ພັທ ບຸນຍົງ ແກ້ວສຸດທິຈັກ ຫົວໜ້າ ກອງພັນເຄື່ອນທີ່ ປກສ ແຂວງອັດຕະປື
ພັທ ບຸນຍົງ ແກ້ວສຸດທິຈັກ ຫົວໜ້າ ກອງພັນເຄື່ອນທີ່ ປກສ ແຂວງອັດຕະປື

ກອງພັນເຄື່ອນທີ່ ປກສ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2019 ແລະ ທິດທາງແຜນການວຽກງານຈຸດສຸມປີ 2020 ໃນວັນທີ 20 ພຶດສະພາ 2020; ເປັນປະທານໂດຍ ພັທ ບຸນຍົງ ແກ້ວສຸດທິຈັກ ຫົວໜ້າກອງພັນເຄື່ອນທີ່, ມີຄະນະກອງພັນ, ຄະນະກອງຮ້ອຍ, ໝວດ, ໝູ່ ຕະຫຼອດຮອດພະນັກງານ-ນັກຮົບຂອງກອງພັນເຄື່ອນທີ່ ປກສ ແຂວງເຂົ້າຮ່ວມ.

ພັທ ບຸນຍົງ ແກ້ວສຸດທິຈັກ ໄດ້ສະຫຼຸບຜົນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກອງພັນເຄື່ອນທີ່ ປະຈຳປີ 2019 ວ່າ: ຄະນະໜ່ວຍພັກ-ຄະນະກອງພັນເຄື່ອນທີ່ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບທົ່ວກຳລັງກອງພັນເຄື່ອນທີ່ ປກສ ແຂວງ ຢ່າງເປັນປົກກະຕິ; ໂດຍຕິດພັນກັບການເຮັດວຽກງານວິຊາສະເພາະ ເພື່ອຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໄດ້ກັກຕົວຜູ້ຄ້າຂາຍຢາບ້າລາຍບຸກຄົນ 2 ຄັ້ງ; ມີຂອງກາງຢາບ້າ 66 ເມັດ, ໄດ້ສຶກສາອົບຮົມ ແລະ ແກ້ໄຂພວກທ່ຽວເດິກກາຍໂມງເວລາ 107 ຄັ້ງ, ມີ 270 ຄົນ ຍິງ 90 ຄົນ; ໄດ້ວາງກຳລັງປ້ອງກັນສຳນັກງານອົງການ ແລະ ຫົວໜ່ວຍທຸລະກິດ ມີ 23 ຈຸດ; ໄດ້ປ້ອງກັນການເຄື່ອນຍ້າຍວັດຖຸມີຄ່າ 727 ຄັ້ງ, ປ້ອງກັນກອງປະຊຸມໃຫຍ່ຂອງແຂວງ ແລະ ຂັ້ນພະແນກການອ້ອມຂ້າງແຂວງ 12 ຄັ້ງ, ປ້ອງກັນວັນບຸນສຳຄັນຂອງພັກ-ລັດ; ງານສະແດງ, ບຸນປະເພນີ ມີ 4 ຄັ້ງ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ ທີ່ມາເຮັດວຽກ ແລະ ຢ້ຽມຢາມ ມີ 16 ຄັ້ງ ແລະ ໄດ້ອອກກວດກາລາດຕະເວນຕະຫຼອດ 24 ຊົ່ວໂມງ ເພື່ອຕິດຕາມຈຸດສຳຄັນ; ເຂດຊຸມຊົນ ແລະ ສະຖານທີ່ສາທາລະນະ; ຂອບເຂດເທດສະບານແຂວງ ມີ 336 ຄັ້ງ.

ສໍາລັບທິດທາງແຜນການວຽກງານຈຸດສຸມໃນປີ 2020 ຄະນະນຳພາ-ບັນຊາຂອງກອງພັນເຄື່ອນທີ່ ປກສ ແຂວງ ຈະສືບຕໍ່ສຶກສາອົບຮົມການເມືອງ, ນຳພາແນວຄິດໃຫ້ພະນັກງານ-ນັກຮົບຂອງຕົນຢ່າງເປັນປົກກະຕິ ແລະ ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ທີ່ໄດ້ຮັບມອບໝາຍຈາກຂັ້ນເທິງໃຫ້ມີຜົນສຳເລັດ ແນໃສ່ເຮັດໃຫ້ບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ເວົ້າລວມ ເວົ້າສະເພາະ ກໍແມ່ນໃນແຂວງອັດຕະປືຫຼຸດໜ້ອຍຖອຍລົງເທື່ອລະກ້າວ.