ວັນທີ 28 ພຶດສະພາ 2020, ແຂວງກວາງບິງ ສສ ຫວຽດນາມ ໄດ້ມອບວັດຖຸອຸປະກອນການແພດໃຫ້ ແຂວງສະຫວັນນະເຂດ ສປປ ລາວ; ມອບໂດຍ ພັທ ຫງວຽນ ວັນ ຫາຍ ຮອງຫົວໜ້າການທະຫານຊາຍແດນແຂວງກວາງບິ່ງ ສສ ຫວຽດນາມ; ຕາງໜ້າຝ່າຍລາວນຳໂດຍ ພັທ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ແລະ ພັທ ໜູກອນ ສີຊົມພູ ຫົວໜ້າເສນາທິການແຂວງ, ມີຄະນະກອງບັນຊາການທະຫານແຂວງ, ພະແນກສາທາລະນະສຸກແຂວງ ແລະ ພະນັກງານວິຊາສະເພາະເຂົ້າຮ່ວມ.

ແຂວງກວາງບິງ ມອບອຸປະກອນການແພດປ້ອງກັນໂຄວິດ-19 ໃຫ້ແຂວງສະຫວັນນະເຂດ
ແຂວງກວາງບິງ ມອບອຸປະກອນການແພດປ້ອງກັນໂຄວິດ-19 ໃຫ້ແຂວງສະຫວັນນະເຂດ

ອຸປະກອນທີ່ນຳມາມອບໃນຄັ້ງນີ້ ປະກອບມີເຄື່ອງພົ່ນນຳ້ຢາຊ້າເຊື້ອ 5 ເຄື່ອງ; ເຄື່ອງວັດແທກອຸນຫະພູມ 45 ອັນ, ຜ້າອັດປາກ 7.900 ແຜ່ນ, ແຄວຊຽມ (Calcium hypochiorite) 225 ກິໂລກຼາມ, ຊຸດປ້ອງກັນພະຍາດ 500 ຊຸດ, ຖົງມືແພດ 3.000 ຄູ່, ນຳ້ຢາລ້າງມື 320 ກ່ອງ.

ໂອກາດດຽວກັນ, ພັທ ໜູກອນ ສີຊົມພູ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ສະແດງຄວາມຂອບໃຈຕໍ່ກອງບັນຊາການທະຫານຊາຍແດນແຂວງກວາງບິງ; ເຊິ່ງເວລາໃດກໍໃຫ້ການອຸ້ມຊູຊ່ວຍເຫຼືອໃຫ້ສອງກໍາລັງທະຫານ ແຂວງ ແລະ ປກສ ແຂວງສະຫວັນນະເຂດ ຕະຫຼອດມາ ບໍ່ວ່າຈະເປັນວຽກງານກຽມພ້ອມສູ້ຮົບ, ວຽກງານແລກປ່ຽນຂໍ້ມູນຂ່າວສານ, ຮັກສາໄດ້ຄວາມສະຫງົບໂດຍພື້ນຖານ ເວົ້າລວມ, ເວົ້າສະເພາະ ໄດ້ຮ່ວມມືກັນເຮັດໜ້າທີ່ຕ້ານ-ສະກັດກັ້ນ ແລະ ຄວບຄຸມການແພ່ລະບາດຂອງພະຍາດ ໂຄວິດ-19; ຖືໂອກາດນີ້ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາວັດຖຸອຸປະກອນດັ່ງກ່າວ ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ໃນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ພາຍໃນແຂວງ ແລະ ປະກອບໃຫ້ບັນດາກົມກອງກໍາລັງທີ່ພວມປະຕິບັດໜ້າທີ່ຕົວຈິງຢ່າງທົ່ວເຖິງ ແລະ ໃຫ້ມີປະສິດທິຜົນສູງ.