະໝັກ​ເຂົ້າ​ສອບ​ເສັງ​ທັງ​ໝົດ 236 ຄົນ; ​ໃນ​ນີ້,​ ຈະ​ເລືອກ​ເອົາ 42 ຄົນ, ຕາມການແບ່ງປັນໂກ້ຕ່າລັດຖະກອນຄູ ປະຈຳປີ 2020 ຜູ້​ທີ່​​ເສັງ​ໄດ້​ເປັນ​ຄະ​ແນນ​ດີ​ທີຈຳນວນ 42 ຄົນແມ່ນຈະບັນຈຸເຂົ້າໃນ ພະແນກສຶກສາທິການ ແລະ ກິລາ 1 ຄົນ, ສູນໄອຊີທີ 1 ຄົນ,  ມ ສ ບ້ານໃໝ່ 2 ຄົນ, ມ ສ ຊົນເຜົ່າ 1 ຄົນ ໂຮງຮຽນບໍາລຸງຍົກລະດັບ 1 ຄົນ, ໂຮງຮຽນເຕັກນີກວີຊາຊີບ 1 ຄົນ, ເມືອງຜົ້ງສາລີ 4 ຄົນ, ເມືອງໃໝ່ 4 ຄົນ, ເມືອງຂວາ 4 ຄົນ, ເມືອງ ສໍາພັນ 4 ຄົນ, ເມືອງບຸນເໜືອ 2 ຄົນ, ເມືອງ ຍອດອູ 4 ຄົນ ແລະ ເມືອງ ບຸນໃຕ້ 3 ຄົນ.

ຈາກນັ້ນ, ທັງຄະນະຮັບຜິດຊອບກໍໄດ້ຜ່ານກົດລະບຽບຫຼັກການຕ່າງໆໃນການສອບເສັງພ້ອມທັງເປີດຊ່ອງຫົວບົດສອບເສັງຂອງຄູສອນແຕ່ລະຊັ້ນຮຽນຕາມລຳດັບ. ສຳລັບການສອບເສັງແມ່ນແບ່ງອອກເປັນສອງພາກຄື: ພາກຂຽນ ແລະ ພາກສຳພາດ ຕາມກົດລະບຽບຂອງການສອບເສັ່ງທີ່ກຳນົດໄວ້ ທັງນີ້່ກໍເພື່ອເປັນການຮັບປະກັນຄວາມຖືກຕ້ອງໂປ່ງໃສ ແລະ ຍຸຕິທຳ.

ໂອກາດນີ້ ທ່ານ ທອງສີ ເສົາສຸລິພົມ ຍັງໄດ້ຮຽກຮ້ອງມາຍັງອະນຸ​ກຳມະການ​ຍາມ​ຫ້ອງ​ເສັງ​ແຕ່​ລະທ່ານ ຕ້ອງຍົກ​ສູງ​ຄວາມ​ເປັນ​ເຈົ້າ​ການ​ຕໍ່ໜ້າ​ທີ່ ​ໂດຍ​ສະ​ເພາະ​ແມ່ນ ການ​ເປັນ​ກຳມະການ ຕ້ອງ​ປະຕິບັດ​ສິດ ​ແລະ ໜ້າ​ທີ່​ຕາມ​ລະບຽບ​ການ​ສອບ​ເສັງ​ໃຫ້​ເຂັ້ມ​ງວດ, ຍຸຕິ​ທຳ ​ແລະ ມີ​ຄວາມ​ໂປ່​ງ​ໃສ​ຕໍ່​ນັກ​ສອບ​ເສັງ​ທຸກ​ຄົນ; ​ເອົາ​ໃຈ​ໃສ່​ກວດກາ​ຈຳນວນ​ບົດ​ຕອບ, ການ​ຂຽນ​ຊື່ ​ແລະ ນາມສະກຸນ, ​ເລກ​ໂຕະ ​ໃຫ້​ລະອຽດ​, ນັກ​ສອບ​ເສັງ​ແຕ່ລະຄົນ​ຕ້ອງ​ສຸມ​ທຸກ​ສະຕິ​ປັນຍາ ​ເຂົ້າ​ໃນ​ການ​ສອບ​ເສັງ ຍາມ​ຢູ່​ຫ້ອງ​ສອບ​ເສັງ​ຕ້ອງ​ເປັນ​ນັກ​ສອບ​ເສັ​ງແທ້ ປະຕິບັດ​ລະບຽບ​ການ​ສອບ​ເສັງ​ໃຫ້​ເຂັ້ມ​ງວດ, ຫ້າມ​ໃຊ້​ໂທ ລະສັບ, ຫ້າມ​ໃຊ້​ເຄື່ອງໝາຍ​ທຸກ​ຮູບ​ແບບ​ເພື່ອ​ເປັນ​ການ​ສັນຍາ​ລັກ​ໃຫ້​​ແກ່​ກຳມະການ​ກວດ​ບົດ. ນອກ​ນີ້ ​ປະຕິບັດ​ລະບຽບ​ການ​ອື່ນໆ ທີ່​ໄດ້​ກຳນົດ​ໄວ້​ໃນ​ລະບຽບ​ການ​ສອບ​ເສັງ.