ຫ້ອງວ່າການ ກະຊວງ ປກສ ປະກາດການຈັດຕັ້ງຂັ້ນກົມ

0
2136

ຫ້ອງວ່າການ ກະຊວງ ປກສ ໄດ້ປະກາດການຈັດຕັ້ງຂັ້ນກົມ ເພື່ອເປັນການປະຕິບັດນະໂຍບາຍຂອງພັກ-ລັດຕໍ່ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ມີຄວາມບຸກບືນຫ້າວຫັນ, ເປັນແບບຢ່າງທີ່ດີ ໃນການປະຕິບັດໜ້າທີ່ວຽກງານ ຢ່າງມີຜົນສໍາເລັດ.

ພິທີປະກາດໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ 2020 ໂດຍມີ ພົຈວ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຄະນະພັກ, ຄະນະຫ້ອງວ່າການ, ຫົວໜ້າກົມ, ຮອງກົມ, ພະນັກງານ-ນັກຮົບ ພາຍໃນ ຫ້ອງວ່າການ ກະຊວງ ປກສ ເຂົ້າຮ່ວມ.

ພັທ ບຸນຫໍ ອິນທະວົງ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ ໄດ້ຂຶ້ນຜ່ານຂໍ້ຕົກລົງ 3 ສະບັບ ດັ່ງນີ້:

ຂໍ້ຕົກລົງ ສະບັບເລກທີ 1049/ປກສ ວ່າດ້ວຍ ການໂຍກຍ້າຍ ພັອ ທອງບຸນ ຂຸນລະພິດ ຫົວໜ້າກົມຄຸ້ມຄອງເອກະສານ ຫ້ອງວ່າການ ກະຊວງ ປກສ ໃຫ້ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງການຄະນະກໍາມະການ ປກຊ-ປກສ ຂັ້ນສູນກາງ.

ຂໍ້ຕົກລົງ ສະບັບເລກທີ 1086/ປກສ ວ່າດ້ວຍ ການໂຍກຍ້າຍ ພັອ ຄໍາຫຼ້າ ບົວພະຄຸນ ຫົວໜ້າກົມເລຂາ ຫ້ອງວ່າການ ກະຊວງ ປກສ ໃຫ້ໄປຮັບໜ້າທີ່ໃໝ່ຢູ່ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ.

ຂໍ້ຕົກລົງ ສະບັບເລກທີ 1116/ປກສ ວ່າດ້ວຍ ການແຕ່ງຕັ້ງ ພັອ ເຄນທະວີໄຊ ເພັດທະນາ ຮອງຫົວໜ້າກົມເລຂາ ຂຶ້ນເປັນ ຫົວໜ້າກົມເລຂາ ຫ້ອງວ່າການ ກະຊວງ ປກສ ແລະ ແຕ່ງຕັ້ງ ພັທ ໜູລິດ ຄໍາພັນ ຈາກ ຮອງຫົວໜ້າກົມຄຸ້ມຄອງເອກະສານ ຂຶ້ນເປັນ ຫົວໜ້າກົມຄຸ້ມຄອງເອກະສານ.

ພົຈວ ສົມວັນ ສາຍລ້ອງພາ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະກົມ ທີ່ໄດ້ຮັບການປັບປຸງໃນຄັ້ງນີ້ ຈົ່ງເອົາໃຈໃສ່ກວດກາ, ປັບປຸງວຽກງານແນວຄິດ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໃນແຕ່ລະໄລຍະ, ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ບຸກບືນຫ້າວຫັນເຮັດໜ້າທີ່ວຽກງານທີ່ຖືກມອບໝາຍ ໃຫ້ດີຂຶ້ນກວ່າເກົ່າ ພ້ອມທັງເປັນເຈົ້າການໃນການນໍາພາ-ບັນຊາ ແລະ ປະຕິບັດວຽກງານໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.