ພິທີປະກາດ​ສັບຊ້ອນນາຍ ແລະ ພົນຕຳຫຼວດ ​ປກສ ​ແຂວງ​ວຽງຈັນ
ພິທີປະກາດ​ສັບຊ້ອນນາຍ ແລະ ພົນຕຳຫຼວດ ​ປກສ ​ແຂວງ​ວຽງຈັນ

ວັນທີ 27 ພຶດສະພາ 2020 ກອງບັນຊາການ ປກສ ​ແຂວງ​ວຽງຈັນ​ ​ໄດ້ຈັດ ພິທີປະກາດ​ສັບຊ້ອນນາຍ ແລະ ພົນຕຳຫຼວດ​; ໂດຍການເປັນປະທານຂອງ ພັທ ຄຳແຝງ ສີມູນ ຫົວໜ້າຫ້ອງການເມືອງ ກອງ​ບັນຊາ​ການ ປກສ ​ແຂວງ​ວຽງຈັນ ມີຕາງຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັທ ພິທູນ ວົງສະຫວ່າງ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງວຽງຈັນ ສະບັບເລກທີ 304/ປສຂຈ ລົງວັນທີ 26 ພຶດສະພາ 2020 ວ່າດ້ວຍການສັບຊ້ອນ ນາຍ ແລະ ພົນຕຳຫຼວດ ທີ່ໂຍກຍ້າຍມາປະຈຳການຢູ່ກອງບັນຊາການ ປກສ ແຂວງວຽງຈັນ ປະຈຳປີ 2020 ແລະ ຂໍ້ຕົກລົງສະບັບເລກທີ 294/ປສຂຈ ລົງວັນທີ 21 ພຶດສະພາ 2020; ວ່າດ້ວຍການສັບຊ້ອນພົນຕຳຫຼວດທີ່ສຳເລັດການສຶກສາຈາກບັນດາໂຮງຮຽນ ປກສ ຊັ້ນຕົ້ນ ປະຈຳປີ 2020 ໃຫ້ບັນດາຫ້ອງ, ກອງບັນຊາການ ປກສ ເມືອງ ເພື່ອຕອບສະໜອງໃນຄວາມຮຽກຮ້ອງຕ້ອງການຂອງບັນດາເຫຼົ່າຮົບບວິຊາສະເພາະ.

ບັນດາສະຫາຍທີ່ໄດ້ຮັບການຊັບຊ້ອນຄັ້ງນີ້: ໂຍກຍ້າຍມາມີ 5 ສະຫາຍ, ສັບຊ້ອນໃຫ້ຫ້ອງການເມືອງ 1 ສະຫາຍ ຍິງ 1 ສະຫາຍ, ຫ້ອງພະລາທິການ 2 ສະຫາຍ, ປກສ ເມືອງວັງວຽງ 1 ສະຫາຍ; ປກສ ເມືອງວຽງຄຳ 1 ສະຫາຍ ແລະ ສັບຊ້ອນພົນຕຳຫຼວດທີ່ສຳເລັດການສຶກສາ ຈຳນວນ 93 ສະຫາຍ ເຊິ່ງໄດ້ຊັບຊ້ອນໃຫ້ຫ້ອງການເມືອງ ຈຳນວນ 5 ສະຫາຍ ຍິງ 3 ສະຫາຍ; ຫ້ອງສັນຕິບານ 5 ສະຫາຍ, ຫ້ອງຕຳຫຼວດ 10 ສະຫາຍ ຍິງ 2 ສະຫາຍ, ຫ້ອງ 504 ຈໍານວນ 3 ສະຫາຍ, ຫ້ອງການກອງບັນຊາການ 2 ສະຫາຍ ຍິງ 2 ສະຫາຍ, ຫ້ອງພະລາທິການ ຈຳນວນ 3 ສະຫາຍ; ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ 4 ສະຫາຍ, ຄ້າຍຄຸມຂັງ-ດັດສ້າງ 16 ສະຫາຍ ຍິງ 2 ສະຫາຍ; ກອງພັນປ້ອງກັນເຄື່ອນທີ່ 14 ສະຫາຍ ຍິງ 2 ສະຫາຍ; ປກສ ເມືອງວຽງຄຳ 2 ສະຫາຍ, ປກສ ເມືອງທຸລະຄົມ 2 ສະຫາຍ, ປກສ ເມືອງແກ້ວອຸດົມ 4 ສະຫາຍ, ປກສ ເມືອງໂພນໂຮງ 2 ສະຫາຍ, ປກສ ເມືອງຫີນເຫີບ 3 ສະຫາຍ; ປກສ ເມືອງວັງວຽງ 2 ສະຫາຍ, ປກສ ເມືອງກາສີ 2 ສະຫາຍ; ປກສ ເມືອງແມດ 4 ສະຫາຍ ຍິງ 1 ສະຫາຍ, ປກສ ເມືອງເຟືອງ 4 ສະຫາຍ, ປກສ ເມືອງໝື່ນ 4 ສະຫາຍ ຍິງ 1 ສະຫາຍ, ປກສ ເມືອງຊະນະຄາມ 2 ສະຫາຍ ຍິງ 1 ສະຫາຍ.

ຕອນທ້າຍ ພັທ ຄຳແຝງ ສີມູນ ໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບການສັບຊ້ອນຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ​​ຂອງ​ຕົນໃຫ້ຫຼາຍຂຶ້ນກວ່າເກົ່າເພື່ອພ້ອມກັນເຮັດສຳເລັດໜ້າທີ່ ຕາມທີ່ພັກ-ລັດ ການຈັດຕັ້ງ  ແລະ ປະຊາຊົນມອບໜາຍໃຫ້ ສະນັ້ນ ພວກເຮົາຕ້ອງໄດ້ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກໆດ້ານເພື່ອໃຫ້ກາຍເປັນນັກງານສືບທອດທີ່ດີ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ.