7 ວັນ ນະຄອນຫຼວງວຽງຈັນ ມີຄະດີເກີດຂຶ້ນ 27 ເລື່ອງ

0
577

ໃນໄລຍະ 1 ອາທິດຜ່ານມາ, ທົ່ວນະຄອນຫຼວງວຽງຈັນ ມີສະພາບການປະກົດການຫຍໍ້ທໍ້ໃນສັງຄົມເກີດຂຶ້ນ 27 ເລື່ອງ ທຽບໃສ່ທິດກ່ອນນີ້ ເພີ່ມຂຶ້ນ 6 ເລື່ອງ. ໃນນັ້ນ, ບໍ່ລວມສະພາບໄຟໄໝ້, ອຸບັດຕິເຫດ ແລະ ຄົນເສຍຊີວິດ. ສ່ວນຫຼາຍແມ່ນຄະດີລັກຊັບພົນລະເມືອງ.

ເຈົ້າໜ້າທີ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍໃຫ້ຮູ້ວ່າ: ໃນລະຫວ່າງວັນ ທີ 20-26 ພຶດສະພາ ຜ່ານມາ, ທົ່ວນະຄອນຫຼວງວຽງຈັນ ມີຄະດີເກີດຂຶ້ນ 27 ເລື່ອງ; ໃນນີ້, ຄະດີຊິງຊັບ 3 ເລື່ອງ ແລະ ລັກຊັບພົນລະເມືອງ 24 ເລື່ອງ (ງັດແງະ 3 ເລື່ອງ, ລັກລົດຈັກ 20 ເລື່ອງ ແລະ ລັກລົດໃຫຍ່ 1 ເລື່ອງ) ຜົນເສຍຫາຍ ມີ: ເງິນ 51.918.000 ກີບ; ຄໍາຮູບປະພັນໜັກ 5 ບາດ; ລົດຈັກ 21 ຄັນ; ໃນນີ້, ລັກລົດຈັກ 20 ຄັນ ແລະ ຊິງຊັບ 1 ຄັນ, ລົດໃຫຍ່ 1 ຄັນ, ໂທລະສັບມືຖື 2 ເຄື່ອງ ແລະ ເຄື່ອງມີຄ່າອື່ນໆຈໍານວນໜຶ່ງ.

ຈາກຄະດີທີ່ເກີດຂຶ້ນ, ເຈົ້າໜ້າທີ່ສາມາດມ້າງໄດ້ 30 ເລື່ອງລວມ ທັງເກີດກ່ອນໜ້ານີ້, ກັກຕົວຜູ້ຖືກຫາໄດ້ 77 ຄົນ ຍິງ 11 ຄົນ; ໃນນີ້, ມີຄະດີປຸ້ນຊັບ 1 ເລື່ອງ, ຊິງຊັບ 1 ເລື່ອງ, ລັກຊັບ 8 ເລື່ອງ ແລະ ລັກຊັບທົ່ວໄປ 5 ເລື່ອງ, ຊື້-ຂາຍຢາເສບຕິດ 5 ເລື່ອງ, ມົ້ວສຸມເສບຢາເສບຕິດ 5 ເລື່ອງ, ຊື້-ຂາຍອາວຸດເສິກ 1 ເລື່ອງ, ຊື້-ຂາຍຊັບຜິດກົດໝາຍ 2 ເລື່ອງ, ທໍາຮ້າຍຮ່າງກາຍ 3 ເລື່ອງ ແລະ ສໍ້ໂກງຊັບພົນລະເມືອງ 4 ເລື່ອງ, ຢຶດຂອງກາງຢາບ້າ 3.343 ເມັດ, ເຮໂຣອິນ 1 ຖົງນ້ອຍ, ຢາໄອສ໌ 3 ຖົງນ້ອຍ, ປືນສັ້ນ 1 ກະບອກ ພ້ອມລູກປືນ 3 ລູກ ແລະ ລົດຈັກ 1 ຄັນ; ເກັບກູ້ຄືນໄດ້ຕູ້ຄອນເທັນເນີ 1 ຕູ້, ລົດໃຫຍ່ 1 ຄັນ ແລະ ລົດຈັກ 1 ຄັນ ສະແດງອອກບາງລາຍຄະດີດັ່ງນີ້:

ຄະດີທີ່ພົ້ນເດັ່ນ: ເວລາ 16: 40 ໂມງ ຂອງວັນທີ 20 ພຶດສະພາ ນາງ ບົວສອນ ອາຍຸ 45 ປີບ້ານພະຂາວເມືອງໄຊທານີ ໄດ້ຂັບຂີ່ລົດຈັກ ໄປຕາມເສັ້ນທາງເຂດບ້ານດົງໂດກ ມີຄົນຮ້າຍ 1 ຄົນ ຂັບຂີ່ລົດຈັກ ບໍ່ຮູ້ຍີ່ຫໍ້, ສີ ແລະ ປ້າຍທະບຽນ ມາດຶງເອົາສາຍຄໍໜັກ 3 ບາດ ແລ້ວໜີໄປ.

ເວລາ 11:41 ໂມງ ຂອງວັນ ທີ 22 ພຶດສະພາ ທ້າວ ຈ່ຽນ ອາຍຸ 58 ປີ ພັກເຊົາຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ໄດ້ຍ່າງຂ້າມທາງຢູ່ເຂດບ້ານສີຖານເໜືອເມືອງ ສີໂຄດຕະບອງ ໄດ້ມີຄົນຮ້າຍ 2 ຄົນຂັບຂີ່ລົດຈັກມາດຶງເອົາກະເປົາ ຜູ້ກ່ຽວແລ້ວໜີໄປຜົນເສຍຫາຍ ມີ: ເງິນ 23.000.000 ກີບ, 8.000 ຢວນ ແລະ ເຄື່ອງອື່ນໆອີກຈໍານວນໜຶ່ງ.